Header Ads

ກອງປະຊຸມປຶກສາຫາລືພາກທຸລະກິດ ຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 5



ໃນລະຫວ່າງວັນທີ 19-20 ຕຸລາ 2017, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຮ່ວມກັບກະຊວງການຕ່າງປະເທດ ສ.ເກົາຫລີ ເປັນເຈົ້າພາບຮ່ວມຈັດກອງປະຊຸມປຶກສາຫາລືພາກທຸລະກິດ ຂອບການຮ່ວມມືແມ່ນ້ຳຂອງ-ສາທາລະນະລັດເກົາຫລີ ຄັ້ງທີ 5 ພາຍໃຕ້ຫົວຂໍ້ ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ອຸດສາຫະກຳທ່ອງທ່ຽວ, ອາຫານ ແລະ ກະສິກຳໃນບັນດາປະເທດແມ່ນ້ຳຂອງ ແລະ ສາທາລະນະລັດເກົາຫລີ ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ທອງ ຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ທ່ານ Yun kang Hyeon, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫລີ, ເຂົ້າຮ່ວມກອງປະຊຸມດັ່ງກ່າວປະກອບມີ ຜູ້ຕາງໜ້າຈາກກະຊວງຂະແໜງການຕ່າງໆ, ນັກທຸລະກິດ ແລະ ຜູ້ປະກອບການ ຂອງບັນດາປະເທດແມ່ນ້ຳຂອງ (ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ) ແລະ ສ.ເກົາຫລີ, ຜູ້ແທນຈາກສະຖາບັນແມ່ນ້ຳຂອງ (Mekong Institute) ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງຈຳນວນໜຶ່ງ ລວມມີປະມານ 150 ທ່ານ.


ກອງປະຊຸມປຶກສາຫາລືພາກທຸລະກິດຄັ້ງນີ້ ໄດ້ເນັ້ນໃສ່ການປຶກສາຫາລືດ້ານນະໂຍບາຍການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໂດຍສະເພາະການແລກປ່ຽນທັດສະນະ ແລະ ຄຳຄິດເຫັນຮ່ວມກັນ ກ່ຽວກັບ ສິ່ງທ້າທາຍ ແລະ ກາລະໂອກາດຂອງການດຳເນີນທຸລະກິດໃນບັນດາປະເທດແມ່ນ້ຳຂອງ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ມີການແລກປ່ຽນປະສົບການຕົວຈິງຂອງການດຳເນີນທຸລະກິດ ຢູ່ປະເທດແມ່ນ້ຳຂອງ ໂດຍສະເພາະສິ່ງອຳນວຍຄວາມສະດວກ, ຂໍ້ຫຍຸ້ງຍາກ ແລະ ການວາງແຜນຮ່ວມມືກັນໃນອານາຄົດ.



ໃນໂອກາດກອງປະຊຸມດັ່ງກ່າວ ເພື່ອເປັນການສົ່ງເສີມ ແລະ ຂະຫຍາຍເຄື່ອຂ່າຍການຮ່ວມມືດ້ານທຸລະກິດ ລະຫວ່າງ ປະເທດສະມາຊິກແມ່ນ້ຳຂອງ ແລະ ສ.ເກົາຫລີ, ພາກເອກະຊົນ ກໍຄື ບັນດາບໍລິສັດຫ້າງຮ້ານຕ່າງໆຂອງສອງຝ່າຍ ກໍຍັງໄດ້ມີການຈັບຄູ່ກັນທາງທຸລະກິດ (Business Matching) ໂດຍສະເພາະການຈັບຄູ່ທຸລະກິດ ທີ່ປິ່ນອ້ອມໃນອຸດສາຫະກຳ ທ່ອງທ່ຽວ, ກະສິກຳ ແລະ ອາຫານ ແລະ ອື່ນໆ.




ນອກຈາກນີ້, ບັນດາຄະນະຜູ້ແທນຈາກພາກລັດ ແລະ ເອກະຊົນ ຍັງໄດ້ມີໂອກາດໄດ້ໄປຢ້ຽມຊົມ ເຂດນິຄົມອຸດສາຫະກຳ ວຽງຈັນ-ໂນນທອງ (VITA Park), ພະທາດຫຼວງ ແລະ ປະຕູໄຊ.

ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.