Header Ads

ທ່ານຮອງນາຍົກລັດຖະມົນຕີ ລົງຢ້ຽມຢາມເຂດພັດທະນາແຂວງວຽງຈັນ



ໃນວັນທີ 18 ຕຸລາ 2017 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຕິດຕາມ, ຊຸກຍູ້ ແລະ ຢ້ຽມຢາມເຮັດວຽກຢູ່ ບໍລິສັດລາວ-ລີ້ຕູ້ ບໍ່ແຮ່ ຈຳກັດ ທີ່ຕັ້ງຢູ່ເຂດບ້ານນໍ້າພອກ, ເມືອງຊະນະຄາມ ແຂວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບ ຈາກທ່ານ ວີດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ, ມີບັນດາຄະນະປະຈໍາພັກແຂວງ, ຄະນະນໍາຂອງເມືອງ ແລະ ບັນດາພະ ແນກການ ທີ່ກ່ຽວຂ້ອງ ພ້ອມດ້ວຍ ພະນັກງານບໍລິສັ ດດັ່ງກ່າວ ໃຫ້ການຕ້ອນຮັບ.




ການເດີນທາງ ມາເຄື່ອນໄຫວຢ້ຽມຢາມ ຂອງທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຄັ້ງນີ້  ທ່ານ ພັນໂທ ແສງປະເສີດ ສະຫວັນພົນເມືອງ ຮອງຜູ້ອໍານວຍການ ບໍລິສັດ ລາວ-ລີ້ຕູ້ບໍ່ແຮ່ ຈໍາກັດ ກໍ່ໄດ້ລາຍງານ ສະພາບການ ຈັດຕັ້ງປະຕິບັດວຽກງານ ກ່ຽວກັບການສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ເຊິ່ງແມ່ນກຸ່ມບໍລິສັດ ພັດທະນາຊົນນະບົດໃໝ່, ກະຊວງປ້ອງກັນປະເທດ ໄດ້ສະເໜີນຳລັດຖະບານ ເພື່ອຂໍອະນຸຍາດເຊັນສັນຍາ ໃນຄັ້ງວັນທີ 4 ກັນຍາ 2009 ວ່າດ້ວຍ ການຊອກຄົ້ນ ແລະ ສຳຫຼວດເຂດບ້ານນໍ້າພອກ, ເມືອງຊະນະຄາມ, ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ ກັບ ກຸ່ມບໍລິສັດ ພັດທະນາຊົນນະບົດໃໝ່ ແລະ ບໍລິສັດ ລາວ-ລີ້ຕູ້ ບໍ່ແຮ່ ຈຳກັດ ຕາມກົດໝາຍ ວ່າດ້ວຍບໍ່ແຮ່ ໃນຈໍານວນເນື້ອທີ່ 63 ກິໂລຕາແມັດ ໃນໄລຍະເວລາ 3 ປີ ໂດຍແມ່ນກຸ່ມບໍລິສັດ ພັດທະນາຊົນນະບົດໃໝ່ ຖືຮຸ້ນ 20% ແລະ ບໍລິສັດລາວ-ລີ້ຕູ້ ບໍ່ແຮ່ ຈຳກັດ ຖືຮຸ້ນ 80%. ເຊິ່ງໄລຍະເຊັນສັນຍາ ກັບ ລັດຖະບານ ທາງໂຄງການ ໄດ້ປະຕິບັດພັນທະ, ພາສີອາກອນ ຕາມລະບຽບ ກົດໝາຍຂອງລັດ ເປັນຕົ້ນ: ພັນທະອາກອນລາຍໄດ້; ພາສີອາກອນນໍາເຂົ້າ ບັນດາອຸປະກອນເຄື່ອງຈັກ ແລະ ເຄື່ອງໃຊ້ຕ່າງໆ ເພື່ອມາຮັບໃຊ້ໂຄງການ ລວມທັງ ບັນດາພັນທະອື່ນ ທີ່ກ່ຽວຂ້ອງ. 


ຫຼັງຈາກນັ້ນ, ໂຄງການດັ່ງກ່າວ ຈິ່ງໄດ້ ສະເໜີຂໍຂຶ້ນ ກັບກອງທຶນພັກ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໄດ້ອະນຸຍາດເຊັນສັນຍາ ວ່າດ້ວຍ ການຂຸດຄົ້ນ, ປຸງແຕ່ງແຮ່ຄຳ ລະຫວ່າງ ຄະນະຮັບຜິດຊອບ ກອງທຶນພັກ ແລະ ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ກັບ ກຸ່ມບໍລິສັດ ພັດທະນາຊົນນະບົດໃໝ່ (ກອງຂຸດຄົ້ນບໍ່ແຮ່ໃນເມື່ອກ່ອນ), ກະຊວງປ້ອງກັນປະເທດ ກັບ ບໍລິສັດລາວ-ລີ້ຕູ້ ບໍ່ແຮ່ ຈຳ ກັດ ໃນວັນທີ 13 ເມສາ 2012 ໃນຈໍານວນເນື້ອທີ່ 12,76 ກິໂລຕາແມັດ ກຳນົດເວລາ 10 ປີ, ຕາມການລະບຸສັນຍາ ສາມາດຕໍ່ໄດ້ ເນື່ອງຈາກສາຍເຫດໄຟຟ້າ ສະໜອງໃຫ້ບໍ່ພຽງພໍ, ປະລິມານແຮ່ສະສົມເພີ່ມຂຶ້ນ ແລະ ໄດ້ສົ່ງເນື້ອທີ່ ທີ່ບໍ່ເປັນເສດຖະກິດຄືນ ໃຫ້ແກ່ລັດຖະບານ ຈໍານວນ 50,24 ກິໂລຕາແມັດ. ສໍາລັບຮູບແບບ ການແບ່ງປັນຜົນປະໂຫຍດ ຫຼື ຜົນຜະລິດທີ່ໄດ້ມາ ຈະຖືກຫັກອອກ 35% ເພື່ອເປັນຄ່າໃຊ້ຈ່າຍຂອງບໍລິສັດ ລວມທັງ ຄ່າສຳປະທານເນື້ອທີ່ ແລະ ອາກອນເງິນເດືອນ. ສ່ວນອີກເຫຼືອ 65% ຂອງມູນຄ່າທັງໝົດ ຈະຖືກໄລ່ເປັນ 100% ຄືນໃໝ່ ແລ້ວແບ່ງໃຫ້ກອງທຶນພັກ ແລະ ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ 52% ແລະ ບໍລິສັດ ລາວ-ລີ້ຕູ້ ບໍ່ແຮ່ ຈຳກັດ ໄດ້ຮັບ 48%. 



ຜ່ານການຮັບຟັງ ການລາຍງານ ແລະ ບັນດາຂໍ້ສະເໜີ ຂອງບໍລິສັດ, ການນໍາຂອງແຂວງ, ການນໍາຂອງເມືອງ ແລະ ບັນດາຂະແໜງການ ທີ່ກ່ຽວຂ້ອງແລ້ວ. ໃນໂອກາດນີ້ ທ່ານຮອງນາຍົກລັດ ຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປະກອບສ່ວນ ຂອງບໍລິສັດ ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກ ໃຫ້ບໍລິສັດດັ່ງກ່າວ ຈົ່ງເອົາໃຈໃສ່ໃນການ ຄຸ້ມຄອງ ແລະ ແຈ້ງບັນຊີລາຍຊື່ພະນັກງານ, ກໍາມະກອນ ຢູ່ພາຍໃນບໍລິສັດຂອງຕົນ ໂດຍສົມທົບກັບ ບັນດາຂະແໜງການ ທີ່ກ່ຽວຂ້ອງ ເພື່ອສ້າງອໍານວຍຄວາມສະດວກ ໃນການຕິດຕາມ, ການຄຸ້ມຄອງ ແລະ ການຂຶ້ນທະບຽນອອກບັດແຮງງານ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ຄື ພະແນກພະລັງງານ ແລະ ບໍ່ແຮ່ຂອງແຂວງ ກວດກາຄືນຄວາມຕ້ອງການການຊົມ ໃຊ້ໄຟຟ້າຕົວຈິງ ຢູ່ພາຍໃນເມືອງຊະນະຄາມ ເພື່ອແກ້ໄຂບັນຫາການສະໜອງໄຟຟ້າ ທີ່ຍັງບໍ່ພຽງພໍຢູ່ພາຍໃນເມືອງ;  ສໍາລັບການຄຸ້ມຄອງບັນດາໂຄງການ ພັດທະນາ ແມ່ນມອບໃຫ້ກະຊວງແຜນການ ແລະ ການລົງທຶນ ກໍ່ຄື ພະແນກແຜນການ ແລະ ການລົງທຶນແຂວງ ຕິດຕາມກວດກາຄືນ ບັນດາໂຄງການພັດທະນາຕ່າງໆ ແລະ ແຈ້ງບັນຊີລາຍຊື່ລະອຽດ ເພື່ອສະດວກໃນການຕິດຕາມກວດກາ ແຕ່ລະໄລຍະ ລວມທັງ ເຮັດໃຫ້ບັນດາ ໂຄງການພັດທະນາ ມີການເຄື່ອນໄຫວຈັດຕັ້ງປະຕິບັດ ທີ່ຖືກຕ້ອງຕາມລະບຽບກົດໝາຍ ກຳນົດໄວ້ ສິ່ງສໍາຄັນ ແມ່ນໃຫ້ເປັນໄປຕາມກົນໄກ ການຄຸ້ມຄອງ ລະບົບປະຕູດຽວ ເຊິ່ງໂຄງ ການພັດທະນາຕັ້ງຢູ່ແຂວງໃດ, ເມືອງໃດ ກໍ່ໃຫ້ແຂວງນັ້ນ, ເມືອງນັ້ນ ເປັນຜູ້ຄຸ້ມຄອງຕິດຕາມ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກ, ຮັບປະກັນ ຄວາມປອດໄພດ້ານຕ່າງໆ ເປັນຕົ້ນແມ່ນ ບັນຫາ ສິ່ງແວດລ້ອມ, ບັນຫາສັງຄົມ, ຄວາມສະຫງົບ, ຂີ້ລັກງັດແງະ ແລະ ບັນຫາຢາເສບຕິດ.



ໃນຕອນທ້າຍ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງ ມາຍັງໃຫ້ຜູ້ພັດທະນາໂຄງການ ເຂົ້າໃຈເຖິງບັນຫາດັ່ງກ່າວ ລວມທັງ ໃຫ້ການຮ່ວມມື ກັບ ອໍານາດການປົກຄອງບ້ານ, ເມືອງ ແລະ ແຂວງ ເພື່ອລາຍງານສະພາບຄວາມເປັນຈິງ ອັນໃດທີ່ສາມາດເຜີຍແຜ່ໄດ້ ຕາມລະບຽບການ. ນອກຈາກນັ້ນ, ອໍານາດການປົກຄອງແຂວງ ກໍ່ຄື ເມືອງ ທີ່ມີໂຄງການຕັ້ງຢູ່ນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມການຜະລິດ, ການປູກຝັງ, ການລ້ຽງຂອງປະຊາຊົນ ໃຫ້ກາຍເປັນສິນຄ້າ ຢ່າງເປັນຂະບວນກວ້າງຂວາງ ໂດຍຕິດພັນກັບ ການຊອກຫາຕະຫຼາດ ໃຫ້ແກ່ຜູ້ຜະລິດ ສ້າງລາຍຮັບຕົວຈິງ ໃຫ້ແກ່ປະຊາ ຊົນ ຢູ່ພາຍໃນເຂດດັ່ງກ່າວ ແລະ ສຸມໃສ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ປະກົດຜົນເປັນຈິງ.

ໃນໂອກາດໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຊະນະຄາມ ຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ກຸ່ມຜະລິດຕະພັນກ້ວຍອົບເນີຍ ຢູ່ທີ່ບ້ານ ປາກມີ້, ເມືອງຊະນະຄາມ ຕື່ມອີກ.



ທີ່ມາກົມປະຊາສຳພັນ, ຫສນຍ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.