Header Ads

ສສຊ ໄດ້ສະເໜີໃຫ້ລັດ ຖະບານລົງທຶນໃສ່ການກໍ່ສ້າງ ພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃນແຫຼ່ງທ່ອງທ່ຽວເພື່ອດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ




ກອງປະຊຸມສະໄໝສາ ມັນເທື່ອທີ 4 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນທີ 19 ຕຸລາ ທີ່ຫຼັກ 6 ພາຍໃຕ້ການ ເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດ, ບັນດາ ສສຊ ໄດ້ ພ້ອມກັນປະກອບຄຳເຫັນໃສ່ ບົດລາຍງານແຜນພັດທະນາ ເສດຖະກິດ - ສັງຄົມ, ແຜນງົບ ປະມານ ແລະ ແຜນເງິນຕາ ຂອງລັດຖະບານ.




ທ່ານ ສົມໃຈ ເພັດສີນວນ ສສຊ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ສະເໜີໃຫ້ ລັດຖະບານພິຈາລະນາເພີ່ມ ງົບປະມານກໍ່ສ້າງພື້ນຖານໂຄງ ລ່າງແຫຼ່ງທ່ອງທ່ຽວທີ່ສຳຄັນ ຢູ່ ໃນປະເທດເຮົາ ໂດຍສະເພາະ ເສັ້ນທາງ ແລະ ລະບົບໄຟ ຟ້າ ຊຶ່ງຖ້າຫາກວ່າລັດຖະບານ ລົງທຶນພັດທະນາແຫຼ່ງທ່ອງ ທ່ຽວຄ້າຍຄືກັບການລົງທຶນໃສ່ລະບົບຊົaນລະປະທານໃນ ໄລຍະຜ່ານມາ ອາດຈະເປັນ ການດີ ເນື່ອງຈາກວ່າໄລຍະ ຜ່ານມາ ລັດຖະບານຢາກໃຫ້ ປະຊາຊົນມີເຂົ້າກິນ ຈຶ່ງໄດ້ ລົງທຶນໃສ່ລະບົບຊົນລະປະ ທານ ພ້ອມກັນນັ້ນກໍມີນະໂຍ ບາຍກ່ຽວກັບລາຄາໄຟຟ້າ ແລະ ອື່ນໆອີກ ຊຶ່ງເປັນການ ລົງທຶນຫຼາຍພໍສົມຄວນ ເພາະ ສະນັ້ນ ແຫຼ່ງທ່ອງທ່ຽວໃນລາວ ເຮົາກໍສົມຄວນສຸມທຶນຮອນໃສ່ ໃຫ້ຫຼາຍກ່ວານີ້ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ການ ທ່ອງທ່ຽວ ເພາະຂະແໜງດັ່ງ ກ່າວນີ້ ສາມາດສ້າງລາຍຮັບ ເປັນຈຳນວນຫຼວງຫຼາຍ.




ທ່ານ ລີເບີ ລີບົວປາວ ສສຊ ເຂດ 11 ແຂວງບໍລິຄຳ ໄຊ ກ່າວຕໍ່ສື່ມວນຊົນວ່າ: ສປປ ລາວ ມີແຫຼ່ງທ່ອງທ່ຽວທາງທຳ ມະຊາດ, ວັດທະນະທຳ ແລະ ປະຫວັດສາດເປັນຈຳນວນ ຫຼວງຫຼາຍຊຶ່ງເປັນທ່າແຮງສຳລັບລາວເຮົາ ນອກຈາກນີ້ ພວກ ເຮົາຍັງມີໂອກາດຄືນັກທ່ອງ ທ່ຽວທີ່ເດີນທາງມາທ່ອງທ່ຽວ ປະເທດອ້ອມຂ້າງພວກເຮົາ, ເປັນຕົ້ນແມ່ນຫວຽດນາມ, ກຳ ປູເຈຍ ແລະ ໄທ ເປັນຈຳນວນ ຫຼວງຫຼາຍ ຊຶ່ງເປັນໂອກາດທີ່ ຈະດຶງດູດນັກທ່ອງທ່ຽວເຫຼົ່າ ນັ້ນ ເຂົ້າມາລາວ ແຕ່ບັນຫາຄື ຄວາມພ້ອມຂອງພວກເຮົາບໍ່ ວ່າຈະເປັນເສັ້ນທາງຄົມມະນາ ຄົມ, ລວມທັງເສັນທາງເຂົ້າສູ່ ແຫຼ່ງທ່ອງທ່ຽວແຕ່ເໜືອເຖິງ ໃຕ້, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ການບໍລິ ການອື່ນໆ.







ທ່ານ ລີເບີ ລີບົວປາວ ກ່າວ ອີກວ່າ: ການອຳນວຍຄວາມສະ ດວກກໍເປັນປັດໄຈໜຶ່ງຕໍ່ການ ຕັດສິນໃຈຂອງນັກທ່ອງທ່ຽວ, ເປັນຕົ້ນແມ່ນການຢຸດຕິຂຽນ ແບບຟອມເຂົ້າປະເທດ ຊຶ່ງ ຫຼາຍປະເທດເຂົາເຈົ້າໄດ້ຢຸດຕິ ແລ້ວ ພຽງແຕ່ສະແກນໜັງສື ເດີນທາງກໍສາມາດເຂົ້າໄດ້. ນອກຈາກນີ້ ເລື່ອງວີຊາເຂົ້າປະ ເທດກໍເປັນອີກປັດໄຈໜຶ່ງຕໍ່ ການຕັດສິນໃຈຂອງນັກທ່ອງທ່ຽວ.



ທ່ານ ສົມໃຈ ເພັດສີນວນ ຍັງສະເໜີໃຫ້ລັດຖະບານຊຳ ລະໜີ້ຢູ່ໃນໂຄງການໄພພິບັດ ຊຶ່ງເປັນວຽກທີ່ຈຳເປັນ ຖ້າຫາກ ວ່າເກີດຂຶ້ນຢູ່ບ່ອນໃດ, ທ້ອງ ຖິ່ນໃດ ຈຳເປັນຕ້ອງໄດ້ຟື້ນຟູ, ແກ້ໄຂ, ແຕ່ໃນການຟື້ນຟູ, ແກ້ ໄຂໃຫ້ສູ່ສະພາບປົກກະຕິ ແລະ ນຳໃຊ້ໄດ້ຍາວນານນັ້ນຈຳເປັນ ຕ້ອງໄດ້ມີການລົງທຶນແຕ່ ໃນ ໄລຍະຜ່ານມານີ້ ສັງເກດເຫັນ ວ່າ: ການລົງທຶນດັ່ງກ່າວບໍ່ຢູ່ໃນ ແຜນ ເນື່ອງຈາກວ່າເປັນວຽກ ສຸກເສີນ ຊຶ່ງມາຮອດປັດຈຸບັນ, ໜີ້ສິນດັ່ງກ່າວນີ້ຍັງມີຫຼາຍຢູ່ ແລະ ກໍເປັນໂຄງການນອກແຜນ ຈຶ່ງຢາກສະເໜີໃຫ້ລັດຖະບານ ແກ້ໄຂໃຫ້ໝົດໄປຈະເປັນການ ດີທີ່ສຸດ ຊຶ່ງອາດຈະໃຊ້ທຶນຮ່ວງ ໃດໜຶ່ງຂອງລັດຖະບານນຳໄປ ແກ້ໄຂໃຫ້ໝົດໄປ.



ນອກຈາກນີ້ ບັນດາ ສສຊ ຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ແຜນພັດທະນາ ເສດຖະກິດ - ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະ ແຜນ ເງິນຕາຂອງລັດຖະບານອີກ ຫຼາຍບັນຫາ ເພື່ອໃຫ້ລັດຖະ ບານນຳໄປພິຈາລະນາຕາມ ຄວາມເໝາະສົມ. ສຳລັບຕອນບ່າຍຂອງວັນ ດຽວກັນນີ້ ສສຊ ກໍໄດ້ພ້ອມ ກັນປະກອບຄຳຄິດຄຳເຫັນໃສ່ ວຽກງານກວດສອບ ແລະ ອົງ ການກວດກາລັດຖະບານ. 





ທີ່ມາ: ຫນັງສືພິມປະຊາຊົນ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.