Header Ads

5 ອາດີດຜູ້ນໍາ ສ. ອາເມລິກາ ໂຮມໂຕກັນລະດົມເງິນຊ່ວຍເຫຼືອຜູ້ປະສົບໄພເຮິຣິເຄນຄັ້ງໃຫຍ່ໃນ ສ. ອາເມລິກາ


ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ ຜ່ານມານີ້ ວ່າ: ສ. ອາເມລິກາ ຈັດງານຄອນເສີດການກຸສົນ ເພື່ອລະດົມເງິນຊ່ວຍເຫຼືອຜູ້ປະສົບໄພເຮິຣິເຄນໃນລັດເທັກຊັສເພື່ອຊ່ວຍເຫຼືອ ແລະ ຟື້ນຟູບ້ານເຮືອປະຊາຊົນທີ່ຖຶກຜົນກະທົບຈາກເຮິຣິເຄນ ໂດຍງານຄອນເສີດຖືກຈັດຂື້ນພາຍໃຕ້ຊື່ຄອນເສີດວ່າ The One America Appeal  ເຊິ່ງຄວາມໜ້າສົນໃຈຂອງງານແມ່ນຢູ່ທີ່ການໂຮມໂຕກັນຂອງ ອາດີດຜູ້ນໍາ ສ. ອາເມລິກາ 5 ຄົນ (ທີ່ຍັງມີຊີວິດຢູ່) ປະກອບມີ ທ່ານ ບາຣັກ ໂອບາມາ, ທ່ານ ຈ໊ອດ ດັບເບີລຍູ ບຸຊ,​ ທ່ານ ບິລ ຄລິນຕັນ, ທ່ານ ຈ໊ອດ ເອຊ ດັບເບີລຍູ ບຸຊ ແລະ ທ່ານ ຈິມມີ ຄຣາເຕີ  ໂດຍງານຄອນເສີດດັ່ງກ່າວສາມາດລະດົມເງິນໄດ້ 31 ລ້ານໂດລາ ແລະ ພາຍໃນງານນອກຈາກຈະມີອາດີດຜູ້ນໍາ ສ. ອາເມລິກາ ແລ້ວກໍຍັງມີນັກຮ້ອງ ແລະ ຄົນດັ່ງເຂົ້າຮ່ວມນໍາອີກ ເປັນຕົ້ນ ເລດີ້ ກາກາ ແລະ ລີ ກຣີນວູດ ທີ່ມາສ້າງສີສັນໃນຄອນເສີດການກຸສົນຄັ້ງນີ້.





ສໍາລັບຄອນເສີດການກຸສົນ ເພື່ອລະດົມເງິນຊ່ວຍເຫຼືອຜູ້ປະສົບໄພເຮິຣິເຄນຄັ້ງນີ້ບໍ່ລາຍງານວ່າ ປະທານາທິບໍດີ ໂດໂນ ທຣັມ ເຂົ້າຮ່ວມງານນໍາ 


ທີ່ມາ: AP/RT  
© ໂຕະນໍ້າຊາ | tonamcha.com   
___________


Powered by Blogger.