Header Ads

ນາຍົກລັດຖະມົນຕິ ຊິນໂຊະ ອາເບະ ຊະນະການເລືອກຕັ້ງຕາມຄາດການ



ສໍານັກຂ່າວທ້ອງຖິ່ນ NHK ຂອງປະເທດຢີ່ປຸ່ນລາຍງານ ວ່າ : ຜົນສໍາຫຼວດເອັກຊິດໂພລ ( Exit Poll ) ພັກແອລດີພິ (LDP: Liberal Democratic Party) ຂອງທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຄົນປະຈຸບັນ ສາມາດກວດບ່ອນນັ່ງໃນສະພາໄດ້ຫຼາຍຫວ່າ 310 ບ່ອນນັ່ງ ຫຼື ເທົ່າກັບ 2 ໃນ 3 ຈາກທັງໝົດ 465 ບ່ອນນັ່ງ ເຊິ່ງຖືກເປັນການຄອງສຽງສ່ວນໃຫຍ່ໃນສະພາທີ່ສາມາດເຮັດໃຫ້ ທ່ານ ຊິນໂຊະ ອາເບະ ສາມາດສະເໜີສະພາໃນອະນຸມັດເພື່ອພັດທະນາສັກກະຍະພາບທາງດ້ານການທະຫານ ເພື່ອຮັບມຶກັບໄພຄຸກຄາມຈາກເກົາຫຼີເໜືອ ລວມທັງແຜນສະເໜີປັບເພີ່ມການເກັບພາສີ ເພື່ອນໍາມາເປັນງົບດ້ານການສຶກສາ, ສະຫວັດດີການສັງຄົມ ແລະ ການກະຕຸ້ນເສດຖະກິດຮອບໃໝ່ ທີ່ເປັນໜຶ່ງໃນຍຸດທະສາດທີ່ຄະນະລັດຖະບານ ທ່ານ  ຊິນໂຊະ ອາເບະ ວາງໄວ້ກ່ອນຍຸບສະພາໃຫ້ມີການເລືອກຕັ້ງໃໝ່ໃນວັນທີ 22 ຕຸລາ ຜ່ານມານີ້. 







ສໍາລັບການຊະນະການເລືອກຕັ້ງໃນຄັ້ງນີ້ ເຮັດໃຫ້ ທ່ານ ຊິນໂຊະ ອາເບະ  ດໍາລົງຕໍາແໜ່ງນາຍົກລັດຖະມົນຕີຂອງຢີປຸ່ນຍາວນານທີ່ສຸດໃນປະຫວັດສາດການເມືອງຂອງປະເທດຢີປຸ່ນນັບແຕ່ປີ 2012 ເປັນຕົ້ນມາ ເຊິ່ງການຊະນະການເລືອກຕັ້ງໃນຄັ້ງນີ້ຈະເປັນສະໄໝທີ 3 ຕິດຕໍ່ກັນ. ທ່ານ ຊິນໂຊະ ອາເບະ ໄດ້ກ່າວຂອບໃຈຜູ້ສະໜັບສະໜຸນ ແລະ ຢຶນຢັນວ່າຈະເລິ່ມດໍາເນີນການຮັບມຶກັບໄພຄຸກຄາມຈາກເກົາຫຼີເໜືອຢ່າງເຕັມທີ່ ລວມທັງສະເໜີສະພາໃນການປ່ຽນແປງລັດຖະມະນູນເພື່ອໃຫ້ອໍານາດແກ່ຄະນະລັດຖະບານໃນການແກ້ບັນຫາຫຼາຍດ້ານຂອງປະເທດທີ່ກໍາລັງປະເຊີນ. 


ຂໍ້ມູນຜົນການສໍາຫຼວດຂອງເອັກຊິດໂພລລະບຸວ່າ ພັກຊີດີພີ (CDP) ທີ່ເປັນພັດຝ່າຍຄ້ານສາມາດຍາດບ່ອນນັ່ງໃນສະພາພຽງ 44-67 ບ່ອນນັ່ງເທົ່ານັ້ນ ໃນຂະນະທີ່ພັກຄວາມຫວັງໃໝ່ຂອງ ທ່ານ ນາງ ຢູອິເກະ ໂຄອິເກະ ຜູ້ຄອງນະຄອນໂຕກຽວ ໜ້າຈະສາມາດຍາດບ່ອນນັ່ງໄດ້ 50 ບ່ອນນັ່ງ ແຕ່ທາງດ້ານ ທ່ານ ນາງ ຢູອິເກະ ໂຄອິເກະ ບໍ່ໄດ້ລົງສະມັກເລືອກຕັ້ງໃນນາມຕົວເອງເຮັດໃຫ້ ຝ່າຍຄ້ານບໍ່ມີຜູ້ນໍາທີ່ໂດດເດັ່ນພຽງພໍທີ່ສາມາດແຂ່ງຂັນກັບ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຄົນປະຈຸບັນໄດ້ ໂດຍດ້ານຄວາມເຊື່ອໝັ້ນ ປະຊາຊົນສ່ວນໃຫຍ່ຍັງຄົງໝັ້ນໃຈໃນໂຕ ທ່ານ ຊິນໂຊະ ອາເບະ ແລະ ພັກແອລດີພີ (LDP).




ສໍາລັບການປະກາດຜົນການເລືອກຕັ້ງຢ່າງເປັນທາງການຕ້ອງປະເຊີນກັບເຫດພະຍຸໄຕ້ຝຸ່ນພັດເຂົ້າຢີ່ປຸ່ນໃນວັນທີ 22  ຕຸລາ (ຄືນວານີ້) ຈົນເຮັດໃຫ້ການປະກາດຜົນການນັບຄະແນນນຕ້ອງເລື່ອນ ແລະ ລ່າຊ້າ  ແລະ ເຈົ້າໜ້າຫຼາຍຝ່າຍຕ້ອງປ່ຽນມາຮັບມືພະຍຸໄຕ້ຝຸ່ນແທນດ້ວຍການອົບພະຍົກຜູ້ຄົນຫຼາຍໜື່ນຄົນອອກຈາກພື້ນທີ່ກະທົບຈາກພະຍຸ ແລະ ນໍ້າຖ້ວມໃນຫຼາຍພື້ນທີ່. 




ທີ່ມາReuters/VoiceTV
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.