Header Ads

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງສະພາບແວດລ້ອມໂຮງຮຽນຢູ່ ພາກກາງ ແລະ ພາກໃຕ້ ຂອງລາວ



ໃນວັນທີ 23 ຕຸລາ 2017, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການປັບປຸງສະພາບແວດລ້ອມໂຮງຮຽນມັດທະຍົມຕອນຕົ້ນ ຢູ່ ພາກກາງ ແລະ ພາກໃຕ້ (The Project for Improving Secondary School Environment in the Central and Southern Province), ເຊິ່ງເປັນໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ,ມີມູນຄ່າ 1,369 ລ້ານ ເຢັນ ຫຼື 12,5 ລ້ານໂດລາສະຫະລັດ.ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າ ລັດຖະບານ ຍີ່ປຸ່ນ ໂດຍ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ມີບັນດາພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.



ໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາ ພື້ນຖານໂຄງລ່າງ, ໂດຍສະເພາະດ້ານການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ຊາວໜຸ່ມຢູ່ເຂດຊົນນະບົດ, ໃນແຂວງພາກກາງ ແລະ ພາກໃຕ້. ໂຄງການນີ້ ມີເປົ້າໝາຍທີ່ຈະຂະຫຍາຍ ແລະ ກໍ່ສ້າງໃຫມ່ ໂຮງຮຽນມັດທະຍົມ ຈຳນວນ 37 ແຫ່ງ ໃນສີ່ແຂວງ, ເຊິ່ງລວມມີຈາກທັງນະຄອນຫຼວງ ແລະ ແຂວງພາກໃຕ້, ແລະ ຍັງໄດ້ມອບອຸປະກອນອຳນວຍຄວາມສະດວກໃຫ້ການສຶກສາເຊັ່ນ: ໂຕະຮຽນ ແລະ ກະດານດຳ. ໂຄງການນີ້ ຍັງຈະໄດ້ເພີ່ມຈຳນວນຫ້ອງຮຽນຈາກ 212 ຫ້ອງ ເປັນ 454 ຫ້ອງ ແລະ ຄາດວ່າຈະສາມາດຮອງຮັບນັກຮຽນເພີ່ມຂຶ້ນອີກ 2.620 ຄົນ. ໂຄງການຊ່ວຍເຫຼືອຄັ້ງນີ້ ຍັງເປັນການສ້າງເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ ເພື່ອການພັດທະນາແບບຍືນຍົງ ແລະ ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020.


ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ, ລັດຖະບານລາວ ຍິນດີໃຫ້ການຮ່ວມມືຢ່າງເຕັມທີ່ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ທີ່ຈະດຳເນີນການກໍ່ສ້າງໃນອະນາຄົດອັນໃກ້ນີ້ ມີປະສິດທິຜົນ ແລະ ສຳເລັດຢ່າງຈົບງາມ, ພ້ອມທັງຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການພັດທະນາເສດຖະກິດສັງຄົມ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.