Header Ads

ວັກຊິນແອສຕ້ຣາເຊເນກ້າ 1 ລ້ານໂດສຈາກຢີ່ປຸ່ນເຖິງປະເທດກໍາປູເຈຍແລ້ວ



ອີງຕາມການລາຍງານຂ່າວຂອງ ສະຖານີໂທລະທັດ TVK ປະເທດກໍາປູເຈຍວ່າ : ວັກຊິນແອສຕ້ຣາເຊເນກ້າ 1 ລ້ານໂດສຈາກຊ່ວຍເຫຼືອຂອງລັດຖະບານຢີ່ປຸ່ນໄດ້ເດິນທາງມາເຖິງປະເທດກໍາປູເຈຍແລ້ວໂດຍທູດຢີ່ປຸ່ນປະຈໍາປະເທດກໍາປູເຈຍ ຖະແຫຼງວ່າ ການບໍລິຈາກວັກຊິນໃນຄັ້ງນີ້ ຈະຊ່ວຍໃຫ້ລັດຖະບານກໍາປູເຈຍໃນການຕໍ່ສູ້ກັບພະຍາດໂຄວິດ-19  ແລະ ບັນເທົາຄວາມກັງວົນຂອງປະຊາຊົນກ່ຽວກັບວັກຊິນ.  ປັດຈຸບັນ,​ ປະເທດກໍາປູເຈຍ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຢີ່ປຸ່ນແລ້ວ 50 ລ້ານໂດລາ ເຊິ່ງລວມທັງອຸປະກອນການແພດ, ການປັບປຸງໂຮງໝໍ ແລະ ການສະໜັບສະໜຸນການປ້ອງກັນການແຜ່ລະບາດຕາມຊາຍແດນ. ພ້ອມດຽວກັນລັດຖະບານຢີ່ປຸ່ນຍັງໃຫ້ເງິນກູ້ແກ່ກໍາປູເຈຍ 227 ລ້ານໂດລາ ເພື່ອນໍາໄປໃຊ້ໃນການຊ່ວຍເຫຼືອປະຊາຊົນຮັບມືການລະບາດຂອງໂຄວິດ-19. 


ສໍາລັບປະເທດກໍາປູເຈຍໄດ້ຮັບການບໍລິຈາກວັກຊິນ 16 ໂດສ ປະກອບມີວັກຊີ Sinophram ຈໍານວນ 5.2 ໂດສ, ວັກຊິນ Sinovax ຈໍານວນ 10.5 ໂດສ. ປະຊາກອນໄດ້ຮັບການສັກວັກຊິນແລ້ວ 10 ລ້ານຄົນ ໂດຍເຂັມ 1 ປະມານ 6,202,414 ຄົນ ແລະ  ເຂັມ 2 ຈໍານວນ 4,195,934 ຄົນ ຫຼື ເທົ່າກັບ 62.02% ຂອງປະຊາກອນ (ປະຊາກອນ 16.49 ລ້ານຄົນ). ຂໍ້ມູນວັນທີ 22 ກໍລະກົດ 2021 ລາຍງານຜ່ານເວບໄຊ www.worldometers.info ລະບຸວ່າ : ປະເທດກໍາປູເຈຍມີຜູ້ຕິດເຊື້ອສະສົມຈໍານວນ 70,419 ຄົນ, ເສຍຊີວິດ 1,188 ແລະ ປິ່ນປົວຫາຍດີແລ້ວ 62,577 ຄົນ. 


© ໂຕະນໍ້າຊາ | tonamcha.com 
 ____
Powered by Blogger.