Header Ads

ປກສ ເຂົ້າມ້າງ ແລະ ຈັບເປົ້າໝາຍຄ້າຂາຍຢາເສບຕິດພ້ອມຂອງກາງ ຢາໄອສ ຈໍານວນ 2 ເປົ່າເທົ່າກັບ 40 ຫໍ່ ມີນໜັກ 40 ກິໂລກຼາມ



ວັນທີ 21 ກໍລະກົດ 2021 ທາງຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ລົງສົມທົບກັບ

ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ເຂົ້າມ້າງເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ

ແຂວງບໍ່ແກ້ວ ສາມາດກັກຕົວເປົ້າໝາຍໄດ້ 01 ຄົນ ຊື່ທ້າວ ສົມຈິດ ແກ້ວໃຈ ພ້ອມທັງໄດ້ກວດຄົ້ນເຮືອນຂອງ

ຜູ້ກ່ຽວ ໄດ້ພົບເຫັນຄື:


1. ຢາໄອສ ຈໍານວນ 2 ເປົ່າເທົ່າກັບ 40 ຫໍ່ ມີນໜັກ 40 ກິໂລກຼາມ.

2. ໂທລະສັບ 01 ໜ່ວຍ.





ຜ່ານການສືບສວນ-ສອບສວນ ທ້າວ ສົມຈິດ ໄດ້ໃຫ້ການຊັດທອດຫາຜູ້ເຂົ້າຮ່ວມຂະບວນການຄື:


1. ທ້າວ ໄມ່ແອ່ນ ອາຍຸປະມານ 29 ປີ, ອາຊີບເຮັດນາ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

2. ທ້າວ ຍອດແສງ ແສງສະຫວັນ ອາຍຸ 26 ປີ ຢູ່ບ້ານ ສີດອນມີ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຈາກນັ້ນທາງເຈົ້າໜ້າທີ່ພວກເຮົາ ໄດ້ເຂົ້າກວດຄົ້ນເຮືອນຂອງທ້າວ ໄມ່ແອ່ນ (ແຕ່ຜູ້ກ່ຽວໄດ້ເອົາຕົວຫຼົບ

ໜີກ່ອນ) ຜ່ານການກວດຄົ້ນເຮືອນແມ່ນບໍ່ພົບເຫັນສິ່ງທີ່ຜິດກົດໝາຍ ແລະ ໄດ້ເຂົ້າກັກຕົວທ້າວ ຍອດແສງ

ແສງສະຫວັນ ຢູ່ບ້ານ ສີດອນມີ ເມືອງຕົ້ນເຜິ້ງ ພ້ອມທັງ ກວດຄົ້ນເຮືອນຂອງຜູ້ກຽ່ວ ໄດ້ພົບເຫັນຄື:






1. ຢາບ້າຈາໍນວນ 367 ມັດ, 07 ຖັງນ້ອຍ, 147 ເມັດ ເທົ່າກັບ735.547 ເມັດ, ມີນໍ້າໜັກ73,5 ກິໂລ.

2. ປືນເບີ 01 ກະບອກ ພ້ອມລູກ 24 ລູກ.

3. ເຮືອກາບ 01 ລໍາ

4. ໂທລະສັບ 02 ໜ່ວຍ.


ປະຈຸບັນທາງເຈົ້າໜ້າທີ່ພວກເຮົາພວມດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຊອກຫາກຸ່ມແກ້ງ

ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບຂອງກົດໝາຍ.


ພາບ-ຂ່າວ: ຮອ ວິທູນ ແກ້ວກັນຍາ

© ໂຕະນໍ້າຊາ | tonamcha.com 
 ____
Powered by Blogger.