Header Ads

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫົວພັນ



ໃນວັນທີ 23 ກໍລະກົດ 2021 ທີ່ແຂວງຫົວພັນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ, ໂດຍມີ ສະຫາຍ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງ, ພ້ອມພະນັກງານຫລັກແຫລ່ງ ໃຫ້ການຕ້ອນຮັບ ແລະ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ຊາບ.





ໂດຍລວມແລ້ວແຂວງຫົວພັນ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ. ມາຮອດປັດຈຸບັນ ການພັດທະນາເສດຖະກິດ 6 ເດືອນຕົ້ນປີທົ່ວແຂວງ ມີເນື້ອທີ່ປູກຝັງລະດູແລ້ງທັງໝົດ 26.761 ເຮັກຕາ ສາມາດເກັບຜົນຜະລິດໄດ້ທັງ ໝົດ 37.322 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 14,57%, ເນື້ອປູກພືດເປັນສະບຽງອາຫານມີ 7.606 ເຮັກຕາ ສາ ມາດເກັບກ່ຽວຜົນຜະລິດໄດ້ 17 ພັນກວ່າໂຕນ ແລະ ມີເນື້ອປູກພືດເປັນສິນຄ້າ 11.676 ເຮັກຕາ ສາມາດເກັບກ່ຽວຜົນຜະລິດໄດ້ 12 ພັນກວ່າໂຕນ ສ່ວນການພັດທະນາບັນດາວຽກງານໃນຂົງເຂດອື່ນໆ ແມ່ນສາມາດປະຕິບັດໄດ້ດີພໍສົມຄວນ, ແຕ່ອັດຕາຄວາມທຸກຍາກຍັງມີເຖິງ 13,44% ຂອງຄອບຄົວທັງໝົດ ທຽບໃສ່ປີ 2015 ຫລຸດລົງ 8,52% ແລະ ມີບ້ານທຸກຍາກ 473 ບ້ານ ກວມເອົາ 64,97% ຂອງບ້ານທຸກຍາກ. 





ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ, ພ້ອມໃຫ້ທິດຊີ້ນຳ ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ແຂວງຍັງຮັກສາໄດ້ມູນເຊື້ອຂອງການປະຕິວັດ ພ້ອມດຽວກັນສະຫາຍ ຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາການນຳຫລັກແຫລ່ງ ຈົ່ງໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການຜັນເອົາມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ຫັນລົງສູ່ຮາກຖານຕົວຈິງ, ຖືເອົາມະຕິ 11 ເປັນຫລັກ ແລະ ເປັນແຜນລະອຽດ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ນຳເອົາວາລະແຫ່ງຊາດ ມາຜັນຂະຫຍາຍ ພ້ອມກັບໝູນໃຊ້ເຂົ້າກັບພຶດຕິກຳຕົວຈິງຂອງການພັດທະນາແຂວງ ໃຫ້ກ້າວເດີນໄປຂ້າງໜ້າ, ໂດຍສ້າງຈີນຕະນາການອັນໃໝ່ທີ່ຖືກຕ້ອງ ແລະ ກ້າຮັບເອົາສິ່ງໃໝ່ ທີ່ມີການຫັນປ່ຽນທີ່ດີກວ່າອັນເກົ່າ ສຸດທ້າຍສະມາຊິກພັກທຸກຂັ້ນ ຕ້ອງເປັນແບບຢ່າງທີ່ດີໃນການດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ. ຫລັງຈາກນັ້ນ, ທາງຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານນາຊອນ ເມືອງສົບເບົາ, ເຊິ່ງເປັນບ້ານເກີດຂອງ ສະຫາຍເອງ ໂດຍມີ ສະຫາຍ ໄຊຍະແສງ ຊົງຢົງຢາ ເລຂາພັກເມືອງ, ເຈົ້າເມືອງ ພ້ອມເຖົ້າແກ່ແນວໂຮມ, ຄູ-ນັກຮຽນ ໃຫ້ການຕ້ອນຮັບ. ບ້ານນາຊອນ ປັດຈຸບັນ ມີພົນລະເມືອງທັງໝົດ 384 ຄົນ, ຍິງ 219 ຄົນ, ມີ 70 ຫລັງຄາ ແລະ 76 ຄອບຄົວ ທົ່ວເມືອງສົບເບົາ ມີເນຶ້ອທີ່ 101,99 ຮຕ ທິດຕາເວັນອອກ ຕິດກັບເມືອງມົກເຈົາ, ເວິ້ນໂຮ່, ເມືອງລາດ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບເມືອງຊຳເໜືອ, ທິດໃຕ້ຕິດກັບເມືອງວຽງໄຊ ແລະ ທິດເໜືອຕິດກັບເມືອງຊຽງຄໍ້. ມີເນື້ອທີ່ດິນປູກຝັງ 5.734 ເຮັກຕາ, ເນື້ອທີ່ນາ 2.526 ເຮັກຕາ, ພື້ນຖານເສດຖະກິດ ຫລັກ ແມ່ນກະສິກຳ, ມີ 67 ບ້ານ, 4.599 ຄອບຄົວ, ມີພົນລະເມືອງ 25.853 ຄົນ, ຍິງ 12.632 ຄົນ, ມີ 6 ເຜົ່າຊົນ, ເຜົ່າລາວພຸດ ກວມເອົາ 15%, ເຜົ່າໄຕແດງ ກວມເອົາ 64%, ເຜົ່າມົ້ງກວມເອົາ 22%, ເຜົ່າໄຕດຳ ກວມເອົາ 02%, ເຜົ່າອິ້ວມ້ຽນ ກວມເອົາ 03% ແລະ ເຜົ່າກຶມມຸ ກວມເອົາ 04%, ຜົນ ສຳເລັດໃນການນຳພາ-ຊີ້ນຳ ພັດທະນາເສດຖະກິດ-ສັງຄົມ ໄລຍະຜ່ານມາມີຫລາຍອັນທີ່ຍັງສັບສົນ, ມີທັງສິ່ງອຳນວຍຄວາມສະດວກ ແລະ ສີ່ງທ້າທາຍຫລາຍປະການໃຫ້ແກ່ການພັດທະນາ, ແຕ່ເຖິງຢ່າງໃດກໍ່ຕາມໂດຍຄວາມຮັບຜິດຊອບສູງ ຄວາມເປັນເຈົ້າການຂອງຄະນະພັກ, ສະມາຊິກພັກ, ອຳນາດການປົກ ຄອງແຕ່ລະຂັ້ນ, ອົງການຈັດຕັ້ງຕ່າງໆ ບວກກັບມູນເຊື້ອອັນດີງາມຂອງຊາວເມືອງສົບເບົາ ແລະ ພາຍໃຕ້ການນຳພາ-ຊີ້ນຳ ຢ່າງເປັນປົກກະຕິ ໃນການສຶກສາອົບຮົມການເມືອງແນວຄິດ ດ້ວຍການຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງຂອງພັກ, ກົດໝາຍຂອງລັດ ໂດຍສະເພາະ ແມ່ນມະຕິຕ່າງໆ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ມະຕິ  X ຂອງອົງຄະນະພັກແຂວງ, ມະຕິ V ຂອງອົງຄະນະພັກເມືອງ, ການເລົ່າມູນເຊື້ອຂອງພັກ, ຂອງຊາດ, ສາກົນ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນ  67 ບ້ານ ທົ່ວເມືອງ ເຫັນໄດ້ວ່າ ຄຸນທາດການເມືອງຂອງພໍ່ແມ່ປະຊາຊົນ ແມ່ນຍັງມີຄວາມໜັກແໜ້ນເດັດດ່ຽວ ເດີນຕາມອຸດົມການສັງ ຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ ມີຄວາມຮັບຮູ້ເຂົ້າໃຈ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ກົດໝາຍຂອງລັດ. ທົ່ວເມືອງ ມີ 100 ໜ່ວຍພັກ, ໃນນັ້ນມີໜ່ວຍພັກເອກະລາດ 82 ໜ່ວຍ, ມີສະ ມາຊິກພັກທັງໝົດ 1.459 ສະຫາຍ, ຍິງ 342 ສະຫາຍ, ມີສະມາຊິກພັກແຂງ 1.271 ສະຫາຍ, ຍິງ 305 ສະຫາຍ,  ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 79 ໜ່ວຍພັກ ເທົ່າກັບ 82,29% ຂອງຈຳນວນໜ່ວຍພັກ.


ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ບາງບັນຫາ ກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍທີ່ອຳນາດການປົກຄອງທຸກຂັ້ນ ຕະຫລອດພໍ່ແມ່ປະ ຊາຊົນ ໄດ້ຍຶດໝັ້ນ ແລະ ຮັກສາໄດ້ມູນເຊື້ອພິລະອາດຫານແຫ່ງປະຕິວັດ ແລະ ຈົ່ງສືບຕໍ່ຮັກສາມູນເຊື້ອດັ່ງກ່າວ, ພ້ອມເສີມຂະຫາຍ ແລະ ສູ້ຊົນເຮັດໃຫ້ປະຊາຊົນພາຍໃນເມືອງ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ, ເຮັດໃຫ້ທົ່ວສັງຄົມພາຍໃນເມືອງ ປອດຈາກສິ່ງເສບຕິດ, ສິ່ງຜິດກົດໝາຍ ແລະ ສົ່ງເສີມໃຫ້ລູກຫລານໄດ້ຮັບການສຶກສາ ເພື່ອເຮັດໃຫ້ລູກຫລານຫ່າງໄກຈາກສິ່ງອະບາຍຍະມຸກຕ່າງໆ.

© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.