Header Ads

ອົງການປົກຄອງເມືອງພູກູດ ບໍ່ສາມາດຂຸດຄົ້ນຫາ 7 ຜູ້ປະສົບເຄາະຮ້າຍ ຈາກເຫດດິນຍຸບທັບ



ອົງການປົກຄອງເມືອງພູກູດ, ແຂວງຊຽງຂວາງ ບໍ່ສາ ມາດຂຸດຄົ້ນຫາຜູ້ສູນຫາຍຈຳນວນ 7 ຄົນ ທີ່ປະສົບເຄາະຮ້າຍຈາກເຫດດິນຍຸບທັບໃນຂະນະທີ່ລັກລອບຂູດຄົ້ນແຮ່ຄໍາ ຢູ່ພູສູງເຂດບ້ານແລທອງ ໃນວັນທີ 18 ກໍລະກົດ 2021 ເນື່ອງຈາກມີຂໍ້ຫຍຸ້ງຍາກຫລາຍຢ່າງ ແລະ ມີຄວາມສ່ຽງຈະເກີດເຫດດິນຍຸບຕື່ມອີກ.


ທ່ານ ສຸລິສາ ຈັນທະປັນຍາ, ຮອງເຈົ້າເມືອງພູກູດ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 22 ກໍລະ ກົດ 2021 ວ່າ: ຕໍ່ເຫດການທີ່ເກີດຂຶ້ນ, ຈິດໃຈທາງຄອບ ຄົວຂອງຜູ້ຖືກເຄາະຮ້າຍສະເຫນີຢາກຄົ້ນຫາຜູ້ທີ່ສູນຫາຍອອກມາ ເຊີ່ງການນໍາຂອງເມືອງໄດ້ຈັດກອງປະຊຸມປຶກສາຫາລືຫຼາຍຄັ້ງ, ພ້ອມທັງໄດ້ຂໍທິດຊີ້ ນໍາຈາກການນໍາຂັ້ນແຂວງ ແລະ ບັນດາພະ ແນກການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ເປັນຫ່ວງເປັນໄຍໄດ້ລົງມາສົມທົບກັບເມືອງ ເພື່ອພ້ອມ ກັນປະເມີນສະພາບການຕົວຈິງ ເຫັນວ່າຈະບໍ່ສາມາດຂຸດ ຄົ້ນເອົາຜູ້ຖືກເຄາະຮ້າຍທັງ 7 ຄົນອອກມາໄດ້ ເນື່ອງຈາກວ່າ ສະພາບຂອງພື້ນທີ່ເປັນພື້ນສູງ ແລະ ດິນຍຸບໂຕເປັນບໍ ລິເວນກວ້າງ ມີຄວາມສ່ຽງສູງທີ່ຈະເກີດເຫດດິນຍຸບຕື່ມອີກ ແລະ ຈະມີຜົນກະທົບຕໍ່ຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ ແລະ ສັງຄົມ ລວມເຖີງບ່ອນທໍາການຜະລິດຂອງປະຊາ ຊົນທີ່ຢູ່ໃກ້ຄຽງ ແລະ ຈະສ້າງຄວາມບໍ່ສະຫງົບຢູ່ໃນສັງຄົມ.  ສໍາລັບ 7 ຜູ້ຖືກເຄາະຮ້າຍໃນຄັ້ງນີ້ ປະຊາຊົນບ້ານໂຈຍ 5 ຄົນ, ບ້ານບົງ 1 ຄົນ, ບ້ານເມືອງເສັງ 1 ຄົນ. 





       

ທ່ານ ສຸລິສາ ຈັນທະປັນຍາ ຍັງໄດ້ຮຽກຮ້ອງໃຫ້ຄອບ ຄົວ, ຍາດພີ່ນ້ອງ ກໍຄື ໝູ່ເພື່ອນຜູ້ຖືກເຄາະຮ້າຍໃນຄັ້ງນີ້ເຂົ້າໃຈສະພາບການທີ່ເກີດຂຶ້ນ, ພ້ອມນີ້ ຮຽກຮ້ອງໃຫ້ປະ ຊາຊົນພາຍໃນແຂວງຊຽງຂວາງ ກໍຄື ເມືອງພູກູດຢຸດເຊົາລັກລອບຂຸດຄົ້ນແຮ່ຄໍາ ເພາະຜິດຕໍ່ລະບຽບກົດໝາຍ ແລະ ມີຄວາມສ່ຽງສູງທີ່ຈະປະສົບກັບເຫດຮ້າຍຕ່າງໆ.





ໂດຍ: ມົດແດງນ້ອຍ

Via Lao National Radio 


© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.