Header Ads

ສປປ ລາວ ສາມາດສັກວັກຊິນ ກັນພະຍາດໂຄວິດ-19 ເຂັມທີ 1 ໄດ້ 1 ລ້ານກວ່າຄົນ



ຕາມການລາຍງານ ຂອງສູນສຸຂະພາບແມ່ ແລະ ເດັກ, ກະຊວງສາທາລະນະສຸກ ໃນວັນທີ 20 ກໍລະກົດ 2021 ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ຄວາມຄືບໜ້າຂອງການສັກວັກຊິນ ກັນພະຍາດໂຄວິດ-19 ເຂັມທີ 1 ໃນ ສປປ ລາວ ໄດ້ 1.059.960 ຄົນ (ອັດຕາປົກຄຸມ 14,45%) ແລະ ເຂັມທີ 2 ໄດ້ 769.975 (ອັດຕາປົກຄຸມ 10,49%). ໃນຂະນະທີ່ອັດຕາການຕົກເຮ່ຍຂອງການສັກວັກຊິນ ຢູ່ບາງແຂວງຍັງສູງ ແລະ ຄວນໄດ້ເລັ່ງການສັກວັກຊິນ ໃຫ້ກຸ່ມບູລິມະສິດໃຫ້ຫລາຍຂຶ້ນ ເນື່ອງຈາກເປັນຜູ້ທີ່ມີຄວາມສ່ຽງສູງກວ່າກຸ່ມອື່ນໆ.


ນະຄອນຫລວງວຽງຈັນ ສັກເຂັມທີ 1 ໄດ້ 306.251 ຄົນ, ໂຮງໝໍສູນກາງ 114.947 ຄົນ, ບໍ່ແກ້ວ 82.503 ຄົນ, ສະຫວັນນະເຂດ 77.775 ຄົນ, ຈຳປາສັກ 60.624 ຄົນ, ແຂວງວຽງຈັນ 49.966 ຄົນ, ຫລວງພະບາງ 47.870 ຄົນ, ຄຳມ່ວນ 44.167 ຄົນ, ໄຊຍະບູລີ 42.782 ຄົນ, ອຸ ດົມໄຊ 36.738 ຄົນ, ຫລວງນ້ຳທາ 36.256 ຄົນ, ສາລະວັນ 33.989 ຄົນ, ບໍລິຄຳໄຊ 33.594 ຄົນ, ຊຽງຂວາງ 29.757 ຄົນ, ຫົວພັນ 16.725 ຄົນ, ອັດຕະປື 15.339 ຄົນ, ຜົ້ງສາລີ 12.851 ຄົນ, ເຊກອງ 11.527 ຄົນ ແລະ ໄຊສົມບູນ ໄດ້ 6.299 ຄົນ.


ສຳລັບອັດຕາການຕົກເຮ່ຍຂອງການສັກວັກຊິນ ຍັງສູງໃນບາງແຂວງ ແລະ ຄວນໄດ້ເລັ່ງການສັກວັກຊິນເຂັມ 2 ໃຫ້ທັນຕາມການນັດໝາຍ ເຊັ່ນ: ແຂວງ ເຊກອງ (32%), ຫລວງນ້ຳທາ (23%), ຄໍາມ່ວນ ແລະ ໄຊສົມບູນ (22%). ນອກຈາກນີ້, ກຸ່ມບູລິມະສິດ (ບຸກຄະລາກອນທາງການແພດ, ກຸ່ມຜູ້ສູງອາຍຸ, ຜູ້ທີ່ເປັນພະຍາດຊ້ຳເຮື້ອ, ບຸກຄະລາກອນອື່ນໆທີ່ມີຄວາມສ່ຽງສູງ, ບຸກຄົນທີ່ຈຳເປັນຕ້ອງເດີນທາງເຂົ້າ-ອອກປະເທດ) ໄດ້ຮັບການສັກວັກຊິນໜ້ອຍ ກໍຄວນເລັ່ງໃສ່ກຸ່ມນີ້ໃຫ້ຫລາຍຂຶ້ນເຊັ່ນກັນ, ເນື່ອງຈາກເປັນຜູ້ທີ່ມີຄວາມສ່ຽງສູງກວ່າກຸ່ມອື່ນໆ. ສ່ວນແຂວງ ທີ່ເປັນບູລິມະສິດໃນການສັກວັກຊິນກັນພະຍາດໂຄວິດ-19 ທີ່ຕ້ອງຕິດຕາມໃກ້ຊິດ ມີ: ແຂວງຈຳປາສັກ, ສະຫວັນນະເຂດ, ຫົວພັນ, ໄຊສົມບູນ, ຄຳມ່ວນ ແລະ ແຂວງສາລະວັນ.


ຂ່າວ: ມະນີທອນ

Via Pathedlao 


© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.