Header Ads

ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຮງງານລາວ ເດີນທາງກັບຄືນປະເທດຢ່າງຖືກຕ້ອງຕາມລະບຽບການ



   

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ຮຽກຮ້ອງໃນໂອກາດຖະ ແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 20 ກໍລະກົດ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ວ່າ: ປະຊາຊົນລາວ ກໍ່ຄືຊາວຕ່າງປະເທດ ທີ່ມີຄວາມປະສົງຈະເຂົ້າ-ອອກ ສປປ ລາວ ໃຫ້ປະຕິບັດຖືກຕ້ອງຕາມຂັ້ນຕອນຂອງລະບຽບການ ບໍ່ໃຫ້ລັກລອບເຂົ້າ-ອອກ ຕາມລຳພັງ ຊຶ່ງຈະເປັນການນຳເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດເປັນວົງກວ້າງຢູ່ ສປປ ລາວ ແລະ ກໍ່ຢູ່ປະເທດເພື່ອນບ້ານເຊັ່ນກັນ ຊຶ່ງຈະເຮັດໃຫ້ຄວບຄຸມໄດ້ຍາກທີ່ສຸດ. 


ພິເສດ ຕໍ່ກັບແຮງງານລາວ ທີ່ໄປອອກແຮງງານຢູ່ປະ ເທດໃກ້ຄຽງ ກໍ່ຂໍໃຫ້ປະຕິບັດເຂັ້ມງວດຕາມລະບຽບການຂອງປະເທດເພື່ອນບ້ານທີ່ຕົນເອງອາໃສຢູ່ ໃນຂະນະດຽວ ກັນ ຖ້າຕ້ອງການກັບຄືນ ສປປ ລາວ ເຊິ່ງເປັນບ້ານເກີດເມືອງນອນຂອງຕົນເອງ ກໍ່ໃຫ້ດຳເນີນຢ່າງຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ເຖິງວ່າເວລາອອກໄປຕ່າງປະເທດ ໄດ້ລັກລອບອອກໄປກໍ່ຕາມ ແຕ່ເວລາກັບເຂົ້າມາ ຂໍໃຫ້ກັບມາຢ່າງຖືກຕ້ອງ ໂດຍໃຫ້ພົວພັນກັບເຈົ້າໜ້າທີ່ສະຖານທູດ,  ກົງສູນລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແລ້ວເດີນທາງມາຜ່ານດ່ານຕ່າງໆຢ່າງເປັນທາງການ.

 

ທ່ານ ພັນຄໍາ ວິພາວັນ ກ່າວຕື່ມວ່າ: ລັດຖະບານ ຖືວ່າການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງນັ້ນ ເປັນການກະທຳທີ່ຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ ແລະ ກົງກັນຂ້າມ ບຸກຄົນໃດຫາກລັກລອບເຂົ້າມາ ຈະແມ່ນດ້ວຍເສັ້ນທາງໃດກໍ່ຕາມ ຖືວ່າເປັນຜູ້ມີຄວາມຜິດຕາມກົດໝາຍ ແລະ ເປັນຜູ້ນຳເອົາຜົນເສຍຫາຍມາໃຫ້ປະ ເທດຊາດ ຊຶ່ງຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ.  ດັ່ງນັ້ນ ຮຽກຮ້ອງໃຫ້ ພໍ່ແມ່ ພີ່ນ້ອງ ສົ່ງຂ່າວຕໍ່ໃຫ້ລູກຫຼານ ແລະ ໝູ່ຄູ່ຂອງຕົນເອງຊາບ ໃຫ້ຈະແຈ້ງ ແລະ ທົ່ວເຖິງ. 


ທີ່ມາ: ບຸນຕຽງ ຈັນທະວົງ

Via Lao National Radio 


© ໂຕະນໍ້າຊາ | tonamcha.com 
 ____
Powered by Blogger.