Header Ads

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເນັ້ນແກ້ບາງວຽກຂອງແຜນເງິນຕາ



ທ່ານ ສອນໄຊ ສິດພະໄຊ ກໍາມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2021 ຕໍ່ກອງປະຊຸມເຊື່ອມຊຶມມະຕິ XI ຂອງພັກ ເມື່ອອາທິດທີຜ່ານມາ ນີ້ວ່າ:  ໄລຍະ 6 ເດືອນຜ່ານມາ ທຫລ ສາມາດສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດໄດ້ໂດຍພື້ນຖານ, ສະແດງອອກອັດຕາເງິນເຟີ້ ສະເລ່ຍຢູ່ໃນ ລະດັບ 2,83%, ເງິນກີບອ່ອນຄ່າ ສະເລ່ຍ 4,1% ທຽບໂດລາ, ປະລິມານເງິນ M2 ເພີ່ມຂຶ້ນ 14,32%; ຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນໍາເຂົ້າໄດ້ 3,76 ເດືອນ, ຍອດເຫລືອເງິນຝາກເພີ່ມຂຶ້ນ 27,45% ສະເລ່ຍຢູ່ໃນລະດັບ 66,48% ຂອງ GDP ແລະ ຍອດສິນເຊື່ອຂອງທະ ນາຄານທຸລະກິດ ເພີ່ມຂຶ້ນ 4,81% ສະເລ່ຍຢູ່ໃນລະດັບ 47,02% ຂອງ GDP ທຽບໃສ່ປີຜ່ານມາຖືວ່າບັນລຸເປັນສ່ວນໃຫຍ່. ໃນຂະນະທີ່ອັດຕາສ່ວນໜີ້ເສຍ ສະເລ່ຍຢູ່ໃນລະດັບ 2,95% ຂອງຍອດສິນເຊື່ອທັງໝົດ; ລະບົບການເງິນມີທ່າຂະຫຍາຍຕົວ ຄື: ທະນາຄານທຸລະກິດ ມີ 44 ແຫ່ງ, ມີສາຂາ 114 ແຫ່ງ, ໜ່ວຍບໍລິການ 540 ແຫ່ງ, ຕູ້ ATM 1.347 ໜ່ວຍ, ສະຖາບັນການເງິນ ປະເພດຕ່າງໆ ມີ 198 ແຫ່ງ; ລະບົບນິຕິກໍາໃນການຄຸ້ມຄອງມະຫາພາກດ້ານຕ່າງໆ ຮັບການສ້າງ ແລະ ປັບ ປຸງໃຫ້ສອດຄ່ອງກັບມາດຕະຖານ ແລະ ສະພາບຕົວຈິງ, ລະບົບການຊໍາລະຮັບການພັດທະນາໃຫ້ມີຫລາກຫລາຍຜະລິດຕະພັນ ແລະ ທັນສະໄໝຂຶ້ນ; ຕະຫລາດທຶນຮັບການພັດທະນາຢ່າງເປັນລະບົບ ແລະ ຖືກຮັບຮູ້ຈາກສັງຄົມຫລາຍຂຶ້ນ ແລະ ນອກນີ້ ຍັງມີຫລາຍດ້ານພົ້ນເດັ່ນຂຶ້ນ.


ທຫລ ສືບຕໍ່ປະຕິບັດນະໂຍບາຍເງິນຕາ ໂດຍການປັບຫລຸດອັດຕາເງິນແຮຝາກບັງຄັບ, ສືບຕໍ່ປະຕິບັດກົນໄກການປະມູນພັນທະບັດຄັງເງິນ, ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນເປັນເຄື່ອງມືຕົ້ນຕໍ ເພື່ອສ້າງຄວາມເຂັ້ມແຂງໃຫ້ສະຖຽນລະພາບເງິນຕາແຫ່ງຊາດໄລຍະສັ້ນ ແລະ ຄົ້ນຄວ້ານໍາສະ ເໜີ ມາດຕະການຮັກສາສະຖຽນລະພາບເງິນຕາແຫ່ງຊາດໄລຍະກາງ-ໄລຍະຍາວ, ເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຮ້ານແລກປ່ຽນ ໂດຍປະຕິບັດມາດຕະການຕໍ່ຫົວໜ່ວຍ ທີ່ເຄື່ອນໄຫວບໍ່ສອດຄ່ອງກັບລະບຽບການ. 

ມາຮອດທ້າຍເດືອນມິຖຸນາ 2021 ໄດ້ອອກແຈ້ງການ ໂຈະການຮັບເອກະສານຄໍາຮ້ອງຂໍອະນຸ ຍາດ ດໍາເນີນທຸລະກິດແລກປ່ຽນເງິນຕາ ໃນຂອບເຂດທົ່ວປະເທດ ເພື່ອທົບທວນ, ປະເມີນຜົນກົນໄກການຄຸ້ມຄອງໃນໄລຍະຜ່ານມາ ເພື່ອປັບປຸງເຮັດໃຫ້ຮັດກຸມ ແລະ ມີຈຸດສຸມກວ່າເກົ່າ, ພ້ອມທັງອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຮ້ານແລກປ່ຽນ ຜ່ານທະນາຄານທຸລະກິດ ແລະ ວຽກອື່ນທີ່ຕິດພັນ. 

ສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງ ຕິດພັນກັບການຄຸ້ມຄອງທະນາຄານທຸລະກິດ ແລະ ສະຖາບັນການເງິນ; ຕິດຕາມກວດກາການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນຢ່າງປົກກະຕິ ຕາມລະບຽບຄວາມໝັ້ນຄົງ, ປະຕິບັດໂຄງການສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ແລະ ອອກຂໍ້ຕົກລົງເພີ່ມຕື່ມ ວ່າດ້ວຍການປະຕິບັດນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ, ສໍາເລັດການຄົ້ນຄວ້າການນໍາໃຊ້ເງິນຢວນ ມາເພີ່ມເປັນທຶນຈົດທະບຽນຂອງທະນາຄານທຸລະກິດ, ສືບຕໍ່ປັບປຸງໂຄງສ້າງ 2 ທະນາຄານລັດ ເພື່ອຫັນເປັນທະນາຄານຮ່ວມທຶນ ຕາມທິດຊີ້ນໍາຂອງລັດຖະບານ, ອະນຸຍາດດໍາເນີນທຸລະກິດໃຫ້ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ 8 ແຫ່ງ. ພ້ອມສືບຕໍ່ປະຕິບັດນະໂຍບາຍ ເພື່ອສ້າງຄວາມເຂັ້ມແຂງດ້ານແຫລ່ງທຶນໃຫ້ແກ່ຈຸນລະວິສະຫະກິດ, ວິສະຫະກິດຂະໜາດນ້ອຍ, ກາງ (SMEs) ຜ່ານກອງທຶນສົ່ງເສີມ (SMEs) ຂອງລັດຖະບານພາຍໃຕ້ໂຄງການສົ່ງ ເສີມ SME ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍປ່ອຍຜ່ານ 4 ທະນາຄານ, ຊຶ່ງຮອດທ້າຍເດືອນມິຖຸນາ 2021 ໄດ້ປ່ອຍກູ້ໃຫ້ທະນາຄານທຸລະກິດ 187 ຕື້ກີບເພື່ອປ່ອຍກູ້ຕໍ່ໃຫ້ລູກຄ້າເປົ້າໝາຍ. 


ສໍາລັບທະນາຄານນະໂຍບາຍ ສືບຕໍ່ສະໜອງແຫລ່ງທຶນທັງໝົດ 64 ກວ່າຕື້ກີບ, ສໍາເລັດການເປີດກອງທຶນສົ່ງເສີມການເຂົ້າຫາແຫລ່ງທຶນ ສປປ ລາວ (LAFF); ຊຸກຍູ້ການເບີກຖອນເງິນກູ້ຈໍານວນ 100 ລ້ານໂດລາ ຈາກ CDB ເພື່ອປະຕິບັດໂຄງການສິນເຊື່ອ ເພື່ອສົ່ງເສີມ SME. ສໍາເລັດການສ້າງ-ປັບປຸງນິຕິກໍາຂັ້ນລັດຖະບານ ເປັນຕົ້ນ ດໍາລັດວ່າດ້ວຍຄັງສໍາຮອງເງິນຕາຕ່າງປະເທດ, ດໍາລັດ ວ່າດ້ວຍການເງິນ ແລະ ການບັນຊີ, ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຄຊ (ສະບັບປັບປຸງ) ແລະ ອອກນິຕິກໍາຂັ້ນ ທຫລ ຈໍານວນໜຶ່ງ. ປະຕິບັດວຽກງານຊໍາລະຫັນສູ່ທັນສະໄໝ ໂດຍໄດ້ອະນຸຍາດ ເປີດບໍລິການທາງເອເລັກໂຕຣນິກ ເປັນຕົ້ນ: Cool Wallet, U-Money ແລະ M-Money; ຄົ້ນຄວ້າມາດຕະຖານຂໍ້ຄວາມລະບົບການຊໍາລະທຸລະກໍາຍ່ອຍ, ຄົ້ນຄວ້າລະບຽບການນໍາໃຊ້ລະບົບຮ່ວມກັນ (Business Rules) ແລະ ຄົ້ນຄວ້າກ່ຽວກັບ Lao QR Code Specification, ສໍາເລັດການອອກໃບອະນຸຍາດໃຫ້ບໍລິການ ຜະລິດຕະພັນດ້ານການຊໍາລະຈໍານວນ 5 ກໍລະນີ, ອະນຸ ຍາດໃຫ້ ທຄຕລ ໃຫ້ບໍລິການຮັບຊໍາລະຄ່າສິນຄ້າ, ບໍລິການລະຫວ່າງປະເທດ ແລະ ປັບປຸງການໃຫ້ບໍ ລິການຜະລິດຕະພັນບັດ BCEL Union Pay ຈາກບັດແຖບແມ່ເຫລັກມາເປັນບັດຊິບ. ຄົ້ນຄວ້າການອອກຈໍາໜ່າຍຫລັກຊັບ ຮອດທ້າຍເດືອນມິຖຸນາ 2021 ມີຍອດເຫລືອລະດົມທຶນ ຜ່ານຕະຫລາດທຶນ ກວມ 14,21% ຂອງ GDP; ຄຸ້ມຄອງການຊື້-ຂາຍໃນຕະຫລາດຂັ້ນສອງ ໄປຄຽງຄູ່ກັບການຄຸ້ມຄອງສະຖາບັນສື່ກາງ ທາງດ້ານຫລັກຊັບ ໃຫ້ເຄື່ອນໄຫວສອດຄ່ອງຕາມລະບຽບການ, ສໍາເລັດແຜນວຽກ ເພື່ອກະກຽມການຂ້າມຜ່ານໄປສູ່ການຈັດຕັ້ງປະຕິບັດ IFRS, ສໍາເລັດການສ້າງບົດປະເມີນການບໍລິ ຫານກິດຈະການ ແລະ ກົນໄກການປະເມີນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບໍລິສັດຈົດທະບຽນ. ກະກຽມຮ່າງຄໍາຕອບທີ່ຕິດພັນກັບຄໍາຖາມເຈາະຈີ້ມ ກ່ອນການປະເມີນຕົວຈິງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆ ທີ່ກ່ຽວຂ້ອງ. 


ຄຽງຄູ່ກັບຜົນສໍາເລັດນັ້ນ, ກໍ່ຍັງມີຂໍ້ຄົງຄ້າງທີ່ຮັບການແກ້ໄຂຢ່າງຕັ້ງໜ້າ ເປັນຕົ້ນ ສ່ວນຕ່າງອັດຕາແລກປ່ຽນສະກຸນເງິນກີບ ທຽບໃສ່ເງິນໂດລາ ລະຫວ່າງທະນາຄານທຸລະກິດກັບຕະຫລາດນອກລະບົບ ຍັງຢູ່ໃນລະດັບທີ່ສູງສົມຄວນ; ການຊຸກຍູ້ບໍລິສັດເປົ້າໝາຍ ອອກຈໍ່າໜ່າຍຫລັກຊັບລະດົມທຶນ ແລະ ຈົດທະບຽນໃນຕະຫລາດຫລັກຊັບ, ການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການຊື້-ຂາຍ ເພື່ອດຶງດູດຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ຍັງບໍ່ບັນລຸແຜນການ ແລະ ກໍ່ຍັງມີບາງດ້ານທີ່ຈະຕ້ອງຮັບການປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້ານີ້.


ຂ່າວ: ຣັດສະໝີ ດວງສັດຈະ (ຂປລ)

© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.