Header Ads

ຍີ່​ປຸ່ນ ສືບ​ຕໍ່ຊ່ວຍ​ເຫຼືອທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ ມູນຄ່າ 313 ລ້ານເຢນ (ປະມານ 3 ລ້ານໂດລາ)



ພິທີລົງນາມ​​ເອ​ກະ​ສານ​ແລກປ່ຽນ (Exchange of Notes-E/N) ເພື່ອຮັບເອົາໂຄງການຊ່ວຍ​ເຫຼືອໃນແຜນ​ຈາກລັດ​ຖະ​ບານ​ຍີ່​ປຸ່ນໃນໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ​ມູນ​ຄ່າ 313 ລ້ານ​ເຢນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ກໍ​ລະ​ກົດ​ນີ້ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກ​ອັກຄະ​ຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ​ໂດຍ​ມີພະນັກງານກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ນຳ.


ໂຄງການຊ່ວຍເຫຼືອໃນຄັ້ງນີ້, ແມ່ນໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ The Project for Human Resource Development Scholarship (JDS) ມູນຄ່າ 313 ລ້ານເຢນ (ປະມານ 3 ລ້ານໂດລາ) ຊຶ່ງແມ່ນທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກທີ່ລັດຖະບານຍີ່ປຸ່ນສະໜອງໃຫ້ແກ່ລັດຖະບານ ສປປ ລາວ, ໃນການຍົກລະດັບຂີດຄວາມສາມາດຂອງພະນັກງານ-ລັດຖະກອນລາວນັບແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ນັບມື້ນັບຫຼາຍຂຶ້ນ. ນັບແຕ່ປີ 2000 ມາຮອດປີ 2020, ລັດຖະບານຍີ່ປຸ່ນໄດ້ສະໜອງທຶນການສຶກສາດັ່ງກ່າວໃຫ້ແກ່ ສປປ ລາວ ລວມທັງໝົດ 464 ທຶນ (ປະລິນຍາໂທ 454 ທຶນ, ປະລິນຍາເອກ 10 ທຶນ), ໃນຂະແໜງການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ພື້ນຖານໂຄງລ່າງ ແລະ ອື່ນໆ.




ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ຕີ​ລາ​ຄາ​ສູງ​ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການ​ສະ​ໜັບ​ສະ​ໜູນ ແລະ ​ຊ່ວຍ​ເຫຼືອຂອງລັດ​ຖະ​ບານກໍຄືປະ​ຊາ​ຊົນ​ຍີ່​ປຸ່ນຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ, ໂດຍ​ສະ​ເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຂອງຍີ່ປຸ່ນທີ່ຍັງຢູ່ໃນອັນດັບແຖວໜ້າຂອງການຊ່ວຍເຫຼືອຈາກຕ່າງປະເທດໃຫ້ແກ່ ສປປ ລາວ. ເຖິງແມ່ນວ່າສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານລາວ ແລະ ຍີ່ປຸ່ນ ຈໍານວນໜຶ່ງມີຄວາມຫຼ້າຊ້າ ຫຼື ຖືກເລື່ອນອອກໄປກໍຕາມ, ແຕ່ວ່າຂະບວນການພິຈາລະນາບັນດາໂຄງການສະເໜີປະຈໍາປີຂອງລັດຖະບານລາວແມ່ນຍັງສືບຕໍ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພິຈາລະນາຢ່າງຕັ້ງໜ້າຈາກພາກສ່ວນກ່ຽວຂ້ອງກໍຄືລັດຖະບານຍີ່ປຸ່ນ. ພ້ອມດຽວກັນນີ້, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ຕໍ່ເຫດການດິນຕົມເຈື່ອນຮຸນແຮງຢູ່ ເມືອງອາຕາມິ ແຂວງຊິຊຸໂອໂກະ ປະເທດຍີ່ປຸ່ນ ໃນວັນທີ 3 ກໍລະກົດ 2021 ຜ່ານມາ.


ໃນໂອກາດດຽວກັນນີ້, ທ່ານ ທາເກວາກະ ເຄໂຊ ໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຄັ້ງນີ້ ແລະ ເຊື່ອໝັັ້ນວ່າໂຄງການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ໃນຄັ້ງນີ້ຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.


ຂ່າວ-ພາບ: ນາງ​ແສງ​ຈັນ | Vai ນສພ ປະຊາຊົນ 


© ໂຕະນໍ້າຊາ | tonamcha.com 
 ____
Powered by Blogger.