Header Ads

ກອງປະຊຸມສະພາຜູ້ບໍລິຫານສູນປະສານງານເພື່ອຊ່ວຍເຫລືອດ້ານມະນຸດສະທໍາອາຊຽນ ຄັ້ງທີ 7



ວັນທີ 18 ຕຸລາ 2017, ຢູ່ທີ່ໂຮງແຮມຫລວງພະບາງວິວ, ແຂວງຫລວງພະບາງ, ສປປ ລາວ ຈັດກອງປະຊຸມສະພາຜູ້ບໍລິຫານສູນປະສານງານເພື່ອຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ຄັ້ງທີ 7, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປະສົງ ວົງຄໍາຈັນ ຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍລິຫານຂອງສູນ AHA ແລະ ມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ ທີ່ເປັນສະມາຊິກສະພາບໍລິຫານສູນ AHA, ສູນປະສານງານເພື່ອຊ່ວຍເຫລືອດ້ານມະນຸດຊະທຳອາຊຽນ (ສູນອາຮາ) ແລະ ກອງເລຂາອາຊຽນເຂົ້າຮ່ວມ.



ກອງປະຊຸມຄັ້ງນີ້ ຄະນະຜູ້ແທນຮ່ວມກັນປຶກສາຫາລື, ປະກອບຄຳເຫັນ ແລະ ຮັບຮອງເອົາບັນຫາທີ່ສຳຄັນດັ່ງນີ້: 

1. ຮັບຟັງບົດລາຍງານຂອງຜູ້ບໍລິຫານສູນອາຮາກ່ຽວກັບການຈັດຕັ້ງປະຕິບັດແຜນງານຂອງສູນອາຮາ 2016-2020;

2. ການຈັດຕັ້ງປະຕິບັດຖະແຫລງການຂອງຜູ້ນຳອາຊຽນ ວ່າດ້ວຍຄວາມເປັນໜຶ່ງດຽວຂອງອາຊຽນ ໃນການຕອບໂຕ້ໄພພິບັດ;

3. ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆພາຍໃຕ້ວິໃສທັດອາຊຽນ ວ່າດ້ວຍວຽກງານໄພພິບັດ 2025 ແລະ ແຜນງານຂອງສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ 2016-2020. 




ນອກນີ້, ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ແລະ ກຳນົດທິດທາງໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການບັນເທົາທຸກໄພພິບັດທາງໃນອາຊຽນ ແລະ ນອກພາກພື້ນອາຊຽນ, ໂດຍສະເພາະ ໜ້າທີ່ບົດບາດຂອງສູນ ອາຮາ ໃນການຈັດຕັ້ງປະບັດໜ້າທີ່ດັ່ງກ່າວ.

ທີ່ມາ: ກະຊວງແຮງງານ ແລະ ສະຫັວດດີການສັງຄົມ  
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.