Header Ads

ປີ 2017 ລັດຖະບານ ວາງຄາດໝາຍປະຕິບັດລາຍ ຮັບໃຫ້ໄດ້ 23 ພັນກວ່າຕື້ກີບ


ລັດຖະບານ ກໍ​ຄື​ ກະຊວງ​ການ​ເງິນ​ໄດ້​ວາງຄາດໝາຍ​ໝົດ​ປີ 2017 ​ການ​ເກັບ​ລາຍ​ຮັບ​ໃຫ້​ບັນລຸ 23.489 ຕື້​ກີບ​, ເທົ່າ​ກັບ 98,1% ຂອງ​ແຜນການ​ປີ. ສ່ວນ​ລາຍ​ຈ່າຍ​ຄາດ​ການ​ປະຕິບັດ​ປະມານ 31.508 ຕື້​ກີບ. ຂະນະ​ທີ່​ 6 ​ເດືອນ​ຕົ້ນ​ປີ 2017 ນີ້ ປະຕິບັດ​ລາຍ​ຮັບ​ໄດ້​ແລ້ວ 10.365 ກວ່າ​ຕື້​ກີບ, ​ເທົ່າ​ກັບ 43,29% ຂອງ​ແຜນການ​ປີ, ​ໃນ​ນັ້ນລາຍ​ຮັບພາຍ​ໃນ 9.446 ຕື້​ກວ່າ​ກີບ, ຢູ່​ສູນ​ກາງ​ປະຕິບັດ​ໄດ້ 7.491 ຕື້​ກວ່າ​ກີບ, ທ້ອງ​ຖິ່ນ​ປະຕິບັດ​ໄດ້ 1.954 ຕື້​ກວ່າ​ກີບ. ສ່ວນ​ລາຍ​ຈ່າຍ​ປະ​ຕິ​ບັດ​ໄດ້ 12.615 ກວ່າ​ຕື້​ກີບ, ຢູ່​ສູນ​ກາງ 8.394 ຕື້​ກວ່າ​ກີບ ​ແລະ ທ້ອງ​ຖິ່ນ 4.221 ຕື້​ກວ່າ​ກີບ.

ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີີ ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ລາຍ​ງານ​​ໃນ​ໂອ ກາດ​ໄຂ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 4 ຂອງສະພາ​ແຫ່ງ​ຊາດຊຸດ​ທີ VIII ​ໃນ​ວັນ​ທີ 16 ຕຸລາ 2017 ນີ້ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ງົບປະມານ 6 ​ເດືອນ​ຕົ້ນ​ປີ, ຄາດ​ຄະ​ເນ​ໝົດ​ປີ 2017 ​ແລະ ທິດ​ທາງ​ຄາດໝາຍ​ແຜນ​ງົບປະມານ​ແຫ່ງ​ລັດ ​ປະ​ຈໍາປີ 2018 ວ່າ: ລັດ​ຖະບານຈະ​ສູ້​ຊົນ​ໃຫ້​ສາມາດ​ຈັດ​ເກັບ​ລາຍ​ຮັບ​ໝົດ​ປີ 2017 ​ໃຫ້​ໄດ້​ຕາມ​ຄາດ​ຄະ​​ເນ, ດໍາ​ເນີນ​ມາດ​ຕະການ​ທາງ​ດ້ານລາຍ​ຈ່າຍ​ ໃຫ້​ມີ​ຄວາມ​ຮັດ​ກຸມ ​ແລະ ​ເອົາ​ໃຈ​ໃສ່​ ການ​ປະຕິບັດ​ນະ​ໂຍບາຍ​ປະ​ຢັດ​ມັດທະ​ຍັດ ​ໃຫ້​ເປັນ​ຮູບ​ປະ​ທໍາ, ພ້ອມ​ທັງ​ລະດົມ​ທຶນ​ເພື່ອ​ມາ​ດຸ່ນດ່ຽງ​ງົບປະມານ​ ໃຫ້​ພຽງພໍ​ ຈາກ​ບັນດາ​ແຫ​ລ່ງທຶນ​ຕ່າງໆ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນ​ນັ້ນ​ລາຍ​ຮັບ​ໝົດ​ປີ​ ຄາດ​ວ່າ​ຈະ​ໄດ້​ຈາກ​ລາຍ​ຮັບ​ການ​ຊ່ວຍ​ເຫລືອ​ລ້າ103% ຂອງ​ແຜນການ​ປີ ​ແລະ ລາຍ​ຮັບ​ພາຍ​ໃນ 97,5%. ສໍາລັບ​ລາຍ​ຮັບ​​ຈະ​ໄດ້ຈາກ​ຂະ​ແໜງ ສ່ວຍ​ສາ​ອາກອນ 95%, ພາສີຈະ​ໃຫ້​ໄດ້ 100%, ຄຸ່​ມຄອງ​, ພັດທະນາລັດ​ວິ​ສາ​ຫະກິດ ​ແລະ ປະກັນ​ໄພ 103%, ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ 95% ​ລາຍ​ຮັບ​ຈາກ​ຂະ​ແໜງ​ການ​ອື່ນໆ​ ໃຫ້​ໄດ້ 49 ຕື້​ກວ່າ​ກີບ.

ທ່ານ​ ສົມ​ດີ ດວງ​ດີ ກ່າວ​ຕື່ມ​ວ່າ: ສໍາລັບ​ແຜນ​ການ​ງົບປະມານປີ 2018 ລັດຖະບານ​ ຈະ​ສູ້​ຊົນ​ໃຫ້​ໄດ້​ຕໍ່າ​ສຸດ 25.452 ຕື້​ກີບ ທຽບ​ໃສ່​ແຜນການ​ປີ 2017 ​ເພີ່ມ​ຂຶ້​ນ 6,31%, ​ໃນ​ນີ້​ຢູ່ສູນ​ກາງ​ໃຫ້​ໄດ້ 20.475 ຕື້​ກີບ ​ເພີ່ມ​ຂຶ້ນ 5,3% ​ແລະ ທ້ອງ​ຖິ່ນ 4.977 ຕື້​ກີບ ​ເພີ່ມ​ຂຶ້ນ 10,26%, ສ່ວນ​ລາຍ​ຈ່າຍ​ ຈະ​ໃຫ້​ຢູ່​​ໃນລະດັບ 32.809 ຕື້​ກີບ.

ຂ່າວ: ຂັນ​ໄຊ /ຂປລ
© ໂຕະນໍ້າຊາຂ່າວ | www.tonamchanews.com 
___________


Powered by Blogger.