Header Ads

16 ວິທີເຮັດໃຫ້ລູກນ້ອຍມີທັກສະການຄິດ (EF) ດ້ວຍການກະຕຸ້ນການໃຊ້ສະໝອງດ້ານໜ້າ



ສໍາລັບ EF ແມ່ນຫຍໍ້ມາຈາກ Executive Functions ເຊິ່ງແມ່ນຂະບວນການທາງຄວາມຄິດດ້ານ “ສະໝອງດ້ານໜ້າ” ທີ່ກ່ຽວພັນກັບຄວາມຄິດ, ຄວາມຮູ້ສຶກ ແລະ ການກະທໍາ ເປັນຄວາມສາມາດຂອງສະໝອງທີ່ໃຊ້ບໍລິຫານຈັດການຊີວິດໃນເລື່ອງຕ່າງໆ ໂດຍສະເພາະໄລຍະອາຍຸ 3-6 ປີ ຈະເປັນໄລຍະທີ່ເໜາະສົມ ແລະ ມີປະສິດທີພາຍໃນການພັດທະນາທັກສະ EF ໃຫ້ກັບລູກນ້ອຍ ເພາະເປັນໄລຍະທີ່ສະໝອງຂອງລູກນ້ອຍມີການພັດທະນາໄດ້ດີທີ່ສຸດ ກໍລະນີຜ່ານໄລຍະນີ້ແລ້ວ EF ຈະມີການພັດທະນາຕໍ່ໄປ ແຕ່ຈະບໍ່ພັດທະນາໄດ້ດີເທົ່າກັບໄລຍະອາຍຸ 3-6 ປີ.   



ໃນການພັດທະນາ ທັກສະ EF ໃຫ້ກັບລູກນ້ອຍນັ້ນ ພໍ່ແມ່ຕ້ອງມີສ່ວນຮ່ວມ ແລະ ມີບົດບາດສໍາຄັນໃນກິດຈະກໍາທີ່ຊ່ວຍກະຕຸ້ນການຮຽນຮູ້ຂອງລູກນ້ອຍຜ່ານ 16 ວິທີສ້າງລູກນ້ອຍມີທັກສະການຄິດທີ່ດີຂື້ນ  ເພື່ອຊ່ວຍໃຫ້ລູກນ້ອຍສະຫຼາດ, ມີໄຫວພິບ ແລະ ມີທັກສະດ້ານສະໝອງ ເພື່ອຊີວິດທີ່ສໍາເລັດຂອງລູກນ້ອຍໃນອະນາຄົດ







1. ສ້າງໃຫ້ລູກນ້ອຍຮູ້ສຶກຜູກພັນ ແລະ ໄວ້ວາງໃຈພໍ່ແມ່ ຫຼື ຄູ
2. ຈັດສະພາບແວດລ້ອມໃຫ້ສະອາດ, ສະຫງົບ, ປອດໄພ , ມີປື້ມ ແລະ ມີຂອງຫຼິ້ນ ເພື່ອກະຕຸ້ນການຮຽນຮູ້ຂອງລູກນ້ອຍ 
3. ສ້າງໂອກາດໃຫ້ລູກນ້ອຍຮຽນຮູ້ດ້ວຍການລົງມືເຮັດກິດຈະກໍາບາງຢ່າງຕົວຈິງ
4. ໃຫ້ລູກນ້ອຍໄດ້ກິນອີ່ມ ແລະ ນອນຫຼັບພຽງພໍ 
5. ອອກກໍາລັງກາຍສະໝໍ່າສະເໝີ
6. ຝຶກໃຫ້ລູກນ້ອຍຮູ້ຈັກການອົດທົນ ແລະ ລໍຄອຍ
7. ສົ່ງເສີມໃຫ້ລູກນ້ອຍເຮັດວຽກໃຫ້ສໍາເລັດ (ເລິ່ມຈາກວຽກບ້ານ)
8. ຝືກຝົນໃຫ້ລູກນ້ອຍຮູ້ຈັກຄວາມຮັບຜິດຊອບພາຍໃນເຮືອນຈາກສິ່ງເລັກໆນ້ອຍໆກ່ອນ
9. ສອນໃຫ້ລູກຄິດກ່ອນຕອບ ແລະ ຄິດກ່ອນເຮັດ 
10. ສອນໃຫ້ລູກນ້ອຍຮູ້ຈັກການຄວບຄຸມອາລົມດ້ວຍຕົນເອງ
11. ສອນໃຫ້ລູກນ້ອຍຮູ້ຈັກເພິ່ງພາຄົນເອງແຕ່ຍັງນ້ອຍ
12. ສອນໃຫ້ລູກນ້ອຍຮູ້ຈັກການຈັດການຄວາມເຄັ່ງຄຽດ
13. ໝັ່ນເລົ່ານິທານໃຫ້ລູກຟັງ ເລິ່ມຈາກເລື່ອງໃກ້ໂຕຂອງລູກນ້ອຍ 
14. ພາລູກໄປຮຽນຮູ້ນອກສະຖານທີ່ ເພາະສະພາບແວດລ້ອມປ່ຽນຈະກະຕຸ້ນໃຫ້ລູກນ້ອຍຕ້ອງຄິດດ້ວຍສະໝອງດ້ານໜ້າຫຼາຍຂື້ນ  
15. ເລືອກຂອງຫຼິ້ນ ຫຼື ເກມທີ່ຕ້ອງໃຊ້ສະມາທິ ແລະ ການຈື່ຈໍາ ເຊັ່ນ : ໂຕຕໍ່ເລໂກ້ ເປັນຕົ້ນ
16. ສະໜັບສະໜຸນກິດຕະກໍາເສີມທັກສະ ເຊັ່ນ : ກີລາ ດົນຕີ ສີລະປະ ເຫຼົ່ານີ້ເປັນຕົ້ນ



ເພາະທັກສະ EF ບໍ່ໄດ້ຕິດໂຕມາແຕ່ກໍາເນີດແຕ່ສາມາດພັດທະນາໄດ້ ເລີ່ມທີ່ພໍ່ແມ່ ຊ່ວຍຝືກຝົນທັກສະນີ້ໃຫ້ແກ່ລູກນ້ອຍ ເພີ່ອສ້າງຮາກຖານຂະບວນການຄິດ, ການຕັດສີນໃຈ, ຄວາມຄວບຄຸມອາລົມ, ການໃຊ້ສະໝອງດ້ານໜ້າ ເພື່ອໃຫ້ລູກນ້ອຍໃນວັນນີ້ຮູ້ຈັກໃຊ້ຊີວິດ ແລະ ແກ້ໄຂບັນຫາເປັນໃນອະນາະຄົດ. 



ທີ່ມາ: active play active school   
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.