Header Ads

ເລຂາທິການໃຫຍ່ພັກ ປປ ລາວ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ




ໃນ​ວັນ​ທີ 1 ພະຈິກ 2017 ທີ່​ທຳ​ນຽບປະທານ​ປະ​ເທດ (ຫໍ​ຄໍາ) ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​​ໃຫ້​ກຽດຕ້ອນຮັບ ການ​ເຂົ້າ​ຢ້ຽມ​ຂໍ່ານັບ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ສສ ຫວຽດນາມ​, ຊຶ່ງ​ນໍາ​ໂດຍ ສະຫາຍ ນາງ ຫງວຽນທິ ກິມເງິນ ກຳມະການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູນິດ​ຫວຽດນາມ, ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ ສສ ຫວຽດນາມ ​​ໃນ​ໂອກາດ​ທີ່ເດີນທາງ​ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ.



ໃນໂອກາດດັ່ງກ່າວ, ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ, ຍິນ​ດີ​ຕ້ອນ​ຮັບ​ ​ແລະ ຕີ​ລາຄາ​ສູງ ຕໍ່​ການ​ເດີນທາງ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ, ພ້ອມ​ທັງ​ຕີລາຄາ​ສູງ ຕໍ່​ການ​ມາ​ເຂົ້າ​ຮ່ວມ​ ພິທີ​ວາງ​ສີ​ລາ​ລຶກ ແລະ ​ເປີດ​ໂຄງການ​ປຸກ​ສ້າງ ​ຫໍ​ສະພາ​ແຫ່ງ​ຊາດ ຂອງສະຫາຍ ນາງ ​ຫງວຽນ​ທິ ກິມ​ເງິນ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້. ເຊິ່ງມີ​ຄວາມ​ໝາຍ ຄວາມສຳຄັນເປັນ​ຢ່າງ​ຍິ່ງ, ທັງ​ເປັນ​ການປະກອບສ່ວນສຳຄັນ ​ເຂົ້າໃນ​ການ​ເສີມ​ຂະຫຍາຍ ມູນ​ເຊື້ອ​ຄວາມ​ສາມັກຄີ​ ແບບ​ພິ​ເສດ, ການ​ພົວພັນ​ຮ່ວມ​ມືຮອບດ້ານ​ ​ແລະ ຄວາມ​ໄວ້ເນື້ອ​ເຊື່ອ​ໃຈ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ກໍ​ຄື ​ສອງ​ສະພາ​ແຫ່ງ​ຊາດ ລາວ-​ຫວຽດນາມ ​ໃຫ້​​ແຕກ​ດອກ​ອອກ​ຜົນ ຈະ​​ເລີນງອກງາມ​ຍິ່ງ​ຂຶ້ນ​ເລື້​ອຍໆ.​ ພິ​ເສດ ​ແມ່ນ​ເປັນ​ການ ສະ​ເຫລີ​ມສະຫລອງ ​ປີ​ສາມັກຄີ​ມິດຕະພາບ ​ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍ​ຄື​ ສະ​ຫລອງ​ສອງ​ວັນ ​ປະຫວັດສາດວັນ​ຄົບຮອບ 55 ປີ ສາຍ​ພົວພັນ​ການ​ທູດ ​ແລະ 40 ປີ ວັນ​ເຊັນ​ສົນທິສັນຍາ​ ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລາວ-ຫວຽດນາມ.

​ໂອກາດດຽວ​ກັນ​, ສະຫາຍນາງ ຫງວຽນ​ທິ ກິມ​ເງິນ ​ຕາງໜ້າຄະນະ​ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ ສະຫາຍ ບຸນ​ຍັງ ວໍລະ​ຈິດ ທີ່​ໄດ້​ສະຫລະ ​ເວລາ​ອັນ​ມີ​ຄ່າຕ້ອນຮັບ​ ຢ່າງ​ອົບ​ອຸ່ນໃນຄັ້ງນີ້,​. ພ້ອມ​ທັງ​​ໄດ້ແຈ້ງສະພາບ ຂອງ​ການ​ເດີນທາງ ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ໃນ​ຄັ້ງນີ້​ ໃຫ້​ສະຫາຍ​ປະທານ​ປະ​ເທດ ​ໄດ້​ຮັບ​ຊາບ.


ຂ່າວ: ຂັນ​ໄຊ/ສໍານັກຂ່າວສານປະເທດລາວ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.