Header Ads

ຜູ້ນຳ 2 ເກົາຫຼີ ອອກຖະແຫຼງການຮ່ວມ ຊຸກຍູ້ການປອດນິວເຄຼຍ ແລະ ຫຼຸດຜ່ອນບັນດາອາວຸດທຳມະດາ 2 ຝ່າຍລົງ




ອີງຕາມການລາຍງານຂ່າວຕ່າງປະເທດວ່າ : ໃນຕອນບ່າຍວັນທີ 27 ເມສາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳສປປ.ເກົາຫຼີ Kim Jong un ໄດ້ປຶກສາຫາລືກ່ຽວກັບບັນຫາປອດນິວເຄຼຍ ແລະ ສັນຕິພາບຢ່າງຍາວນານໃນແຫຼມເກົາຫຼີ.ນີ້ແມ່ນໜຶ່ງໃນບັນດາບັນຫາແກ່ນສານໃນໂຄງການດຳເນີນງານ. ນອກນັ້ນ, ທີ່ກອງປະຊຸມໃນຕອນບ່າຍວັນທີ 27 ເມສາ, ຄາດວ່າ ການນຳ 2 ທ່ານກໍ່ຈະແລກປ່ຽນການຮັບປະກັນຄວາມໝັ້ນຄົງໃຫ້ແກ່ສປປ.ເກົາຫຼີ ແລະ ຍົກເລີກບັນດາຄຳສັ່ງລົງໂທດ ເມື່ອສປປ.ເກົາຫຼີ ປະຕິບັດການປອດນິວເຄຼຍ ໃນແຫຼມເກົາຫຼີ; ປັບປຸງການພົວພັນ 2 ຝ່າຍ, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ




ຕອນບ່າຍວັນດຽວກັນ, ການນຳ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ລົງນາມໃນຖະແຫຼງການຮ່ວມ, ໃນນັ້ນໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການປອດນິວເຄຼຍຢ່າງໝົດກ້ຽງໃນແຫຼມເກົາຫຼີ, ພ້ອມທັງເຫັນດີນຳກັນຫຼຸດຜ່ອນບັນດາອາວຸດມຳມະດາ. ຖະແຫຼງການກໍ່ຊີ້ແຈ້ງວ່າ, 2 ຝ່າຍຈະຊອກຫາຂໍ້ຕົກລົງເພື່ອແນໃສ່ສ້າງພື້ນຖານສັນຕິພາບຍາວນານ ແລະ ໝັ້ນຄົງຢູ່ແຫຼມເກົາຫຼີ. ໃນຖະແຫຼງການກໍ່ລວມມີບັນດາຄຳໝັ້ນສັນຍາກ່ຽວຂ້ອງເຖິງການຫຼຸດຜ່ອນກຳລັງອາວຸດ, ຢຸດຕິບັນດາການກະທຳທີ່ເປັນປໍລະປັກ ແລະ ເຮັດໃຫ້ເຂດຊາຍແດນຮ່ວມກາຍເປັນ “ເຂດສັນຕິພາບ”. ນອກນັ້ນ, 2 ຝ່າຍກໍ່ໃຫ້ຄຳໝັ້ນສັນຍາດຳເນີນບັນດາການເຈລະຈາຫຼາຍຝ່າຍກັບຫຼາຍປະເທດອື່ນ, ໃນນັ້ນມີອາເມລິກາ.






ໃນເຫດການທີ່ກ່ຽວຂ້ອງ ໂຄສົກທຳນຽບປະທານາທິບໍດີສ.ເກົາຫຼີ ທ່ານ Im Jong seok ໃຫ້ຮູ້ວ່າ, ທີ່ກອງປະຊຸມໃນຕອນເຊົ້າວັນທີ 27 ເມສາ, ໃນຂອບເຂດກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທີ 3, ການນຳສປປ.ເກົາຫຼີ Kim Jong un ໄດ້ເນັ້ນໜັກວ່າ ທ່ານໄປເຖິງສ.ເກົາຫຼີ ດ້ວຍຈຸດປະສົງຢຸດຕິການສູ້ຍັນໃນແຫຼມເກົາຫຼີ. ທີ່ການພົບປະ, ທ່ານ Kim Jong un ກໍ່ຮັບປະກັນກັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ວ່າ ພຽງຢາງ ຈະຢຸດຕິບັນດາເຫດທົດລອງລູກສອນໄຟ ແລະ ນິວເຄຼຍ.







ແລະທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ, ເຊິ່ງຖືກດຳເນີນຢູ່ສິງກະໂປ ໃນວັນທີ 27 ເມສາ, ບັນດາລັດຖະມົນຕີການຕ່າງປະເທດຂອງ 10 ປະເທດອາຊຽນ ກໍ່ໄດ້ຊົມເຊີຍບັນດາການຜັນແປຢ່າງຕັ້ງໜ້າໃນແຫຼມເກົາຫຼີ, ລໍຄອຍໝາກຜົນສຳຄັນຈາການພົບປະຂັ້ນສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍຄືແງ່ຫວັງຂອງການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ໃນໄລຍະຈະມາເຖິງ, ມຸ່ງໄປເຖິງມາດຕະການສັນຕິພາບ, ໝັ້ນຄົງຍາວນານໃຫ້ແກ່ເລື່ອງປອດນິວເຄຼຍໃນແຫຼມເກົາຫຼີ.




ວັນທີ 27 ເມສາ, ຈີນ ແລະ ບັນດາພັກຝ່າຍການເມືອງ, ປະຊາຄົມວິສາຫະກິດ ຢູ່ສ.ເກົາຫຼີ ໄດ້ຊົມເຊີຍເລື່ອງການນຳສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈັດຕັ້ງການພົບປະຂັ້ນສຸດຍອດດັ່ງກ່າວ.



ຂໍ້ມູນVOVWORLD
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com


Powered by Blogger.