Header Ads

ຫສນຍ ຈັດພິທີມອບບັດພະນັກງານ-ລັດຖະກອນ ຊຸດທີ I​






ໃນຕອນເຊົ້າຂອງວັນທີ 26 ເມສາ 2018 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ), ຄະນະຮັບຜິດຊອບອອກບັດພະນັກງານ-ລັດຖະກອນ, ກະຊວງພາຍໃນ ໄດ້ຈັດຕັ້ງພິທີມອບບັດໃຫ້ພະນັກງານ-ລັດຖະກອນຂອງ ຫສນຍ ຊຸດທີ I ຢ່າງເປັນທາງການ ໂດຍການເປັນປະທານຮ່ວມຂອງທ່ານ ສົມສະນິດ ສຸວັນນະລາດ,  ຮອງຫົວໜ້າ ຫສນຍ ແລະ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ; ມີພະນັກງານ-ລັດຖະກອນຈາກ ຫສນຍ ທີ່ມີລາຍຊື່ຮັບບັດເຂົ້າຮ່ວມຈຳນວນ 257 ທ່ານ.



ຈຸດປະສົງຂອງການອອກບັດໃຫ້ພະນັກງານ-ລັດຖະກອນ ກໍ່ເພື່ອເປັນການຢັ້ງຢືນ ແລະ ກວດກາຄືນ ຈຳນວນພະນັກງານ-ລັດຖະກອນຜູ້ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ໂດຍການນຳໃຊ້ລະບົບຄຸ້ມຄອງຂໍ້ມູນລັດຖະກອນ ທີ່ທັນສະໄໝເຂົ້າມາຊ່ວຍໃນການຄຸ້ມຄອງ; ທັງເປັນການປັບປຸງຂໍ້ມູນ ຂອງພະນັກງານ-ລັດຖະກອນຈຳນວນໜຶ່ງ ທີ່ມີຂໍ້ມູນບໍ່ທັນສອດຄ່ອງກັບລະບຽບກົດໝາຍ ໃຫ້ມີຄວາມເປັນເອກະພາບ, ທັນສະໄໝ, ສະດວກ ແລະ ວ່ອງໄວ  ໃນການເຄື່ອນໄຫວວຽກງານຕົວຈິງ. ເຊິ່ງການອອກບັດດັ່ງກ່າວນີ້, ຄະນະຮັບຜິດຊອບໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ກວ້າງຂວາງ ໂດຍໄດ້ຮັບການເຫັນດີ ສະໜັບສະໜູນ ຈາກກົມການເມືອງສູນກາງພັກ, ລັດຖະບານ, ບັນດາອົງການຈັດຕັ້ງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ. ພາຍຫຼັງມອບບັດໃຫ້ພະນັກງານ-ລັດຖະກອນ ຫສນຍ ແລ້ວ ຄະນະຮັບຜິດຊອບອອກບັດພະນັກງານ-ລັດຖະກອນ ຍັງຈະໄດ້ສືບຕໍ່ມອບໃຫ້ບັນດາຂະແໜງການ ແລະ ພາກສ່ວນອື່ນ ຂອງອົງການຈັດຕັ້ງຂັ້ນສູນກາງ ພາຍໃນປີ 2018 ນີ້ ແລະ ແຜນມອບໃຫ້ຂັ້ນທ້ອງຖິ່ນ ຈະໃຫ້ສຳເລັດ ໃນປີ 2019-2020.



ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ຄວາມໝາຍຄວາມສໍາຄັນ ແລະ ຄວາມເປັນມາຂອງຂະບວນການຄົ້ນຄວ້າການອອກບັດ, ໄດ້ຮັບຟັງການເຜີຍແຜ່ຄຳແນະນຳ ເລກທີ 06/ພນ, ລົງວັນທີ 19 ຕຸລາ 2017 ກ່ຽວກັບ ການອອກບັດພະນັກງານ-ລັດຖະກອນ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການອອກບັດ ແລະ ການນຳໃຊ້ບັດພະນັກງານ-ລັດຖະກອນ ຈາກທ່ານ ວິໄຊ ພັນດານຸວົງ. ສຳລັບເປົ້າໝາຍໃນການອອກບັດໃຫ້ ແມ່ນພະນັກງານ-ລັດຖະກອນ ທີ່ມີຕຳແໜ່ງ ແຕ່ປະເພດ 8 ຫາ ປະເພດ 1 ທີ່ໄດ້ລະບຸໄວ້ຢູ່ໃນດຳລັດສະບັບເລກທີ 203/ລບ, ລົງວັນທີ 4 ກໍລະກົດ 2017. ສ່ວນຜູ້ທີ່ບໍ່ສາມາດອອກບັດໃຫ້ໄດ້ ແມ່ນຂໍ້ມູນບໍ່ຖືກຕ້ອງຕາມລະບຽບການ ເປັນຕົ້ນ  ຊື່, ນາມສະກຸນ, ວັນເດືອນປີເກີດ, ວັນສັງກັດລັດ, ເອົາວັນທີເດືອນປີຝຶກງານ ມາເປັນວັນສັງກັດລັດ, ບໍ່ມີຊີວະປະຫວັດລັດຖະກອນ, ບໍ່ມີເລກລະຫັດປະກັນສັງຄົມ, ຮູບບໍ່ຖືກຕ້ອງຕາມລະບຽບການ. ສ່ວນພະນັກງານ-ລັດຖະກອນ ທີ່ລາພັກປິ່ນປົວຍາວນານ, ໄປຍົກລະດັບຢູ່ພາຍ ໃນທີ່ບໍ່ປະຈຳການ ຫຼື ຕ່າງປະເທດ, ກຳລັງໄປປະຈຳການຢູ່ຕ່າງປະເທດ, ຕິດຕາມຜົວ ຫຼື ເມຍ ໄປປະຈຳການ ຫຼື ໄປສຶກສາຢູ່ຕ່າງປະເທດ ແມ່ນພາຍຫຼັງມາປະຈຳການປົກກະຕິ ຈຶ່ງຈະອອກບັດໃຫ້ ແລະ ລັດຖະກອນໃໝ່ ຢູ່ໃນໄລຍະຝຶກງານ ແມ່ນເລື່ອນເປັນລັດຖະກອນສົມບູນຈຶ່ງອອກໃຫ້.



​ບັດພະນັກງານ-ລັດຖະກອນ ຫຼື Smart Card ເປັນບັດທີ່ສ້າງຂຶ້ນ ແລະ ນຳໃຊ້ຢູ່ ສປປ ລາວ ເປັນຄັ້ງທຳອິດ ເຊິ່ງເນື້ອໃນຂອງບັດ ປະກອບມີຮູບຂອງພະນັກງານ-ລັດຖະກອນຜູ້ທີ່ຖືບັດ, ຊື່ ແລະ ນາມສະກຸນ, ເພດ, ວັນເດືອນປີເກີດ, ວັນເດືອນປີສັງກັດລັດ, ລະຫັດພະນັກງານ-ລັດຖະກອນ, ລະຫັດປະກັນສັງຄົມ ແລະ ປະກອບມີ 3 ຄຸນປະໂຫຍດລວມຢູ່ໃນບັດດຽວກັນ ຄື:  1). ນຳໃຊ້ສຳລັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ນັບແຕ່ຂອດການບັນຈຸ ຮອດອອກຮັບອຸດໜູນບຳນານ; 2). ເປັນບັດ ATM ໃນການຝາກ-ຖອນເງິນເດືອນ ຫຼື ເຄື່ອນໄຫວທຸລະກຳດ້ານການເງິນ ແລະ 3). ເປັນບັດປະກັນສັງຄົມ ເພື່ອປິ່ນປົວສຸຂະພາບເວລາເຈັບເປັນ ຂອງພະນັກງານ-ລັດຖະກອນ.

ພາບ-ຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com



Powered by Blogger.