Header Ads

ລັດຖະມົນຕີ ຮສສ ພ້ອມຄະນະ ລົງຊຸກຍູ້ວຽກງານຄຸ້ມຄອງແຮງງານ ເນື່ອງໃນໂອກາດວັນກຳມະກອນສາກົນ ທີ່ຈະມາເຖິງນີ້





ວັນທີ 26 ເມສາ 2018 ນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຄຸ້ມຄອງແຮງງານ ຢູ່ 2 ຫົວໜ່ວຍແຮງງານຄື: ບໍລິສັດຜະລິດເກີບ CKL ບ້ານຊຽງດາ ແລະ ບໍລິສັດ ເຈແຟມີລີ ເທຣດດິ້ງ ຈຳກັດຜູ້ດຽວ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ທັງນີ້ກໍເພື່ອເປັນການສ້າງຂວັນກຳລັງໃຈໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນກຳມະກອນສາກົນ 1 ພຶດສະພາ ທີ່ຈະມາເຖິງນີ້ ແລະ ເປັນການປົກປ້ອງສິດຜົນປະໂຫຍດ ຂອງຜູ້ໃຊ້ແຮງານ ແລະ ຜູ້ອອກແຮງງານ. 




ໂອກາດນີ້ ທ່ານລັດຖະມົນຕີ ຄຳແພງ ໄຊສົມແພງ ກໍຍັງໄດ້ໂອ້ລົມຕໍ່ຫົວໜ່ວຍແຮງງານດັ່ງກ່າວວ່າ: ກຳລັງແຮງງານມີສວ່ນ ສຳຄັນໃນທຸກຂົງເຂດວຽກງານ, ຜູ້ໃຊ້ແຮງງານກໍຕ້ອງເຫັນໄດ້ຄວາມສຳຄັນຂອງຜູ້ອອກແຮງງານ ແລະ ປະຕິບັດຕາມກົດລະບຽບ ແລະ ກົດໝາຍວ່າດ້ວຍແຮງງານ ດຳເນີນທຸລະກິດແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຖ້າແຮງງານບໍ່ມີຄຸນນະພາບ ຫລື ຜູ້ໃຊ້ແຮງງານ ປະຕິບັດລະບຽບການລົງທຶນບໍ່ຖືກຕ້ອງ ກໍຈະເຮັດໃຫ້ການດຳເນີນທຸລະກິດກໍຈະບໍ່ມີປະສິດທິຜົນ ແລະ ອື່ນໆ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຜູ້ປະກອບການ, ຍົກສູງຜະລິດໃຫ້ນັບມື້ຫລາຍຂຶ້ນ, ໃຫ້ມີຫລາຍສີສັນ, ຫລາຍຮູບແບບ ແລະ ທີ່ສຳຄັນຕ້ອງຮັບປະກັນທາງດ້ານຄຸນນະພາບ ເພື່ອດຶງດູດໃຫ້ສັງຄົມ ຫັນມາຊົມໃຊ້ຜະລິດຕະພັນ ທີ່ໂຮງງານຜະລິດອອກໃຫ້ນັບມື້ຫລາຍຂຶ້ນ.


ພ້ອມກັນນີ້, ທ່ານ ປອ ຄຳແພງ ໄຊສົມແພງ ຍັງໄດ້ຮັບຟັງການລາຍງານການດຳເນີນທຸລະກິດໂດຍຫຍໍ້ຂອງແຕ່ລະບໍລິສັດ ເຊິ່ງພະນັກງານໃນແຕ່ລະບໍລິສັດ ແມ່ນໄດ້ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ເປັນຢ່າງດີ.



ພາບ-ຂ່າວ: ເພັດສະໄໝ ພິມມະສອນ 
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com


Powered by Blogger.