Header Ads

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ




ໃນວັນທີ 26 ເມສາ 2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ32 ພາຍໃຕ້ການເປັນປະທານຂອງ ສິງກະໂປ.



ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ ໄດ້ສືບຕໍ່ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການ ເມືອງຄວາມໝັ້ນຄົງອາຊຽນ 2025 ຊຶ່ງເຫັນວ່າ ການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ ມີຄວາມຄືບໜ້າດີ ແລະ ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ປຶກສາຫາລື ເພື່ອຈັດຕັ້ງປະຕິບັດ ບັນດາຫນ້າວຽກທີ່ຍັງຄ້າງຄາ ໂດຍສະເພາະ ແມ່ນຫນ້າວຽກທີ່ ກ່ຽວຂ້ອງກັບຫລາຍຂະແຫນງການ ແລະ ຫລາຍເສົາຄໍ້າ. 


ນອກຈາກນີ້, ກອງປະຊຸມ ກໍໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ບັນດາກອງປະຊຸມ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 27-28 ເມສາ 2018 ເຊັ່ນ: ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 17, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 21 ແລະ ແຜນການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ແລະ ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືກັບພາຍນອກ ໂດຍສະເພາະແມ່ນ ຄວາມຄືບໜ້າຂອງການຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມພັດທະນາ ລວມເຖິງ ການຮ່ວມມືລະຫວ່າງ ອາຊຽນ ກັບ ລັດເຊຍ ແລະ ອາຊຽນ ກັບ ເມີໂຄຊົວ ທີ່ ສປປ ລາວ ເປັນປະເທດປະສານງານ.

ຂ່າວ-ພາບ: ກົມຂ່າວ ກະຊວງການຕ່າງປະເທດ
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com
Powered by Blogger.