Header Ads

ພາຍຸລະດູຮ້ອນພັດເຂົ້າເທດສະບານເມືອງຊຽງເງິນ ແຂວງຫຼວງພະບາງ






ຕອນບ່າຍວັນທີ 25 ເມສາປີ 2018 ນີ້, ໄດ້ເກີດມີພະຍຸລະດູຮ້ອນພັດເຂົ້າເຂດເທດສະບານເມືອງຊຽງເງິນ, ໃນເວລາ 15 ໂມງ ຫາ 16 ໂມງ ກໍ່ໃຫ້ເກີດມີລົມພັດແຮງ, ທັງມີຟ້າຮ້ອງ-ຟ້າເຫຼື້ອມ ຝ້າຜ່າ ແລະຝົນຕົກໜັກແກ່ຍາວ ເປັນເວລາໜື່ງຊົ່ວໂມງກວ່າ, ເຮັດໃຫ້ບັນດາຕົ້ນໄມ້ໃຫຍ່ຫັກລົ້ມທັບສິ່ງກໍ່ສ້າງຕ່າງໆເຊັ່ນ: ຫຼັງຄາເຮືອນ, ຮົ້ວອ້ອມສຳນັກງານ-ກຳແພງ ເຮືອນ, ສ້າງສິ່ງກີດຂວາງການສັນຈອນຕາມເສັ້ນທາງ.




ຮ້າຍແຮງກວ່າໝູ່ແມ່ນເຮັດໃຫ້ເສົາໄຟຟ້າລົ້ມ ປະຊາຊົນບໍ່ມີໄຟຟ້າໃຊ້ເປັນເວລາຫຼາຍຊົ່ວໂມງ, ຫຼັງຄາເຮືອນປະຊາຊົນ, ໂຮງຮຽນ, ຮ້ານອາຫານ ແລະສະຖານທີ່ບໍລິການຈຳນວນໜື່ງ ຖືກເປ່ເພເສຍຫາຍຫຼາຍສົມຄວນ. ທ່ານ ເພັງຄຳມະວົງ ຮອງເຈົ້າເມືອງຊຽງເງິນ ຫົວໜ້າທິມງານແກ້ໄຂໄພພິບັດຂັ້ນເມືອງຊຽງເງິນ, ໄດ້ແຈ້ງໃຫ້ຮູ້ວ່າ: ສະພາບການລົມພະຍຸພັດເຂົ້າເຂດເທດສະບານເມືອງຊຽງເງິນຄັ້ງນີ້ , ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນ ບ້ານມູດ ; ບ້ານປາກແວດ ; ບ້ານປາກຂັນ ; ຊຽງເງິນ ; ດອນໂມ ; ສາມັກຄີໄຊ ແລະບ້ານສວນຫຼວງຈຳນວນໜື່ງ, ພ້ອມທັງມີບັນດາສຳນັກງານ-ຫ້ອງການ; ໂຮງຮຽນ; ຮ້ານຄ້າຕະຫຼອດເຖີງສະຖານທີ່ບໍລິການຈຳນວນໜື່ງໄດ້ຮັບຄວາມເສຍຫາຍ ທ່ານຮອງເຈົ້າເມືອງຊຽງເງິນກ່າວຕື່ມວ່າ ປະຈຸບັນອົງການປົກຄອງເມືອງຊຽງເງິນ,ໄດ້ສົ່ງທິມງານລົງເກັບກຳຂໍ້ມູນລະອຽດ,ພ້ອມທັງໄດ້ປຸກລະດົມກຳລັງຊາວໜຸ່ມ,ທະຫານ,ຕຳຫຼວດ ເຂົ້າແກ້ໄຂ ໄພພິບັດເບື້ອງຕົ້ນແລ້ວ.



ສ່ວນເມືອງນານ ໄດ້ມີລົມພາຍຸລະດູຮ້ອນພັດເຂົ້າເຂດ ບ້ານປາກຄອນ ແລະບ້ານທົ່ງພຽງວິໄລຕອນບ່າຍເວລາ 14 ໂມງ 50 ນາທີ ຂອງວັນທີ 25 ເມສາ 2018 ນີ້ ສົ່ງຜົນເຮັດໃຫ້ມີຝົນຕົກຟ້າຮ້ອງ, ຟ້າເຫຼືອມ ແລະມີໝາກເຮັບຕົກ ຈຳນວນໜຶ່ງ ອັນໄດ້ເຮັດໃຫ້ເຮືອນຂອງປະຊາຊົນ ເສຍຫາຍ ເປ່ເພ ຫຼາຍຫຼັງຄາ ໂດຍສະເພາະບ້ານປາກຄອນ ມີເຮືອນເປເພໜັກໜ່ວງ ຈຳນວນ 30 ຫຼັງຄາເຮືອນ, ເປ່ເພທຳມະດາ 20 ກວ່າຫຼັງຄາເຮືອນ, ບ້ານທົ່ງພຽງ ເສຍຫາຍໜັກ 10 ຫຼັງຄາ, ເປ່ເພ ເລັກນ້ອຍ 20 ກວ່າຫຼັງຄາ.








ຂ່າວ-ພາບ: ອາພຸດເດດ ບຸບຜາ (ວສລ)
© ໂຕະນໍ້າຊາ 
_______
www.tonamcha.com  
www.tonamchanews.com


Powered by Blogger.