Header Ads

ແຂວງຈຳປາສັກ ກວດກາພົບເຫັນພະນັກງານມີພຶດຕິກຳພົວພັນເຖິງການສໍ້ລາດບັງຫຼວງ 33 ຄົນ




ທ່ານ ຄຳໃບ ເພັດມີໄຊ ຮອງປະທານຄະນະກວດກາພັກແຂວງ ຮອງຫົວໜ້າພະແນກກວດກາລັດແຂວງຈຳປາສັກ ໄດ້ລາຍງານຕໍ່ກອງປະຊຸມວຽກງານກວດກາທົ່ວແຂວງປະຈຳປີ 2017 ຊຶ່ງຈັດຂຶ້ນໃນວັນທີ 26 -27 ເມສາ 2018 ນີ້ໃຫ້ຮູ້ວ່າ: ຄະນະກຳມະການກວດກາພັກ ພະແນກກວດກາລັດແຂວງ ແລະຄະນະກວດກາແຕ່ລະຂັ້ນ ໄດ້ປະຕິບັດພາລະບົດບາດ,ໜ້າທີ່,ສິດຂອງຕົນໃນການກວດກາການປະຕິບັດກົດລະບຽບຂອງພັກ, ຕິດຕາມກວດກາກໍ່ສ້າງໜ່ວຍພັກແຂງ - ຮູ້ນຳພາຮອບດ້ານ,ກວດກາການບໍລິຫານລັດ ການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ອື່ນໆ .




ຜ່ານຈາກການກວດກາອັນພົ້ນເດັ່ນທົ່ວແຂວງ ພົບເຫັນພະນັກງານມີພືດຕິກຳສໍ້ລາດບັງຫຼວງຈຳນວນ 6 ເລື່ອງ ມີພະນັກງານພົວພັນທັງໝົດ 33 ຄົນ,ເປັນຕົ້ນແມ່ນການສວຍໃຊ້ໜ້າທີ່ເກີນຂອບເຂດ, ປອມແປງເອກະສານ ແລະນຳໃຊ້ເອກະສານປອມຍັກຍອກຊັບສີນຂອງລັດ,ລວມໝູ່ ເຮັດໃຫ້ຊັບສິນຂອງລັດເສຍຫາຍຈຳນວນ 3 ຕື້ 620 ລ້ານກີບ ໃນນີ້ແມ່ນບໍ່ລວມສະກຸນເງິນໄທ 5 ມື່ນ 9 ພັນບາດ ແລະເງິນໂດລາສະຫາລັດ 9 ແສນກ່ວາໂດລາ,ປະຈຸບັນໄດ້ນຳຜູ້ກະທຳຜິດດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍແລ້ວ 3 ເລື່ອງ,ຍັງ 3 ເລື່ອງ ສາມາດເກັບກູ້ຊັບສິນຄືນໄດ້ ເງິນກີບ 815 ລ້ານກີບ, ແລະ ເງິນບາດ 5 ມື່ນ 9 ພັນບາດ. 

ໄປຄຽງຄູ່ກັບການກວດກາ ຍັງໄດ້ເອົາໃຈໃສ່ເຜີຍແຜ່ກົດໝາຍວ່າດ້ວຍການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ໃຫພະນັກງານທະຫານຕຳຫຼວດທົ່ວສັງຄົມໄດ້ຮັບຮູ້ເຂົ້າໃຈ ເຄົາລົບ ແລະປະຕິບັດກົດໝາຍຢ່າງເຂັ້ມງວດ,ອີກທາງໜຶ່ງກໍໄດ້ດຳເນີນການຂຶ້ນທະບຽນແຈ້ງຊັບສິນໃຫ້ໃຫ້ພະນັກທຸກຂັ້ນເປັນຮອບທີ 2 ຈາກນີ້ກໍໄດ້ເອົາໃຈໃສ່ກວດກາ ການລົງທຶນຂອງລັດຢູ່ແຂວງຈຳປາສັກທັງໝົດມີ 260 ໂຄງການ,ກວດກາ ການປະຕິບັດຄຳສັ່ງ ເລກທີ 15 ຂອງນາຍົກລັດຖະມົນຕີສາມາດຢຶດໄມ້ໄດ້ທັງໝົດ 8 ພັນກ່ວາແມັດກ້ອນ ແລະ 220 ກິໂລ, ໄດ້ປະມູນຂາຍແລ້ວ 3 ພັນ 7 ຮ້ອຍກວ່າແມັດກ້ອນມູນຄ່າ 6 ແສນກ່ວາໂດລາ ເປັນເງິນກີບ 7 ຕື້ກ່ວາກີບ.

ຂ່າວ-ພາບ: ເກດສະຫນາ

© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com


Powered by Blogger.