Header Ads

ທ່ານນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາທີ່ປືກສາມູນນິທິສັນຕິພາບສາກົນ




ໃນວັນທີ 7 ພຶດສະພາ 2018 ຜ່ານມານີ້ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ເຈົ້າຊາຍ Alfred Of Llechtenstien ປະທານສະພາທີ່ປືກສາ ຂອງມູນນິທິສັນຕິພາບສາກົນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.



ກ່ອນອື່ນ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງເຈົ້າຊາຍ Alfred Of Llechtenstien ພ້ອມດ້ວຍຄະນະໃນຄັ້ງນີ້, ຈາກນັັ້ນ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຈະແຈ້ງໃຫ້ຊາບກ່ຽວກັບປະຫວັດຄວາມເປັນມາຂອງຊາດລາວ ໂດຍສະເພາະແມ່ນ ໄລຍະຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດຍາດເອົາເອກະລາດມາສູ່ປະຊາຊົນລາວບັນດາເຜົ່າ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາຈົນເຖີງປະຈຸບັນ. ພ້ອມດຽວກັນນັ້ນ, ສອງຝ່າຍຍັງມີການແລກປ່ຽນ ແລະ ສົນທະນາກັນ ກ່ຽວກັບສະພາບການຂອງໂລກ ທີ່ເກີດຂຶ້ນໃນປັດຈຸບັນອີກດ້ວຍ.

ໂອກາດດັ່ງກ່າວ, ປະທານສະພາທີ່ປືກສາຂອງມູນນິທິສັນຕິພາບສາກົນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີຂອງ ສປປ ລາວ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ພ້ອມຢັ້ງຢືນຕື່ມວ່າຈະສືບຕໍ່ ​ໃຫ້ການສະໜັບສະໜູນ, ຊຸກຍູ້ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າຕື່ມອີກ.


ພາບ-ຂ່າວ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com


Powered by Blogger.