Header Ads

ການແຈ້ງຍົກເລີກການຂຽນແບບຟອມແຈ້ງເຂົ້າ-ອອກ ເມືອງ ສຳລັບຄົນລາວ ແລະ ຕ່າງດ້າວທີ່ອາໃສຢູ່ ສປປ ລາວ




ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບອອກແຈ້ງການເລກທີ 707/502 ລົງວັນທີ 26 ເມສາ 2018 ເຖິງຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ໃຫ້ຍົກເລີກຂຽນແບບຟອມແຈ້ງເຂົ້າ-ອອກເມືອງຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວທີ່ອາໃສຢູ່ ສປປ.ລາວ ຢູ່ 4 ດ່ານສາກົນສະໜາມບິນຄື: 




ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊເພື່ອອຳນວຍຄວາມສະດວກໃຫ້ແກ່ການເດີນທາງແຈ້ງເຂົ້າ-ອອກ ສປປ.ລາວ ແລະ ຕ້ອນຮັບການເປີດປີທ່ອງທ່ຽວລາວ 2018 (ຂໍ້ມູນເຂົ້າອອກທຸກຄັ້ງຕ້ອງບັນທຶກເຂົ້າຄອມພິວເຕີ). ສຳລັບຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດແມ່ນຍັງໃຫ້ຂຽນຟອມເຂົ້າ-ອອກເມືອງຕາມລະບຽບການ ຈົນກວ່າຈະມີການແຈ້ງເຕີມ.





© ໂຕະນໍ້າຊາ 
_______
www.tonamcha.com | www.tonamchanews.com

Powered by Blogger.