Header Ads

ວັນທີ 1 ພຶດສະພາ 2018 ນີ້ ເລີ່ມປະຕິບັດຄ່າແຮງງານຂັ້ນຕໍ່າເປັນ 1,100,000 ກີບ




ໃນວັນທີ 30 ເມສາ ນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບສູນກາງສະຫະພັນກຳມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການປັບຄ່າແຮງງານຂັ້ນຕໍ່າຈາກ 9 ແສນກີບ ມາເປັນ 1,1 ລ້ານກີບ, ຊຶ່ງຈະເລີ່ມປະຕິບັດແຕ່ວັນທີ 1 ພຶດສະພາ ນີ້ເປັນຕົ້ນໄປ. 

ໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ການປັບຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານຢູ່ລາວ ຄັ້ງນີ້, ເພື່ອປັງປຸງການດຳລົງຊີວິດຂອງຊາວຜູ້ອອກແຮງງານໃນຫົວໜ່ວຍການຜະລິດ, ທຸລະກິດ ຫຼືການບໍລິການທັງພາຍໃນ ແລະ ນອກລະບົບ ແລະ ຜູ້ເຮັດວຽກໃນຄົວເຮືອນໃຫ້ໄດ້ຂັ້ນພື້ນຖານ ແລະ ດີຂຶ້ນກວ່າເກົ່າສ່ອດຄ່ອງກັບລະດັບຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ, ຈິດໃຈ ແລະ ຜົນປະໂຫຍດທາງດ້ານສະຫວັດດີການສັງຄົມ, ໃຫ້ຊາວຜູ້ອອກແຮງງານໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດປັບປຸງຄ່າແຮງງານຂັ້ນຕ່ຳສຸດໃຫ້ຜູ້ອອກແຮງງານ, ເພື່ອໃຫ້ຜູ້ອອກແຮງງານໄດ້ຮັບຜົນປະໂຫຍດ ຫຼື ຄ່າຕອບແທນຈາກກາເຮັດວຽກຢ່າງເໝາະສົມ ແລະ ຍຸຕິທຳກັບລາຍໄດ້ທີ່ຕົນຄວນຈະໄດ້ຮັບໃນການເຮັດວຽກ ແລະ ໂດຍເຫັນໄດ້ເຖິງຄວາມຈຳເປັນອັນເປັນພື້ນຖານດັ່ງກ່າວ



ສະນັ້ນ, ອົງການສາມຝ່າຍ ລວມມີ ກະຊວງ ຮສສ, ສູນກາງສະຫະພັນກຳມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈຶ່ງໄດ້ເຫັນດີເປັນເອກະພາບກັນ ດຳເນີນຄົ້ນຄ້ວາປັບຄ່າແຮງງານຂັ້ນຕ່ຳສຸດຢູ່ລາວ, ໂດຍໃຫ້ກະຊວງ ຮສສ ໃນນາມຕ່າງໜ້າໃຫ້ອົງການສາມຝ່າຍ ນຳສະເໜີຜົນຂອງການພິຈາສະນາ ແລະ ເຫັນດີຮ່ວມກັນໃນກອງປະຊຸມຄະນະກຳມະການສາມຝ່າຍລະດັບສູງ ຄັ້ງວັນທີ 26 ມັງກອນຜ່ານມາ, ໄປນຳສະເໜີຕໍ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ໃນທ້າຍເດືອນ ເມສາ 2018 ລັດຖະຖບານ ກໍໄດ້ເຫັນດີຮັບຮອງເອົາການປັບຄ່າແຮງງານຂັ້ນຕ່ຳສຸດຢູ່ລາວ ຕາມໜັງສືແຈ້ງການ ສະບັບເລກທີ 560/ສນຍ, ລົງວັນທີ 20 ເມສາ 2018 ໂດຍເຫັນດີປັບຈາກ 900.000 ຂຶ້ນເປັນ 1.100.000 ກີບຕໍ່ຄົນຕໍ່ເດືອນ ແລະ ມີຜົນເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ພຶດສະພາ 2018 ເປັນຕົ້ນໄປ ແລະ ມອບໃຫ້ ກະຊວງ ຮສສ ເປັນຝ່າຍອອກແຈ້ງການຈັດຕັ້ງປະຕິບັດລະດັບຄ່າແຮງງານຂັ້ນຕ່ຳສຸດດັ່ງກ່າວຢ່າງເປັນທາງການ ແລະ ມີຜົນບັງຄັບຊ້ໃນນັບແຕ່ວັນທີ 1 ພຶດສະພາ 2018 ເປັນຕົ້ນໄປ.

ພາບ-ຂ່າວ: ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com
Powered by Blogger.