Header Ads

ເສດຖະກິດນະຄອນຫຼວງ ສືບຕໍ່ຂະຫຍາຍຕົວໃນລະດັບ 9,6%





ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່ ນວ ຕໍ່​ກອງ​ປະຊຸມ​ແນະນຳ​ການ​ສະຫຼຸບ​ຂາດ​ຕົວ​ການຈັດຕັ້ງ​ປະຕິບັດແຜນ​ພັດທະນາ​ເສດຖະກິດ-ສັງຄົມ ປີ 2017 ກະກຽມ​ສະຫຼຸບກາງ​ສະໄໝ​ແຜນ 5 ປີ ຄັ້ງ​ທີ VIII (2016-2020) ແລະ ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາເສດຖະກິດ-ສັງຄົມ ແລະ ແຜນການ​ລົງທຶນ​ຂອງ​ລັດ ປະຈຳ​ປີ 2018 ຈັດ​ຂຶ້ນ​ວັນ​ທີ 28 ກຸມພາ 2018 ທີ່​ພະ​ແນກ​ແຜນການ ແລະ ການ​ລົງທຶນ ນະຄອນຫຼວງ​ວຽງຈັນ​ ວ່າ: ໃນ​ປີ 2017 ທີ່ຜ່ານ​ມາ ຄື: ເສດຖະກິດ​ຂອງ ນວ ຍັງ​ສືບຕໍ່​ມີ​ສະຖຽນ​ລະ​ພາບ​ໂດຍພື້ນຖານ ແລະ ໝັ້ນ​ທ່ຽງ​ພໍ​ສົມຄວນ ສະພາບ​ສັງຄົມ​ມີ​ຄວາມ​ສະຫງົບ ປອດ​ໄພ ແລະ ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ອັດຕາການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະ​ກິດ​ບັນລຸ​ໄດ້​ໃນ​ລະດັບ 9,6% ສາມາດ​ສ້າງ​ມູນ​ຄ່າ​ເພີ່ມ​ລວມຍອດ​ຜະລິດ​ຕະ​ພັນພາຍ​ໃນ (GDP) ໄດ້ 41.182 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ ບັນລຸ​ໄດ້ 5.028 ໂດ​ລາ​ສະຫະລັດ (ປະມານ 41,69 ລ້ານ​ກີບ).





ດ້ານ​ການ​ລົງທຶນ​ທົ່ວ​ສັງຄົມ ປະຕິບັດ​ໄດ້ 18.682,40 ຕື້​ກີບ ທຽບໃສ່​ແຜນການ​ທີ່​ວາງ​ໄວ້ (14.900 ຕື້​ກີບ) ປະຕິບັດ​ໄດ້​ລື່ນຄາດໝາຍ 25,38% ໃນ​ນັ້ນ ການຈັດຕັ້ງ​ປະຕິບັດ​ໂຄງການ​ລົງທຶນ​ຂອງ​ລັດ ປະຕິບັດ​ໄດ້​ທັງ​ໝົດ 762 ໂຄງການ ມູນ​ຄ່າ 121,13 ຕື້​ກີບ ທຽບໃສ່​ແຜນການ​ປະຕິບັດໄດ້ 99,30% ສ່ວນ​ການ​ລົງທຶນຂອງ​ເອກະ​ຊົນ​ພາຍ​ໃນ ແລະ ຕ່າງປະເທດ​ສາມາດ​ອອກ​ອະນຸຍາດ​ໄດ້ 2.919 ຫົວໜ່ວຍ ມີ​ມູນຄ່າ​ອະນຸຍາດ​ການ​ລົງທຶນທັງໝົດ 72.775,97 ຕື້​ກີບ ຄາດຄະເນ​ການ​ນຳ​ເຂົ້າທຶນ ປະມານ 13.099,68 ຕື້​ກີບ ທຽບໃສ່​ແຜນການ (11.000 ຕື້​ກີບ) ປະຕິບັດໄດ້​ລື່ນ​ແຜນການ ປີ 19,09%.


ສຳລັບ​ການ​ລົງທຶນ​ຈາກ​ການຊ່ວຍເຫຼືອ​ທາງ​ການ ເພື່ອ​ການພັດທະນາ​ສາມາດ​ຍາດ​ແຍ່ງການ​ຊ່ວຍເຫຼືອ​ລ້າ ແລະ ກູ້​ຢືມ​ໄດ້ 1.038,47 ຕື້​ກີບ ທຽບໃສ່​ແຜນການ (720 ຕື້​ກີບ) ປະຕິບັດ​ໄດ້ເກີນ​ແຜນ 44,22% ແລະ ການລົງທຶນ​ໃນ​ຮູບ​ແບບ​ສິນ​ເຊື່ອ​ຈາກທະນາຄານ ເຊິ່ງ​ບັນດາ​ທະ​ນາຄານ​ທຸລະ​ກິດ ໄດ້​ປ່ອຍ​ສິນ​ເຊື່ອໃຫ້​ລູກ​ຄ້າ​ຢູ່​ໃນ​ຂອບ​ເຂດ​ທົ່ວ ນວ ລວມ​ທັງ​ໝົດ​ຈຳນວນ 4.385,43 ຕື້​ກີບ ທຽບໃສ່​ຄາດໝາຍ​ທີ່​ວາງໄວ້ (3.058 ຕື້​ກີບ) ລື່ນ​ແຜນການ​ປີ 43,4%.


ເນື້ອໃນຂ່າວ: ນສພ ວຽງຈັນໃໝ່ 
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com
Powered by Blogger.