Header Ads

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມເມືອງວັງວຽງ






ໃນວັນທີ 27-29 ພຶດສະພາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງມີ ທ່ານ ວີດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍບັນດາຄະນະພັກ-ຄະນະນຳແຂວງ ແລະ ເມືອງວັງວຽງ, ພະແນກການ, ຫ້ອງການທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.




ໃນການມາຢ້ຽມຢາມຄັ້ງນີ້, ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາ ແລະ ການຄຸ້ມຄອງການທ່ອງທ່ຽວ ໃນໄລຍະຜ່ານມາ ຂອງເມືອງວັງວຽງ ເຊິ່ງເມືອງວັງວຽງ ປະກອບມີ 63 ບ້ານ, ແບ່ງເປັນ 6 ກຸ່ມບ້ານ, ມີພົນລະເມືອງ 60 ພັນກວ່າຄົນ, ຍິງ 29,2 ພັນກວ່າຄົນ, ມີ 13,2 ພັນກວ່າຄອບຄົວ. ປະຈຸບັນ, ທົ່ວເມືອງໄດ້ປະກາດບ້ານຫຼຸດພົ້ນຈາກຄວາມທຸກຍາກໝົດທຸກບ້ານ, ຍັງເຫຼືອພຽງ 74 ຄອບຄົວທຸກຍາກ, ສະເລ່ຍລາຍຮັບ 2.570 ໂດລາຕໍ່ຄົນຕໍ່ປີ; ຈາກທ່າແຮງຂອງເມືອງວັງວຽງ ທີ່ມີຄວາມອຸດົມສົມບູນ ແລະ ລັກສະນະພິເສດ ທາງດ້ານທຳມະຊາດ, ວັດທະນະທຳ, ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຫຼາຍຢ່າງ ຈຶ່ງໄດ້ມີໂຄງການພັດທະນາຫຼາຍຢ່າງ ຄື: ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ,ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ, ການສຳຫຼວດຄວາມເປັນໄປໄດ້ ຂອງໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນ ຢູ່ເຂດສະໜາມບິນເກົ່າ ແລະ ເຂດແມ່ນ້ຳຊອງເບື້ອງຕາເວັນຕົກ, ໂຄງການສຳຫຼວດອອກແບບ ການກໍ່ສ້າງກັນຕາຝັ່ງເຈື່ອນ ແລະ ທາງຍ່າງແຄມນໍ້າຊອງ, ໂຄງການປັບປຸງກໍ່ສ້າງພື້ນຖານໂຄງລ່າງການທ່ອງທ່ຽວ ໂດຍທະນາຄານພັດທະນາອາຊີ(ADB), ກິດຈະການຮ່ວມມືທາງດ້ານເສດຖະກິດ, ທຸລະກິດ, ບັນດາໂຮງງານອຸດສາຫະກຳຂະໜາດນ້ອຍ ແລະ ບັນດາໂຄງການຕ່າງໆ ທີ່ຕອບສະໜອງໃຫ້ແກ່ບໍລິການການທ່ອງທ່ຽວ ແລະ ຮອງຮັບໃຫ້ແກ່ປີທ່ອງທ່ຽວລາວ 2018. ປະຈຸບັນ, ໄດ້ສຳຫຼວດແຫຼ່ງທ່ອງທ່ຽວແລ້ວ 43 ແຫ່ງ, ສຳເລັດການພັດທະນາ ແລະ ເປີດບໍລິການແລ້ວ 21 ແຫ່ງ, ນ້ຳຕົກຕາດ 2 ແຫ່ງ, ສະຖານທີ່ພັກເຊົາ 135 ແຫ່ງ, ຮ້ານອາຫານ-ບັນເທີງ 130 ແຫ່ງ ລວມເຖິງບັນດາກິດຈະການບໍລິການດ້ານກິດຈະກຳການທ່ອງທ່ຽວ ເຮັດໃຫ້ມີນັກທ່ອງທ່ຽວ ເຂົ້າມາເມືອງວັງວຽງ ໃນປີ 2017 ກວ່າ 189,7 ພັນຄົນ. ໃນນັ້ນ, ເປັນນັກທ່ອງທ່ຽວຕ່າງປະເທດກວ່າ 149,4 ພັນຄົນ, ສ້າງລາຍຮັບກວ່າ 94 ຕື້ກີບ.




ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ຍົກໃຫ້ເຫັນຄວາມຈຳເປັນຂອງການພັດທະນາ ໃນໄລຍະໃໝ່ ໂດຍສະເພາະ ເສັ້ນທາງຄົມມະນາເພື່ອການເຊື່ອມໂຍງ ທັງໂຄງການກໍ່ສ້າງທາງດ່ວນ ແລະ ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ. ລວມເຖິງການຈັດສັນຜັງເມືອງ ແລະ ການປຸກສ້າງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ຮັກສາໄດ້ ທາງດ້ານວັດທະນະທຳ ແລະ ວິຖີຊີວິດທີ່ເປັນເອກະລັກຂອງທ້ອງຖິ່ນ ເພື່ອໃຫ້ມີການພັດທະນາການທ່ອງທ່ຽວ ໃນຕໍ່ໜ້າມີຄວາມຍືນຍົງ; ອັນສຳຄັນ ແມ່ນໃຫ້ເອົາໃຈໃສ່ຄົ້ນຄວ້າຕື່ມດ້ານລະບຽບການຄຸ້ມຄອງການທ່ອງທ່ຽວ ໃຫ້ມີຄວາມປອດໄພ, ສະອາດຈົບງາມ ແລະ ມີລະບົບສຸຂະອະນາໄມທີ່ດີ; ເອົາໃຈໃສ່ໂຄສະນາເຜີຍແຜ່ດ້ານກົດລະບຽບຕ່າງໆ ໃຫ້ແກ່ນັກທ່ອງທ່ຽວ ເຂົ້າໃຈ ແລະ ຮູ້ໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວ; ເອົາໃຈໃສ່ສ້າງບັນດາກິດຈະກຳຕ່າງໆ ໃຫ້ມີຄວາມຫຼາກຫຼາຍ ແລະ ມີການເຄື່ອນໄຫວຢ່າງຕໍ່ເນື່ອງ, ສ້າງກິດຈະການດ້ານບັນເທີງ ໃຫ້ໄປຕາມຮີດຄອງປະເພນີ ແລະ ວັດທະນະທຳຂອງທ້ອງຖິ່ນ; ຊຸກຍູ້ໃຫ້ມີການທ່ອງທ່ຽວດ້ານອື່ນໆຕື່ມ ເປັນຕົ້ນ ການທ່ອງທ່ຽວດ້ານກະສິກຳ





ສຸມໃສ່ສ້າງແຜນການຜະລິດຂອງປະຊາຊົນ ເພື່ອຕອບສະໜອງໃຫ້ແກ່ການທ່ອງທ່ຽວ; ເອົາໃຈໃສ່ກ່ຽວກັບການພັດທະນາການທ່ອງທ່ຽວຕາມແຜນແມ່ບົດ ທີ່ລັດຖະບານໄດ້ຮັບຮອງແລ້ວ ຊຶ່ງຕ້ອງໄດ້ພ້ອມກັນເບິ່ງຄືນ ເພື່ອບໍ່ໃຫ້ມີການທຳລາຍສິ່ງແວດລ້ອມ ແລະ ຄວາມສວຍງາມຂອງທຳມະຊາດ; ສົມທົບກັບພາກອຸດສາຫະກຳ ເພື່ອປັບປຸງບັນຫາສິ່ງແວດລ້ອມ ແລະ ມົນລະພິດ ພ້ອມທັງມີມາດຕະການ ເພື່ອບໍ່ໃຫ້ມີການຂະຫຍາຍກິດຈະການດ້ານອຸດສາຫະກຳຕື່ມອີກ ເຮັດໃຫ້ເມືອງວັງວຽງ ກາຍເປັນເມືອງທ່ອງທ່ຽວຢ່າງແທ້ຈິງ; ເອົາໃຈໃສ່ກຳນົດແຜນການທ່ອງທ່ຽວ ເພື່ອບໍ່ໃຫ້ມີຄວາມແອອັດຂອງນັກທ່ອງທ່ຽວ; ສຸມໃສ່ເຮັດໃຫ້ເມືອງວັງວຽງ ມີຄວາມສະຫງົບ-ປອດໄພ ຢ່າງໜັກແໜ້ນ ແລະ ມີການບໍລິການດ້ານສຸຂະພາບ ທີ່ໄດ້ມາດຕະຖານ ອັນເປັນພື້ນຖານສຳຄັນ ໃຫ້ແກ່ການຮອງຮັບນັກທ່ອງທ່ຽວ; ພ້ອມນີ້, ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມພັກ 3 ຂັ້ນ ໃນຕໍ່ໜ້ານີ້, ໃຫ້ຄະນະພັກ-ຄະນະນຳແຂວງ-ເມືອງ ພ້ອມກັນຕີລາຄາຄືນ ໝາກຜົນຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເພື່ອກຳນົດທິດທາງໃນຕໍ່ໜ້າ ອັນສຳຄັນ ແມ່ນຄາດໝາຍສູ້ຊົນທີ່ໄດ້ວາງໄວ້ ໂດຍສະເພາະ ວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການຜະລິດເປັນສິນຄ້າ ແລະ ບັນດາທ່າແຮງພາຍໃນແຂວງ-ເມືອງ; ສືບຕໍ່ປະຕິບັດວຽກງານ 3 ສ້າງ, ວຽກງານກໍ່ສ້າງຮາກຖານການເມືອງ, ການສ້າງບ້ານພັດທະນາ, ການສ້າງຕົວເມືອງໃຫຍ່ໃນຊົນນະບົດ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງຂັ້ນບ້ານ ຕາມມະຕິສູນກາງພັກວາງອອກ.


ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ແລະ ຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມຊຸກຍູ້ການຜະລິດ ທີ່ໂຮງງານຊີມັງວັງວຽງ ຫຼັງທີ 1, 2 ແລະ 3. ໃນນັ້ນ, ລັດວິສາຫະກິດ ພັດທະນາກະສິກຳ-ອຸດສາຫະກຳ ແລະ ບໍລິການ ຂາອອກ-ຂາເຂົ້າ ຈຳກັດ ແມ່ນໄດ້ຮັບອະນຸຍາດຂຸດຄົ້ນວັດທຸດິບ ປະເພດຖ່ານຫີນ, ຫີນປູນ, ດິນໜຽວຂາວ ແລະ ແດງ ຢູ່ເຂດເມືອງວັງວຽງ ແລະ ເມືອງວັງວຽງ ແຂວງວຽງຈັນ ເພື່ອສະໜອງໃຫ້ແກ່ໂຮງງານຜະລິດຊິມັງຫຼັງທີ 1 ມາແຕ່ປີ 1997 ແລະ ໃນປີ 2017 ໄດ້ມອບພັນທະໄປແລ້ວກວ່າ 13,5 ຕື້ກີບ; ສໍາລັບໂຮງງານຊີມັງຫຼັງທີ 2 ເປັນບໍລິສັດຮ່ວມລົງທຶນລາວ-ຈີນ ເລີ່ມທຳການຜະລິດ ແລະ ຈຳໜ່າຍມາແຕ່ປີ 2003 ມີກຳລັງການຜະລິດຊີມັງ 2 ແສນໂຕນຕໍ່ປີ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຜົາດ້ວຍຖ່ານຫີນແອນຕຣາໄຊແບບເຕົາປິ່ນ, ປະຕິບັດພັນທະໃນປີ 2017 ປະມານ 400 ລ້ານກີບ; ສ່ວນໂຮງງານຜະລິດຊີມັງຫຼັງທີ 3 ກໍ່ເປັນບໍລິສັດຮ່ວມລົງທຶນລາວ-ຈີນ ເຊັ່ນກັນ ໂດຍໄດ້ເຊັນສັນຍາສຳປະທານກັບລັດຖະບານ ໃນເດືອນທັນວາ 2008 ໃນໄລຍະເວລາ 32 ປີ, ເປັນໂຮງງານປະເພດເຕົານອນ(ເຕົາປິ່ນ) ນຳໃຊ້ເຕັກໂນໂລຊີການຜະລິດແບບແຫ້ງ, ມີກຳລັງການຜະລິດ 2.500-3.000 ໂຕນຕໍ່ມື້.




ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມດ້ານການຕະຫຼາດ ເພື່ອໃຫ້ສາມາດແຂ່ງຂັນໄດ້ ກັບການຜະລິດຊີມັງ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຍົກສະມັດຕະພາບຂອງການຜະລິດ ແລະ ສິ່ງແວດລ້ອມ; ເພື່ອປະກອບສ່ວນສ້າງເມືອງວັງວຽງ ໃຫ້ກາຍເປັນເມືອງທ່ອງທ່ຽວ ກໍ່ໃຫ້ຄົ້ນຄວ້າຕື່ມ ໃນການສ້າງແຜນການຜະລິດ ຢູ່ບ່ອນທີ່ເໝາະສົມກວ່ານີ້ ພາຍຫຼັງໝົດອາຍຸສຳປະທານ; ຊີມັງວັງວຽງ ທີ່ເປັນຫົວໜ່ວຍລັດວິສາຫະກິດໜຶ່ງ ກໍ່ຕ້ອງເປັນຜູ້ນຳໜ້າພາທາງ ໃນການພັດທະນາຊົນນະບົດ ບ່ອນທີ່ຢູ່ຫ່າງໄກສອກຫຼີກທຸລະກັນດານ; ເອົາໃຈໃສ່ກວດກາຄືນດ້ານສິ່ງແວດລ້ອມ ເພື່ອພ້ອມກັນຊອກຫາວິທີການແກ້ໄຂ ແລະ ມີອັນຢັ້ງຢືນຄືນ ມາດຕະຖານຂອງການຜະລິດ.

ໃນເວລາຕໍ່ມາ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມຖ້ຳປູຄຳ ຊຶ່ງເປັນແຫຼ່ງທ່ອງທ່ຽວທຳມະຊາດ ທີ່ມີຊື່ສຽງອີກແຫ່ງໜຶ່ງຂອງເມືອງວັງວຽງ ມີທັງນ້ຳໃສໄຫຼເຢັນ ແລະ ບັນດາກິດຈະກຳຕ່າງໆ ທັງການໂດດນໍ້າ, ຂີ່ສະລິງ, ລ້ຽງປາທຳມະຊາດ ແລະ ບໍລິການອື່ນໆ; ໄປຢ້ຽມຢາມສວນຊີວະພາບເມືອງວັງວຽງ ທີ່ບ້ານພູດິນແດງ ຊຶ່ງເປັນຄອບຄົວຕົວແບບໜຶ່ງ ທີ່ທຳການຜະລິດແບບຊີວະພາບ ເປັນຕົ້ນ ຜະລິດຕະພັນຈາກການປູກມອນ, ຜະລິດຕະພັນຈາກນົມແບ້, ນ້ຳເຜິ້ງ ແລະ ກາເຟ; ຢ້ຽມຢາມເຮືອນພັກແຮມ(ໂຮມສະເຕ) ຢູ່ບ້ານນາດ້ວງ ທີ່ໄດ້ຮັບລາງວັນບ້ານມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ ໃນປີ 2016 ແລະ ເປັນບ້ານທຳອິດຂອງລາວ ທີ່ໄດ້ຮັບລາງວັນດັ່ງກ່າວ, ປະຈຸບັນ ມີທັງໝົດ 9 ຄອບ ທີ່ໄດ້ເຂົ້າຮ່ວມສ້າງບ້ານພັກແຮມ, ສາມາດຮອງຮັບນັກທ່ອງທ່ຽວໄດ້ປະມານ 40 ຄົນຕໍ່ຄັ້ງ ຊຶ່ງໃນປີ 2017 ມີນັກທ່ອງທ່ຽວມາໃຊ້ບໍລິການເຖິງ 1.900 ກວ່າຄົນ. ນອກນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມ ແລະ ຕິດຕາມໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ຢູ່ຈຸດເມືອງວັງວຽງ ເຊິ່ງຮັບຜິດຊອບການກໍ່ສ້າງ ໃນໄລຍະທາງກວ່າ 38 ກິໂລແມັດ, ມີອຸໂມງຍາວ 1,8 ກິໂລແມັດ ຄາດວ່າ ຈະສຳເລັດການກໍ່ສ້າງໃນເດືອນສິງຫາ 2019.

ຂ່າວ-ພາບ: ສນຍ
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com
Powered by Blogger.