Header Ads

ສະພາແຫ່ງຊາດຮັບຮອງກົດໝາຍ ວ່າດ້ວຍປ້າຍ ຊຶ່ງເປັນກົດໝາຍສ້າງຂຶ້ນໃໝ່






ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທ 8ໃນວັນທີ 21 ມິຖຸນາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ. ຜູ້ແທນກອງປະຊຸມໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍປ້າຍ ຊຶ່ງເປັນກົດໝາຍສ້າງຂຶ້ນໃໝ່. ສະເໜີໂດຍ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ທ່ານໄດ້ຍົກໃຫ້ເຫັນເຖີງສະພາບການຄຸ້ມຄອງປ້າຍໃນໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈຳເປັນໃນການສ້າງຮ່າງກົດໝາຍ, ໂຄງປະກອບ ແລະ ຄາດຄະເນຜົນໄດ້ຮັບຈາກການນຳໃຊ້ຮ່າງກົດໝາຍສະບັບນີ້ ຊຶ່ງປະກອບມີ 11 ພາກ 7 ໝວດ 61 ມາດຕາ.



ທ່ານ ບໍ່ແສງຄຳ ວົງດາລາ ຍົກໃຫ້ເຫັນວ່າ: ຈຸດປະສົງໃນການສ້າງຮ່າງກົດໝາຍສະບັບນີ້ ເພື່ອເຮັດໃຫ້ການຄຸ້ມປ້າຍໃນທົ່ວປະເທດ ກໍຄື ສັງຄົມໃຫ້ເປັນລະບຽບຮຽບຮ້ອຍກ່ວາເກົ່າ, ທັງເປັນການຕອບສະໜອງຂໍ້ມູນຂ່າວສານໃນສັງຄົມຢ່າງຖືກຕ້ອງຊັດເຈນ. ການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດໃສ່ຮ່າງກົດໝາຍສະບັບນີ້ ມີບັນຍາກາດດີ, ເປັນໄປຕາມຄຳເຈາະຈີ້ມ ແລະ ໃຫ້ທິດຊີ້ນຳປະກອບຄຳເຫັນຂອງປະທານກອງປະຊຸມ ໂດຍສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈປະກອບຄຳເຫັນໃສ່ຫລາຍມາດຕາທີ່ຕົນເອງເປັນວ່າເນື້ອໃນບໍ່ທັນເໝາະສົມເທົ່າທີ່ຄວນ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມກ່ວາເກົ່າ.



ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 8 ແຂວງ ຫົວພັນ ປະກອບຄຳເຫັນໃສ່ພາກທີ່ 9 ເວົ້າເຖີງອົງການຄຸ້ມຄອງ ແລະ ກວດກາ, ໃນຫລາຍມາດຕາຂອງພາກນີ້ຍັງບໍ່ທັນລະອຽດຈະແຈ້ງເທົ່າທີ່ຄວນ ອະນຸກຳມະການກ່ຽວຂ້ອງຄວນກຳນົດຄືນໃຫ້ຊັດເຈນ
ກ່ວາເກົ່າ.



ທ່ານ ເກດແກ້ວ ສີຫາລາດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ປະກອບຄຳເຫັນວ່າ: ເບິ່ງຈາກເນື້ອໃນ ແລະ ສະພາບການຄຸ້ມຄອງປ້າຍໃນໄລຍະຜ່ານມາ ເຫັນວ່າຄວນປ່ຽນຊື່ຮ່າງກົດໝາຍສະບັບນີ້ ເປັນຮ່າງກົດໝາຍວ່າດ້ວຍການຄຸ້ມຄອງປ້າຍຈິ່ງຈະເໝາະສົມ ກ່ວາ,ພ້ອມນີ້ ທ່ານສະເໜີໃຫ້ອະນຸກຳມະການກ່ຽວຂ້ອງເບິ່ງຄືນມາດຕາທີ 21 ກ່ຽວກັບກຳນົດເວລານຳໃຊ້ປ້າຍ ທີ່ກຳນົດວ່າພາຍຫລັງສຳເລັດການໃຊ້ງານແລ້ວຕ້ອງເກັບກູ້ພາຍໃນ 7 ວັນ ແມ່ນດົນໂພດ ຄວນປັບປຸງຈາກ 7 ວັນ ໃຫ້ເຫລືອ 3 ວັນຈະເໝາະສົມກ່ວາ.



ສຳລັບການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດໃສ່ຮ່າງກົດໝາຍວ່າດ້ວຍປ້າຍ ຊຶ່ງເປັນຮ່າງກົດໝາຍສ້າງໃໝ່ ຕາມວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ໃຫ້ສຳເລັດ ແລະ ຮັບຮອງເອົາ.



ພາບ ແລະ ຂ່າວ: ບຸນຕຽງ ຈັນທະວົງ -Lao Natoinal Redio 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.