Header Ads

ອັບເດດສະພາບເສັ້ນທາງພູເກົ້າຫຼັກ ກາສີ-ເມືອງນານ ແຂວງຫຼວງພະບາງ





ສໍາລັບທ່ານໃດທີ່ມີແຜນເດີນທາງລົດຂື້ນເມືອງຫຼວງພະບາງໃນໄລຍະນີ້ ຕ້ອງໄດ້ກວດສອບສະພາບເສັ້ນທາງ, ສະພາບອາກາດ, ສະພາບລົດ ແລະ ສະພາບຄວາມພ້ອມຂອງຜູ້ຂັບຂີ່ກ່ອນອອກເດີນທາງເພື່ອຄວາມປອດໄພແກ່ຊີວິດ ແລະ ຊັບສີນ ເພາະໄລຍະນີ້ແມ່ນລະດູຝົນເຮັດໃຫ້ເສັ້ນທາງຫຼາຍເສັ້ນອາດບໍ່ສະດວກສະບາຍເທົ່າທີ່ຄວນ ເຊິ່ງຫຼ້າສຸດປະຊາຊົນທີ່ສັນຈອນເສັ້ນທາງພູເກົ້າຫຼັກ ກາສີ-ເມືອງນານ ແຂວງຫຼວງພະບາງແມ່ນມີດິນເຈື່ອມ ແລະ ໝອກປົກຄຸມ  ສົ່ງຜົນໃຫ້ການສັນຈອນລໍາບາກ ແລະ ເຮັດໃຫ້ມີລົດຕິດຢູ່ເຂດພູເກົ້າຫຼັກ ກາສີ-ເມືອງນານ.  ສະນັ້ນ, ທ່ານທີ່ຈໍາເປັນຕ້ອງເດີນທາງຜ່ານເສັ້ນທາງດັ່ງກ່າວຄວນມີສະຕິ ແລະ ຂັບຂີ່ຢ່າງລະມັດລະວັງ.








ຂໍ້ມູນ: Houmphaeng Pml
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______

Powered by Blogger.