Header Ads

ສະພາແຫ່ງຊາດຊຸດທີ VIII ຮັບຮອງເອົາ ຮ່າງ ກົດໝາຍປະກັນສັງຄົມ






ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 27 ມິຖຸນາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ພາຍຫລັງທີ່ ບັນດາສະມາຊິກສະ ພາແຫ່ງຊາດ (ສສຊ) ໄດ້ສຳເລັດການປະກອບຄຳຄິດຄຳເຫັນ ຕະຫລອດໜຶ່ງວັນເຕັມ, ໂດຍໄດ້ລົງເລິກໃນຫລາຍພາກ, ຫລາຍໝວດ ແລະ ຫລາຍມາດຕາ. ຈາກນັ້ນ, ສສຊ ກໍໄດ້ລົງຄະແນນສຽງ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍປະກັນສັງຄົມ ດ້ວຍຄະແນນເຫັນດີເປັນສ່ວນຫລາຍ.



ການປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍປະກັນສັງຄົມ ບັນດາ ສສຊ ໄດ້ສຸມໃສ່ ພິຈະລະນາ, ປະກອບຄຳຄິດຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ ໃນແຕ່ລະພາກ, ໜວດ ແລະ ມາດຕາ ໂດຍສະເພາະສະເໜີ ໃຫ້ມີການປັບຄືນບາງເນື້ອໃນ ແລະ ບາງມາດຕາເປັນຕົ້ນແມ່ນ ທາງດ້ານໂຄງສ້າງ, ເນື້ອໃນຕົ້ນຕໍຂອງກົດໝາຍ, ເນື້ອໃນຂອງບັນດານິຕິກຳລຸ່ມກົດໝາຍ, ເປົ້າໝາຍຮັບການອຸດໜູນປະກັນສັງຄົມ, ການກໍານົດອັດຕາສ່ວນຮ້ອຍ ອຸດໜູນບຳນານ ຂອງຜູ້ທີ່ສັງກັດລັດ, ການອຸດໜູນຜູ້ດູແລ, ການກໍານົດໃຫ້ອົງການປະກັນສັງຄົມແຫ່ງຊາດ ເປັນຫົວໜ່ວຍການເງິນມີສາລະບານບັນຊີຕ່າງຫາກ, ປັບປຸງລະດັບການອຸດໝູນປະກັນສັງຄົມ ບາງປະເພດ ເພື່ອໃຫ້ສອດຄ່ອງກັບ ແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໃນແຕ່ລະໄລຍະ ແລະ ສອດຄ່ອງກັບມາດຖານສາກົນ ໃນການຄຸ້ມຄອງວຽກງານການປະກັນສັງຄົມ ເພື່ອໃຫ້ມີເນື້ອໃນຄົບຖ້ວນຮັດກຸມ, ຊັດເຈນ ແລະ ແທດເໝາະກັບ ສະພາບຕົວຈິງໃນປັດຈຸບັນ



ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ຮ່າງ​ກົດ​ໝາຍ​ວ່າ​ດ້ວຍປະກັນສັງຄົມ ສະບັບປັບປຸງ ປະ​ກ​ອບ​ມີ 12 ພາກ, 27 ໝວດ ແລະ 123 ມາດ​ຕາ. ພາຍຫລັງທີ່ ກົດໝາຍວ່າດ້ວຍປະກັນສັງຄົມ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນບ່ອນອີງ ໃນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ກໍຄື ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີີ IV, ພັດທະນາລະ ບົບປະກັນສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ ແລະ ຄ່ອງຕົວ, ມີກົນໄກ, ລະບອບລະບຽບການ ຄຸ້ມຄອງບໍລິຫານວຽກງານປະກັນສັງຄົມ ໃຫ້ໄດ້ຮັບການປັບປຸງມີຄວາມເຂັ້ມແຂງ, ມີລັກສະນະລວມສູນ, ເປັນເອກະພາບ, ມີປະສິດ ທິພາບ ແລະ ຮັບປະກັນ ການສະເລ່ຍຄວາມສ່ຽງ ຕາມຫລັກການປະກັນສັງຄົມ ດ້ວຍການຫັນເປັນທັນສະໄໝ ແລະ ຮັບປະກັນ ຄວາມວ່ອງໄວ, ໂປ່ງໃສຍຸຕິທຳ ແລະ ຍືນຍົງ.



ໂດຍ ເພັດສະໄໝ  (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ )
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.