Header Ads

ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈໍາ ສປປ ລາວ






ໃນວັນທີ 29 ມິຖຸນາ 2018 ຢູ່ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ກຽດຕິຄຸນ ຊາດປຣະເສີດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ.



ກ່ອນອື່ນ ທ່ານ ເພັດ ພົມພິພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍຕໍ່ ທ່ານ ກຽດຕິຄຸນ ຊາດປຣະເສີດ ທີ່ໄດ້ຮັບມອບໝາຍໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ໃນຄັ້ງນີ້. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ຕີລາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຣາຊະອານາຈັກໄທ ໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຕະຫຼອດມາ ອັນໄດ້ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ, ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ໄດ້ຮັບຮັບການພັດທະນາຕະຫຼອດມາ.

ໂອກາດເຂົ້າຢ້ຽມຂໍ່ານັບ ໃນຄັ້ງນີ້, ທ່ານ ກຽດຕິຄຸນ ຊາດປຣະເສີດ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ເພັດ ພົມພິພັກ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ໄດ້ຢັ້ງຢືນຕື່ມວ່າຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບໝາກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມນັ້ນ ກໍ່ຈະຊຸກຍູ້, ສົ່ງເສີມໃຫ້ນັກລົງທຶນຂອງໄທ ເຂົ້າ​ມາລົງທຶນໃນດ້ານຕ່າງໆຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.


ແຫລ່ງ: ກົມ​ປະ​ຊາ​ສຳ​ພັນ, ພະ​ແນກ​ໂຄ​ສະ​ນາ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.