Header Ads

ພິທີລົງນາມເຊັນສັນຍາໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ






ໃນວັນທີ 30 ມິຖຸນາ 2018 ຜ່ານມາ, ທີ່ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນສັນຍາໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ ລະຫວ່າງ ທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ເສິງ ກວາງ ຟາຍ ປະທານບໍລິສັດ ລາວມະຫານາທີ ສີທັນດອນ (ຮົງກົງ) ອິນເວັສເມັນ ຈໍາກັດ ແລະ ທ່ານ ລາຕີ ສີສຸພັນນະວົງ ປະທານບໍລິສັດ ແອລທີວີ ກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ. ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ແລະ ແຂກຖຶກເຊີນເຂົ້າຮ່ວມ.







ໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ເປັນໂຄງການຮ່ວມທຶນລະຫວ່າງນັກລົງທຶນຈາກ ສປ ຈີນ ແລະ ນັກລົງທຶນພາຍໃນ, ມີມູນຄ່າການລົງທຶນທັງໝົດ 9 ຕື້ ໂດລາສະຫະລັດ ເຊິ່ງຈະນໍາໃຊ້ເນື້ອທີ່ທັງໝົດ 9.846 ເຮັກຕາ ໃນນັ້ນຈະແບ່ງອອກເປັນ 6 ໄລຍະ ໂດຍເລີ່ມແຕ່ປີ 2018–2050 ພາຍໃຕ້ອາຍຸສຳປະທານ 50 ປີ ໂດຍໄດ້ສຳເລັດການສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ນັບແຕ່ເດືອນມິຖຸນາ 2017 ຜ່ານມາ ; ດ້ານການລົງທຶນ 9 ຕື້ ໂດລາສະຫະລັດ ໃນປະກອບດ້ວຍການກໍ່ສ້າງພື້ນຖານໂຄງລ່າງ 1,3 ຕື້ໂດລາ, ສ່ວນອີກ 7,7 ຕື້ໂດລາ ແມ່ນດຶງດູດຜູ້ລົງທຶນລາຍຍ່ອຍເຂົ້າມາລົງທຶນ ເຊິ່ງຈະສຸມໃສ່ 3 ຂະແໜງການຕົ້ນຕໍຄື: ຂະແໜງການພັດທະນາທີ່ດິນ-ອະສັງຫະລິມະຊັບ; ຂະແໜງການໂຮງແຮມ ແລະ ຂະແໜງການທ່ອງທ່ຽວ. 





ໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນ  ຕັ້ງໄດ້ເປົ້າໝາຍໄວ້ວ່າຈະສ້າງເມືອງໂຂງໃຫ້ກາຍເປັນເມືອງໃໝ່ໂດຍມີການຈັດສັນອອກແບບການພັດທະນາຢ່າງເປັນລະບຽບສວຍງາມ ໃຫ້ເປັນຕົວແບບຂອງການພັດທະນາເສດຖະກິດ-ສັງຄົມ ທີ່ເປັນມິດກັບສິ່ງແວດລ້ອມ, ສ້າງໃຫ້ເປັນຖານທີ່ຮອງຮັບດ້ານການທ່ອງທ່ຽວ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອແນໃສ່ດຶງດູດການລົງທຶນ, ສະໜອງຂໍ້ມູນຂ່າວສານໃຫ້ແກ່ນັກລົງທຶນ, ຜູ້ປະກອບການ ແລະ ນັກທ່ອງທ່ຽວຈາກທົ່ວໂລກ ພ້ອມນີ້ຍັງເລັ່ງໃສ່ເຮັດໃຫ້ປະຊາຊົນມີລາຍຮັບສູງຂຶ້ນ, ຄອບຄົວມີຄວາມເຂັ້ມແຂງ ໂດຍຕິດພັນກັບການອະນຸລັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີ-ວັດທະນະທຳອັນດີງາມຂອງທ້ອງຖິ່ນ ແລະ ຂອງຊາດ.




© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.