Header Ads

ຊາວກະສິກອນ ເມືອງແກ່ນທ້າວ ແຂວງໄຊຍະບູລີ,ປັກດຳນາປີສຳເລັດແລ້ວ 30 ສ່ວນຮ້ອຍ ຂອງເນື້ອທີ່ນາທັງໝົດ 5.900 ກ່ວາເຮັກຕາ





ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໂດຍສະເພາະເລັ່ງໃສ່ການຜະລິດເຂົ້າທີ່ມີຄຸນນະພາບຕິດພັນກັບການຂາຍເປັນສິນຄ້ານັ້ນ,ຊາວກະສິກອນເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລົງສູ່ການຜະລິດນາປີ ແລະ ປູກພືດລະດູຝົນ ຢ່າງເປັນຂະບວນກ້ວາງຂວາງ ເຊິ່ງມາຮອດປັດຈຸບັນຊາວກະສິກອນ ພວມຂຸ້ນຂ້ຽວໄຖ,ຄາດ ແລະປັກດຳສຳເລັດ 30 ສ່ວນຮ້ອຍ ຂອງເນື້ອທີ່ນາທັງໝົດໃນທົ່ວເມືອງ 5.900    ກ່ວາເຮັກຕາ,ໃຊ້ແນວພັນເຂົ້າປູກທັງໝົດ 400.000 ກ່ວາກິໂລກຼາມ,ການຕົກກ້າປະຕິບັດໄດ້ 300.000 ກ່ວາກິໂລກຼາມ,ເທົ່າກັບ 75,04 ສ່ວນຮ້ອຍ.




ຄາດວ່າການປັກດຳນາປີຈະໃຫ້ສຳເລັດໃນທ້າຍເດືອນກໍລະກົດນີ້.ສ່ວນການປູກພືດລະດູຝົນ ທົ່ວເມືອງມີເນື້ອທີ່ທັງໝົດ 24.500 ກ່ວາເຮັກຕາ,ມາຮອດປັດຈຸບັນ ປະຕິບັດໄດ້ແລ້ວ 15.100 ກ່ວາເຮັກຕາ.ເທົ່າກັບ 61,63 ສ່ວນຮ້ອຍ ຂອງແຜນການ.ໃນນີ້: ສາລີລ້ຽງສັດ ເນື້ອທີ່ 5.000 ເຮັກຕາ,ປູກໄດ້ແລ້ວ 3.400 ກ່ວາເຮັກຕາ,ເທົ່າກັບ 68,87 ສ່ວນຮ້ອຍ,ສາລີຫວານ ເນື້ອທີ່ 50 ເຮັກຕາ,ປູກໄດ້ແລ້ວ 26,97 ເຮັກຕາ,ເທົ່າກັບ 53,94 ສ່ວນຮ້ອຍ,ຖົ່ວດິນ 2.300 ກ່ວາເຮັກຕາ,ປູກແລ້ວ 1.700 ກ່ວາເຮັກຕາ,ເທົ່າກັບ 77,71 ສ່ວນຮ້ອຍ,ມັນຕົ້ນ 14.000 ເຮັກຕາ,ປະຕິບັດໄດ້ 9,600 ກ່ວາເຮັກຕາ,ເທົ່າກັບ 69,29 ສ່ວນຮ້ອຍ,ໝາກຖົ່ວຕ່າງໆ 50 ເຮັກຕາ,ປະຕິບັດໄດ້ 23,07 ເຮັກຕາ,ເທົ່າກັບ 46,14 ສ່ວນຮ້ອຍ,ໝາກນັດ 10 ເຮັກຕາ,ປະຕິບັດໄດ້ 2,05 ເຮັກຕາ,ເທົ່າກັບ 20,50 ສ່ວນຮ້ອຍ,ຜັກກິນໃບຕ່າງໆ 80 ເຮັກຕາ,ປະຕິບັດໄດ້ 38,19 ເຮັກຕາ,ເທົ່າກັບ 47,74 ສ່ວນຮ້ອຍ,ໝາກແຕງທົ່ວໄປ 100 ເຮັກຕາ,ປະຕິບັດໄດ້ 41,97 ເຮັກຕາ,ເທົ່າກັບ 41,97 ສ່ວນຮ້ອຍ,ໝາກເຜັດ 50 ເຮັກຕາ,ປະຕິບັດໄດ້ 30,63 ເຮັກຕາ,ເທົ່າກັບ 61,26 ສ່ວນຮ້ອຍ,ໝາກເຂືອ 50 ເຮັກຕາ,ປະຕິບັດໄດ້ 25,77 ເຮັກຕາ,ເທົ່າກັບ 51,54 ສ່ວນຮ້ອຍ,ໝາກກ້ວຍ 5 ເຮັກຕາ,ປະຕິບັດໄດ້ 1,96 ເຮັກຕາ,ເທົ່າກັບ 39,20 ສ່ວນຮ້ອຍ ແລະ ໝາກນໍ້າ ເນື້ອທີ່ແຜນການ 10 ເຮັກຕາ,ມາຮອດປັດຈຸບັນ ປະຕິບັດໄດ້ 6,91 ເຮັກຕາ,ເທົ່າກັບ 69,10 ສ່ວນຮ້ອຍ ຂອແຜນການ. ຄາດວ່າການປູກພືດລະດູຝົນຈະໃຫ້ສຳເລັດ 100 ສ່ວນຮ້ອຍ ໃນທ້າຍເດືອນກໍລະກົດນີ້.








ຂໍ້ມູນLao National Radio 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.