Header Ads

ທ່ານນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 24 ທີ່ ໂຕກຽວ





ໃນວັນທີ 10 ມິຖຸນາ 2018 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ພ້ອມດ້ວຍຄະນະຈະເດີນທາງເຂົ້າຮ່ວມ ກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 24  ຕາມການເຊື້ອເຊີນຂອງສຳນັກ ໜັງສືພິມເສດຖະກິດ ຍີ່ປຸ່ນ ຫລື ນິກເກ (NIKKEI) ໃນວັນທີ  11-12 ມິຖຸນາ 2018 ທີ່ໂຕກຽວ, ປະເທດຍີ່ປຸ່ນ.

ກອງປະຊຸມຄັ້ງນີ້ ຈະດຳເນີນໄປພາຍໃຕ້ຫົວຂໍ້  “ສືບຕໍ່ເປີດກວ້າງອາຊີ-ຈະເຮັດແນວ ໃດ ເພື່ອບັນລຸຄວາມວັດທະນາຖາວອນ ແລະ ມີສະຖຽນລະພາບ”  (Keeping Asia Open–How to Achieve Prosperity and Stability),  ​ເຊິ່ງທ່ານນາຍົກລັດຖະມົນຕີ ຈະໃຫ້ກຽດ ຂຶ້ນກ່າວບົດປາໄສຕໍ່ຫົວຂໍ້ດັ່ງກ່າວ ແລະ ຈະໃຫ້ສຳພາດຂ່າວ  ທີ່ປິ່ນອ້ອມວຽກງານການພັດທະນາ ເສດຖະກິດ-ສັງຄົມ  ຂອງ ສປປ ລາວ ແລະ ທັດສະນະຕໍ່ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນໃນປັດຈຸບັນ.

ໃນໂອກາດເຄື່ອນໄຫວ ຢູ່ປະເທດຍີ່ປຸ່ນຄັ້ງນີ້,  ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ຈະພົບປະສອງຝ່າຍ  ກັບ ທ່ານ ຊິນໂຊ ອາເບະ ນາຍົກ ລັດຖະມົນຕີຍີ່ປຸ່ນຢ່າງເຕັມຮູບແບບ  ແລະ  ຮັບການເຂົ້າຢ້ຽມຂ່ຳນັບ ຂອງບັນດາການນຳ ທີ່ຈະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້  ແລະ ບັນດາອົງການ/ສະມາຄົມທີ່ສໍາຄັນ ຂອງປະເທດຍີ່ ປຸ່ນອີກດ້ວຍ.

ກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີ  ແມ່ນໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 1995 ເປັນຕົ້ນມາ  ໂດຍສຳນັກໜັງສືພິມນິກເກ ຂອງ ຍີ່ປຸ່ນ, ເຊິ່ງໄດ້ເຊື້ອເຊີນ  ບັນດາຜູ້ນຳ, ຜູ້ບໍລິຫານຂັ້ນສູງ ຂອງພາກລັດ ແລະ ເອກະຊົນ  ລວມທັງອະດີດການນໍາ, ຜູ້ຊົງຄຸນນະວຸດທິ, ປະທານອົງການ ແລະ ສະຖາບັນພາກພື້ນ ແລະ ສາກົນ  ໃນທົ່ວພາກພື້ນອາຊີເຂົ້າຮ່ວມ ເພື່ອລະດົມແນວຄວາມຄິດ  ແລະ ມີຂໍ້ສະເໜີແນະໃໝ່ໆທີ່ສ້າງສັນ  ແນໃສ່ສືບຕໍ່ພັດທະນາພາກພື້ນອາຊີ  ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ທ່ານ ນາຍົກລັດຖະມົນຕີ ກໍໄດ້ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ໃນປີ 2017 ຜ່ານມາ.

ຂໍ້ມູນເພີ່ມເຕີມທີ່: http://future-of-asia.nikkei.jp/asia2018/eng/ 

ທີ່ມາ: ຂປລ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.