Header Ads

ລັດຖະບານ ປະກາດເຂດນຳ້ຖວ້ມເມືອງສະໜາມໄຊ ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ




ສຳນັກງານນາຍົກລັດຖະມົນຕີອອກແຈ້ງການເລກທີ 1105/ຫສນຍ ລົງວັນທີ 23 ກໍລະກົດ 2018 ປະກາດເຂດປະສົບໄພນຳ້ຖ້ວມຂອງເມືອງສະໜາມໄຊ ແຂວງອັດຕະປື ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ ພ້ອມທັງມອບໃຫ້ກະຊວງແຮງງານ ແລະ ສະວັດດີການສັງຄົມ ສົມທົບກັບກະຊວງປ້ອງກັນປະເທດ, ແຂວງອັດຕະປື ແລະ ພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເປັນໃຈກາງໃນການປະສານງານ, ລະດົມທຶນ ທ້ອນໂຮມເອົາທຶນຮອນ ແລະ ວັດຖຸປັດໄຈຈາກທຸກພາກສ່ວນຂອງລັດທັງສູນກາງ ແລະ ທ້ອງຖິ່ນ, ພາກເອກະຊົນຜູ້ປະກອບການ, ອົງການຈັດຕັ້ງສາກົນປະຈຳ ສປປ.ລາວ ແລະ ພໍ່ແມ່ປະຊາຊົນຜູ້ມີນຳ້ໃຈສັດທາ.







ສຳລັບທຶນ ແລະ ວັດຖຸສິ່ງຂອງທີ່ລະດົມມາໄດ້ ສຳລັບຢູ່ສູນກາງໃຫ້ໄປມອບລວມສູນຢູ່ຫ້ອງການຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກົມສັງຄົມສົງເຄາະ ໂທລະສັບ 020 2222 5185 ທ່ານ ວິໄລພົງ, ຮອງຫົວໜ້າກົມສັງຄົມສົງເຄາະ), ສຳລັບທ້ອງຖິ່ນ (ນະຄອນຫຼວງ ແລະ ແຂວງ) ແມ່ນໃຫ້ໄປມອບຢູ່ຫ້ອງວ່າການປົກຄອງແຂວງ.








© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.