Header Ads

ເກີດນໍ້າຖ້ວມຂັງຫຼາຍຈຸດ ທີ່ນະຄອນໄກສອນພົມວິຫານ





ແຂວງສະຫວັນນະເຂດ : ວັນທີ 17 ກໍລະກົດ 2018 ນໍ້າໄດ້ໄຫຼເຂົ້າຖ້ວມເສັ້ນທາງ, ໄຮ່ນາ, ບ້ານເຮືອນປະຊາຊົນ ແລະ ພື້ນທີ່ຕໍ່າຂອງນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍສາເຫດມາຈາກຝັນຕົກຕິດຕໍ່ກັນຫຼາຍຊົ່ວໂມງກໍ່ໃຫ້ເກີດນໍ້າຂັງ  ສົ່ງຜົນກະທົບເປັນບໍລິເວນກ້ວງທີ່ເປັນພື້ນທີ່ຕໍ່າ ໂດຍສະເພາະແມ່ນບ້ານດົງດຳດວນ ທີ່ຮັບຜົນກະທົບໜັກ.







ສໍາລັບຜູ້ທີ່ອາໄສຢູ່ບ່ອນຕໍ່າຕ້ອງກະກຽມ ແລະ ເກັບມ້ຽມເຄື່ອງຂອງ ແລະ ສັດລ້ຽງໄວ້ບ່ອນປອດໄພ ແລະ ປ້ອງກັນຄວາມເສຍຫາຍ ຫຼື ເສຍຊີວິດຂອງສັດລ້ຽງ.






















© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.