Header Ads

8 ຄຸນປະໂຫຍດຂອງໃບເຕີຍ ທັງຮັກສາເບົາຫວານ ບໍາລຸງຫົວໃຈ ແລະ ບັນເທົາອາການໂລກເຈັບຂໍ່





ເຊື່ອວ່າຫຼາຍຄົນຮູ້ຈັກໃບເຕີຍ ພືດສີຂຽວ ທີ່ໃຫ້ກິ່ນຫອມ, ມີເອກະລັກສະເພາະ ແລະ ເປັນພືດທີ່ພົບເຫັນຫຼາຍຢູ່ຕາມບ້ານເຮືອນ ແລະ ຍັງເປັນພຶດທີ່ປູກງ່າຍນໍາອີກ.  ໃບເຕີຍ ບໍ່ພຽງແຕ່ສາມາດນໍາມາປະກອບປຸງແຕ່ງອາຫານໄດ້ ແຕ່ຫາກຍັງເປັນສະມຸນໄພນໍາອີກ ເຊິ່ງຄຸນປະໂຫຍດຂອງໃບເຕີຍນັ້ນປະກອບດ້ວຍ 8 ຢ່າງລຸ່ມນີ້: 


1. ບັນເທົາໂລກເຈັບຂໍ່ ແລະ ໂລກຣູມາຕອຍ ເນື່ອງຈາກໃບເຕີຍມີລິດເຢັນ ຈິ່ງສາມາດບັນເທົາອາການປວດ-ເຈັບຂໍ່ ແລະ ກະດູກໄດ້ ເຊິ່ງວິທີແມ່ນ ນໍາໃບເຕີຍສົດ 3-4 ໃບມາບົນ ແລ້ວປະສົມນໍ້າມັນໜາກພ້າວເລັກນ້ອຍ ໃຊ້ເປັນຢາທາພາຍນອກ
2. ຮັກສາໂລກເບົາຫວານ ໃຊ້ຮາກໃບເຕີຍ ປະມານ 1 ກໍາມື ຕົ້ມເຮັດເປັນນໍ້າດື່ມທຸກໆເຊົ້າ-ແລງ ຈະຊ່ວຍລຸດລະດັບນໍ້າຕາມໃນເລືອດ ແລະ ຂັບຖ່າຍປັດສະວະໄດ້ດີ

3. ບໍາລຸງປະສານ  ການດື່ມນໍ້າໃບເຕີຍຈະຊ່ວຍບໍາລຸງກໍາລັງ ແລະ ລະບົບປະສານ ເຮັດໃຫ້ຮູ້ສຶກສົດຊື່ນ ແລະ ແກ້ອາຫານອ່ອນເພຍນໍາອີກ

4. ບໍາລຸງຫົວໃຈ ດື່ມນໍ້າໃບເຕີຍທຸກໆເຊົ້າ-ແລງ ຈະຊ່ວຍບໍາລຸງຫົວໃຈ ແລະ ລອດເລືອດ ລວມທັງຊ່ວຍປັບລະດັບຄວາມດັນໃຫ້ຢູ່ໃນເກນປົກກະຕິ

5. ຕ້ານໂລກຜີວໜັງບາງຊະນິດ  ໃບເຕີຍ ຍັງເປັນສະມຸນໄພຂ້າເຊື້ອໂລກ ແລະ ໄວຣັດຜີວໜັງ ພຽງແຕ່ນໍາໃບເຕີຍມາຕໍາ ແລ້ວນໍາໄປທາໃສ່ບໍລິເວນທີ່ຜີວໜັງມີບັນຫາ

6. ໃຊ້ພອກໜ້າໃຫ້ຜີວໃສກະຈ່າງ  ນໍາໃບເຕີຍມາລ້າງນໍ້າ ແລະ ປັ່ນໃຫ້ລະອຽດ ຈາກນັ້ນນໍາມາພອກຜີວໜັງເພື່ອເຮັດໃຫ້ຜີວໜັງຜ່ອງໃສ ແລະ ຊຸ່ມຊື່ນ

7. ຕ້ານຮັງແຄ ນໍາໃບເຕີຍ 2-5 ໃບ ຕາກແດດໃຫ້ແຫ້ງ ແລ້ວນໍາມາບົດລະອຽດເປັນຜົງຄືແປ້ງ ຈາກນັ້ນ ນໍາມານວດ (ສະຫົວ) ເປັນປະຈໍາ ຈະຊ່ວຍລຸດຮັງແຄ 


8. ຍ້ອມສີຜົມ ເຖິງແມ່ນວ່າໃບເຕີຍຈະມີສີຂຽວ ແຕ່ເມື່ອນໍາມາປະສົມກັບນໍ້າມາຍໍ ແລ້ວນໍາມາສະຫົວ ຈະເຮັດໃຫ້ຜົມດໍາ ແລະ ເງົາງາມແບບທໍາມະຊາດ ໂດຍປັດສະຈາສານເຄມີ. 

© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.