Header Ads

ກົດ 3 ຂໍ້ທີ່ເຮັດໃຫ້ປະເທດຢີ່ປຸ່ນຈະເລີນກ້າວໜ້າ




໑.ມາດຕະຖານໃນທຸກໆເລື່ອງທີ່ເຮັດ

ຄົນຢີ່ປຸ່ນໃຫ້ຄວາມສໍາຄັນກັນມາດຕະຖານໃນສິ່ງທີ່ເຮັດທຸກເລື່ອງ,ທຸກກິດຈະກໍາຂອງຊີວິດ ແລະ ທຸກຢ່າງທີ່ຕົນເອງກຳລັງເຮັດ ຫຼື ຖືກມອບໝາຍໃຫ້ເຮັດ ຈົນກາຍເປັນວັດທະນາທໍາພິເສດ ຫຼື ພາສາຂຽນວ່າ "ລະບຽບ" ເຊິ່ງລະບຽບນີ້ເອງເປັນຮາກຖານຂອງມາດຕະຖານທີ່ທົ່ວໂລກໃຫ້ການຍອມຮັບ.




໒.ມີຈຸດສຸມຊັດເຈນ 

ເຊື່ອວ່າຫຼາຍຄົນຄົງເຄີຍໄປປະເທດຢີ່ປຸ່ນ ແລະ ສິ່ງທີ່ຫຼາຍຄົນຢາກໄປສໍາພັດຄື "ອາຫານຢີ່ປຸ່ນ" ແຕ່ເຊື່ອບໍວ່າຮ້ານອາຫານຢີ່ປຸ່ນຈະມີອາຫານຂາຍຫຼັກພຽງໜື່ງຢ່າງ ນັ້ນໝາຍຄວາມວ່າ ຮ້ານຊູຊີ ກໍ່ມີແຕ່ຊູຊີ ຈະບໍ່ຂາຍອາຫານປະເພດອື່ນ. ປະເດັນໃນຈຸດນີ້ຄືທຸກໆ ຮ້ານອາຫານໃນຢີ່ປຸ່ນຈະມີຈຸດສຸມ ຫຼື ເປົ້າໝາຍທີ່ຊັດເຈນວ່າຮ້ານອາຫານຂອງຕົນເອງຂາຍຫັຍງ ແລະ ເຮັດພຽງສິ່ງດຽວເທົ່ານັ້ນ ເຊິ່ງສິ່ງນີ້ເອງເຮັດໃຫ້ເຂົາຮູ້ຈັກຈຸດອ່ອນ,ຈຸດແຂງ ແລະ ມີຄວາມຊ້ຽວຊານເລື່ອງອາຫານນັ້ນແບບຈັກທຸກໆແງ່ມູມ.




໓.ຊາດນີຍົມ

ອິກໜື່ງຢ່າງທີ່ເຮັດຢີ່ປຸ່ນກ້າວໜ້າທີ່ສຸດກໍ່ແມ່ນເລື່ອງຂອງຊາດນິຍົມ ເຊິ່ງຄົນຢີ່ປຸ່ນຈະພູມໃຈກັບສິ່ງທີ່ເປັນຢີ່ປຸ່ນບໍ່ວ່າຈະເປັນຊາດ,ພາສາ,ອາຫານ,ວັດທະນາທໍາ ແລະ ສິ່ງຕ່າງໆທີ່ເປັນເລື່ອງລາວກ່ຽວຂ້ອງກັບຢີ່ປຸ່ນ.

3 ຂໍ້ນີ້ທີ່ເຮັດໃຫ້ປະເທດຢີ່ປຸ່ນ ແລະ ຄົນຢີ່ປຸ່ນກ້າວໜ້າ ແລະ ເປັນສະເໜ່ທີ່ມີເອກກະລັກສະເພາະ.





ທີ່ມາ: Viroj's diady | toanmcha.com 
-----------------





Powered by Blogger.