Header Ads

ທາດສາມປາງ


ທາດສາມປາງ ທີ່ເມືອງສຸຂຸມາ


ທາດສາມປາງ ເປັນສະຖານບູຮານທີ່ເກົ່າແກ່ຂອງເມືອງສຸຂຸທາ ກໍ່ຄືແຂວງຈໍາປາສັກ. ຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ. ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊໄປທາງຕາເວັນຕົກສຽງໃຕ້ປະມານ 72 ກິໂລແມັດ, ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງ ເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ. ໃນອາດີດ ຫ້ວຍນີ້ມີນໍ້າໄຫຼ່ຕະຫຼອດ, ຄົນບູຮານໄດ້ໃຊ້ເປັນທາງຂົນສົ່ງ ແລະ ໄປ ມາຫາສູ່ກັນ. ພ້ອມນີ້ ຍັງມີເສັ້ນທາງບູຮານ ໄດ້ເນັ່ງຈາກວັດພູໄປທາງໃຕ້ ຈົນເຖິງຊາຍແດນກຳປູເຈຍ. ປະຈຸບັນນີ້ ຍັງໄດ້ ພົບເຫັນຢູ່ບາງຕອນ ກໍ່ຖືກທຳລາຍ ໂດຍສະເພາະປະຊາຊົນເຮັດໄຮ່, ເຮັດນາ, ປຸກເຮືອນຊານໃສ່ ແຕ່ກໍ່ຍັງສາມາດສັນ ນິຖານໄດ້ວ່າ: ແມ່ນເສັ້ນທາງຄູບູຮານ.



ພາບທາດສາມປາງ ທີ່ເມືອງສຸຂຸມາ



ປະຈຸບັນ: ໃນແຕ່ລະປີແມ່ນໄດ້ເຮັດບຸນເພັງທາດທຸກປີ ເພື່ອອຸດທິດສ່ວນບຸນເຖິງດວງວິນຍານຂອງຜູ້ທີ່ນຳພາສ້າງເປັນຕົ້ນແມ່ນ:
  1. ທ່ານພຣະຍາ ກຳມະລໍ 
  2. ທ່ານພຣະຍາ ກຳມະລິເກຍ
  3. ທ່ານພຣະ ຍາກຳມະລິເມຍ
                                                                       ບໍລິເວນທາດສາມປາງ ທີ່ເມືອງສຸຂຸມາ



ຕາມຄວາມເຊື່ອຂອງຊາວບ້ານເຂດນີ້ ຫຼື ຊາວເມືອງສຸຂຸມາ ແຂວງຈຳປາສັກ ທາດສາມປາງ,ເປັນທາດທີ່ກໍ່ສ້າງຂຶ້ນມາໃນຊ່ວງສະຕະວັດທີ ໑໒ ທີ່ສ້າງບໍ່ສຳເລັດ ຕັ້ງລຽງກັນເທິງແທ່ນ ສ້າງໂດຍ ສຸພາທາ ເຊິ່ງເປັນບຣາມາອົງໜຶ່ງ. ຜູ້ຊ່ຽວຊານທາງບູຮານນະຄະດີສັນນິຖານວ່າ ສຸພາທາ ອາດແມ່ນບຸກຄົນດຽວກັນກັບ ທິວາກາຮາປັນດິຕາ ເຊິ່ງເປັນທີ່ປຶກສາຂອງເຈົ້າຊີວິດ. ອີງຕາມຫີນສີລາຈາລຶກຢູ່ຕໍ່ໜ້າຫໍມີໜັງສືໄດ້ຂຽນໄວ້ທັງ ໔ ດ້ານ, ພວກເຮົາຈຶ່ງຮູ້ວ່າ ຕີລາກາ ມານດາຂອງພະອົງເປັນຄົນງາມ ແລະ ເປັນຜູ້ເກັ່ງທາງດ້ານອັກສອນສາດກໍຄືທາງດ້ານກາບກອນ. ໃນສະໄໝນັ້ນ, ກະສັດໄຊຍະວໍລະມັນທີ ໖ ( ໑໐໘໐ - ໑໑໐໗ ) ຢຳ້ເກງຕໍ່ພະສີວະ ແລະ ນັບຖືບຣາມາ ຍ້ອນເພິ່ນເກັ່ງທາງດ້ານສາສະໜາ ແລະ ດ້ານອັກສອນສາດ. ຫີນສີລາຈາລຶກດັ່ງກ່າວເປັນຂໍ້ມູນທີ່ສຳຄັນສຳລັບນັກຊ່ຽວຊານທາງດ້ານໜັງສືຈາລຶກຫີນສີລາ ທີ່ພົວພັນເຖິງປະຫວັດສາດຂະແມ ຫຼື ກຳປູເຈຍໃນປັດຈຸບັນ. 

ບົດຄວາມ: ຈິດຕະວົງ ແສງແກ້ວ
-----------------


Powered by Blogger.