Header Ads

6 ເດືອນຕົ້ນປີ 6 ແຫຼ່ງທ່ອງທ່ຽວແຂວງຫຼວງພະບາງ ສາມາດສ້າງລາຍຮັບໄດ້ 11 ຕື້ກວ່າກີບ





ຕາມຂໍ້ມູນຂອງພະແນກການເງິນແຂວງຫຼວງພະບາງ ໃຫ້ຮູ້ໃນທ້າຍເດືອນ ມິຖຸນາ 2018 ຜ່ານມາວ່າ ການເກັບລາຍຮັບຈາກການບໍລິການເຂົ້າຊົມແຫຼ່ງທ່ອງທ່ຽວ ພາຍໃນແຂວງ,ນະຄອນຫຼວງພະບາງ ແລະ ເມືອງ ໄດ້ນໍາໃຊ້ເຄື່ອງທີທັນສະໄໝເຂົ້າໃນການເກັບລາຍຮັບ ໂດຍສົມທົບກັບກົມສ່ວຍສາອາກອນ ເພື່ອຫ້າງຫາກະກຽມ ຈັດສັນບັນດາຜົນຂອງການສໍາຫຼວດຫົວໜ່ວຍລາຍຮັບແຕ່ 400.000.000 ກີບຂື້ນໄປ ແມ່ນເອົາ 100 ຫົວໜ່ວຍຂື້ນບັນຊີເກັບຄ່າບໍລິການ ແລະ ພັນທະທີ່ຕິດພັນ ໃນບັນທີ່ຂາຍອອກ ເປັນຕົ້ນແມ່ນບັນດາ ໂຮງແຮມໃຫຍ່,ຮ່ານອາຫານ ແລະ ບັນດາຫົວໜ່ວຍທຸລະກິດທີ່ມີເຄື່ອງມືທັນສະໄໝ,ໃນການບໍລິການຂາຍຍັງບໍ່ທັນມີພັນທະຕິດພັນ ທາງພະແນກການເງິນຈິ່ງໄດ້ສະເໜີໃຫ້ຕິດຕັ້ງໂປຣແກຣມ ມີພັນທະຕິດພັນ.








ທ່ານ ສີສຸພັນ ສີສະຫວັດ ຫົສໜ້າພະແນກການເງິນແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ສໍາລັບການເກັບລາຍຮັບດ້ວຍລະບົບເຄື່ອງມື້ ທີ່ທັນສະໄໝ ລະບົບບາໂຄດ ໃນ 6 ແຫ່ງທີ່ຜ່ານມາ ເຫັນວ່າລາຍຮັບດັ່ງກ່າວ ແມ່ນປະຕິບັດໄດ້ເກີນແຜນ 6 ເດືອນຕົ້ນປີ 2018,ໃນນີ້ມີແຫຼ່ງທ່ອງທ່ຽວ 4 ແຫ່ງທີ່ຂື້ນກັບແຂວງໂດຍກົງຄື: ຫໍພິພິດທະພັນແຫ່ງຊາດຫຼວງພະບາງ ແຜນປີ 5.000 ຕື້ກີບ,ປະຕິບັດໄດ້ 3.428ຕື້ກີບ ເທົ່າກັບ 68,56%ຂອງແຜນປີ, ຕາດກວາງຊີ ແຜນປີ 4.000 ຕື້ກີບ,ປະຕິບັດໄດ້ 3.017 ຕື້ກີບ,ເທົ່າກັບ 75,43 %ຂອງແຜນປີ, ພະທາດພູສີ ແຜນປີ 1.800 ຕື້ກີບ, ປະຕິບັດໄດ້ 1.465 ຕື້ກີບ, ເທົ່າກັບ 81,39%ຂອງແຜນປີ, ວັດຖໍ້າພູສີ ແຜນປີ 1.000ຕື້ກີບ,ປະຕິບັດໄດ້ 779ລ້ານກີບ,ເທົ່າກັບ 77,90%ຂອງແຜນປີ ແລະ ພາກສ່ວນທີ່ຂື້ນກັບນະຄອນຫຼວງພະບາງ ແລະ ເມືອງຈອມເພັດ-ເມືອງປາກອູມີ: ວັດຊຽງທອງ ແຜນປີ 2.030ຕື້ ກີບ,ປະຕິບັດໄດ້ 1.993ຕື້ກີບ,ເທົ່າກັບ 89,37%ຂອງແຜນປີ ແລະ ຖໍ້າຕິ່ງ ແຜນປີ 1.900ຕື້ ກີບ,ປະຕິບັດໄດ້ 825 ລ້ານ ກີບ,ເທົ່າກັບ 68,23%ຂອງແຜນປີ. ລວມທັງໝົດ 6 ແຫ່ງ ແຜນການປີ 15.930ຕື້ ກີບ,ປະຕິບັດໄດ້ 11.507ຕື້ ກີບ,ເທົ່າກັບ 72,23%ຂອງແຜນປີ.




ຂ່າວ: ເພັດສາຄອນ ສິມມະວົງ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______
Powered by Blogger.