ສະເໜີການເລືອກແລວທາງກໍ່ສ້າງເສັ້ນທາງດ່ວນ ບໍ່ເຕັນ-ຫ້ວຍຊາຍ
ອີງຕາມການລາຍງານຂອງ ນສພ ວຽງຈັນໃຫ່ມ ວ່າ: ກອງປະຊຸມລາຍງານການເລືອກແລວທາງໂຄງການກໍ່ສ້າງເສັ້ນທາງດ່ວນ ບໍ່ເຕັນ ແຂວງຫຼວງນ້ຳທາ-ຫ້ວຍຊາຍ ແຂວງບໍ່ແກ້ວ ຈັດຂຶ້ນວັນທີ 6 ມິຖຸນາ 2018 ຜ່ານມານີ້ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ມີບັນດາຫົວໜ້າກົມ ຮອງກົມ ບັນດາກະຊວງທີ່ກ່ຽວຂ້ອງ ແລະ ກຸ່ມບໍລິສັດລົງທຶນກໍ່ສ້າງເສັ້ນທາງດັ່ງກ່າວເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລື ແລະ ນຳສະເໜີການເລືອກແລວທາງໂຄງການກໍ່ສ້າງເສັ້ນທາງດ່ວນ ບໍ່ເຕັນ-ຫ້ວຍຊາຍ ເຊິ່ງໂຄງການດັ່ງກ່າວເປັນທາງໄລຍະໜຶ່ງທີ່ສຳຄັນຂອງເສັ້ນທາງເຊື່ອມຕໍ່ຈາກຄຸນໝິງ ສປ ຈີນ ຜ່ານ ສປປ ລາວ ໄປຫາບາງກອກປະເທດໄທ ໂດຍການກໍ່ສ້າງແມ່ນສອດຄ່ອງກັບໜຶ່ງແລວ ໜຶ່ງເສັ້ນທາງ ທີ່ສາມາດສົ່ງເສີມການພັດທະນາທາງດ້ານເສດຖະກິດ-ສັງຄົມໃຫ້ແກ່ຊຸມຊົນ ຕາມແລວທາງຜ່ານໃຫ້ມີປະສິດທິຜົນສູງສຸດ ນັບແຕ່ເດືອນກໍລະກົດ ປີ 2017 ກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງຄົມມະນາຄົມແຂວງຢຸນນານ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອສຶກສາຄວາມເປັນໄປໄດ້ກໍ່ສ້າງເສັ້ນທາງດ່ວນ ບໍ່ເຕັນ-ຫ້ວຍຊາຍ ຜ່ານການສຶກສາໄດ້ຈຸດເລີ່ມຕົ້ນຢູ່ຊາຍແດນ ລາວ-ຈີນ ເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ແລວທາງໄດ້ຜ່ານບັນດາບ້ານເມືອງທີ່ສຳຄັນ ຄື: ບ້ານນາເຕີຍ ເມືອງຫຼວງນ້ຳທາ ບ້ານບຸ່ງ ເມືອງວຽງພູຄາ ແລະ ສຸດທ້າຍທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນເຂດຊາຍແດນລາວ-ໄທ ໃນນີ້ ຈຸດທີ່ຕັ້ງຂອງໂຄງການທາງທິດເໜືອຕິດກັບບໍ່ຫ່ານ ສປ ຈີນ ທິດໃຕ້ຕິດກັບເມືອງຊຽງຂອງປະເທດໄທ.
ສຳລັບການເລືອກຈຸດເລີ່ມຕົ້ນຂອງໂຄງການມີທັງໝົດ 3 ແລວທາງ ເພື່ອເຮັດການສົມທຽບຄືແລວທາງເຄ ແລວທາງເອ ແລະ ແລວທາງບີ ຜ່ານການວິເຄາະຢ່າງສົມເຫດສົມຜົນເຫັນວ່າຈຸດເລີ່ມຕົ້ນແລວທາງເຄ ແມ່ນຂ້ອນຂ້າງດີ ກວ່າແລວທາງເອ ແລະ ບີ ບໍ່ພຽງແຕ່ສາມາດນຳໃຊ້ສະຖານທີ່ດ່ານຊາຍແດນບໍ່ເຕັນ ແລະ ບໍ່ຫ່ານທີ່ມີຢູ່ແລ້ວນັ້ນ ແຕ່ຍັງສາມາດຕອບສະໜອງຄວາມຕ້ອງການທາງດ້ານການຈະລາຈອນ ພ້ອມນັ້ນ ຍັງມີບົດບາດທາງບວກຕໍ່ການສົ່ງເສີມການພັດທະນາເສດຖະກິດ ແລະ ສັງຄົມຂອງເສດຖະກິດພິເສດບໍ່ເຕັນ ສາມາດປົກປັກຮັກສາສະພາບແວດລ້ອມ ລະບົບນິເວດຕາມຂອບເຂດແລວທາງ ຄວບຄຸມຂະໜາດຂອງໂຄງການ ພ້ອມສາມາດເລັ່ງຂະບວນການສົ່ງເສີມໂຄງການ ແລະ ດ້ານອື່ນໆ ເຊິ່ງແລວທາງທີ່ຖືກເລືອກມີຄວາມຍາວທັງໝົດ 181 ກິໂລແມັດ ໃນນີ້ ສະເພາະຄວາມຍາວຂອງທາງດ່ວນແມ່ນ 167,4 ກິໂລ ແລະ ຄວາມກວ້າງທາງແມ່ນ 22,5 ແມັດ ທາງເຊື່ອມຕໍ່ກັບທາງດ່ວນເປັນທາງຊັ້ນ 1 ຍາວ 13,6 ກິໂລ ຄວາມກວ້າງໜ້າທາງ 20 ແມັດ ປະກອບມີອຸໂມງຈຸດ ນາເສີຍ ແຂວງຫຼວງນ້ຳທາ ຈຸດເຂດປ່າສະຫງວນແຫ່ງຊາດນ້ຳທາ ຈຸດເຂດປ່າສະຫງວນແຫ່ງຊາດນ້ຳຕານ ແລະ ຈຸດບ້ານປຸງ ນອກນັ້ນ ຍັງມີຂົວໃຫຍ່ຂະໜາດ 1.050 ກິໂລ ແລະ ການພົວພັນລະຫວ່າງເສັ້ນທາງ ແລະ ເຂດເສດຖະກິດພິເສດບໍ່ເຕັນຈະເປັນຜົນດີຂອງການຍົກລະດັບທາງຫຼວງແຫ່ງຊາດເລກທີ 13 ເໜືອ ເປັນທາງຊັ້ນ 1 ແລະ ເປັນທາງມາດຕະຖານທາງຊັ້ນ 1 ພ້ອມນັ້ນ ຍັງສາມາດນຳໃຊ້ເປັນເສັ້ນທາງສາຍຫຼັກຂອງເຂດນີ້ ສາມາດເສື່ອມຈອດກັບເສັ້ນທາງອື່ນໆອີກ ຍັງສ້າງຄວາມສະດວກໃຫ້ແກ່ການຈະລາຈອນໃນເຂດນີ້ເຂົ້າຫາທາງດ່ວນບໍ່ເຕັນຫາຫ້ວຍຊາຍ ສາມາດກະຕຸກຊຸກຍູ້ການພັດທະນາເສດຖະກິດ
ພາບ ແລະ ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment