Header Ads

ຊາວຫຼວງພະບາງຮ່ວມກັນໃສ່ບາດວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 109ປີ




ວັນທີ່ 12 ກໍລະກົດ 2018 ມວນຊົນຊາວຫຼວງພະບາງ ໄດ້ພາກັນຕື່ນແຕ່ເຊົ້າ ມາເຕົ້າໂຮມຢູ່ທີ່ ອານຸສາວະລີ ປະທານສຸພານຸວົງ ຜູ້ນໍາເຄົາລົບຮັກຂອງປວງຊົນລາວ ໂດຍສະເພາະແມ່ນຊາວຫຼວງພະບາງ ເພື່ອຮ່ວມກັນໃສ່ບາດ ທໍາບຸນອຸທິດສ່ວນກຸສົນ ໄປເຖິງດວງວິນຍານ ໃຫ້ແກ່ຜູ້ນໍາທີ່ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ໂດຍສະເພາະກໍ່ແມ່ນປະທານສຸພານຸວົງ ໃນວັນຄ້າຍວັນເກີດຄົບຮອບ 109 ປີ(13/7/1909-13/7/2018) ໄດ້ໝູນວຽນມາອີກເທື່ອໜຶ່ງ.ປະທານມີນ້ຳໃຈຮັກຊາດ ອັນແຮງກ້າ ຍອມເສຍສະຫຼະເລືອດເນື້ອ ເພື່ອຊາດດ້ວຍການຕໍ່ສູ້ກັບສັດຕູ ເຮັດໃຫ້ໄດ້ຮັບໄຊຊະນະ ປົດປ່ອຍປະເທດຊາດ ແລະ ປະກາດເອກະລາດ ພ້ອມທັງສະຖາປະນາປະເທດລາວ ເປັນປະເທດສາທາລະນະລັດປະຊາທິປະໄຕ ປະຊາຊົນລາວຢ່າງສົມບູນ ໃນວັນທີ່ 2 ທັນວາປີ 1975 . 





ເຂົ້າຮ່ວມໃສ່ບາດໃນຄັ້ງນີ້ມີທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ,ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ,ມີຄະນະປະຈໍາພັກແຂວງ,ປະທານສະພາປະຊາຊົນແຂວງ,ພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານ ຕະຫຼອດຮອດມວນຊົນຊາວພຸດນະຄອນຫຼວງພະບາງເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ອອກຮັບບິນທະບາດໂດຍແມ່ນ ສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ ກໍາມະການສູນກາງອົງການສາສະໜາສໍາພັນລາວ,ປະທານອົງການສາສະໜາສໍາພັນແຂວງຫຼວງພະບາງ ພ້ອມດ້ວຍຄະນະສົງ ແລະ ສໍາມະເນນທັງໝົດ 109 ຕົນ.










ຂ່າວ: ເພັດສາຄອນ ສິມມະວົງ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.