Header Ads

ລັດຖະບານວາງເປີດກອງປະຊຸມວາງຍຸດທະສາດໂພຊະນາການແຫ່ງຊາດ ປະຈໍາ 6 ເດືອນຕົ້ນປີ 2018 ພື່ອແກ້ໄຂ ບັນຫາການຂາດໂພຊະນາການ ກວມເອົາ 2,4% ຂອງ GDP





ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2018 ຢູ່ທີ່ໂຮງແຮມດອນຈັນພາເລສ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໂພຊະນາການແຫ່ງຊາດ ປະຈໍາ 06 ເດືອນຕົ້ນປີ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການແຫ່ງຊາດດ້ານໂພຊະນາການ, ມີທ່ານລັດຖະມົນຕີ, ບັນດາທ່ານຮອງລັດຖະມົນຕີ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.


ໃນໂອກາດດໍາເນີນກອງປະຊຸມ ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການ ໃນໄລຍະ 6 ເດືອນຕົ້ນປີ 2018 ເຊິ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ຄື: ອັດຕາການຂາດສານອາຫານຊໍ້າເຮື້ອ ໃນເດັກອາຍຸລຸ່ມ 5 ປີ, ປະເພດລວງສູງຫຼຸດມາດຕະຖານ (ເຕ້ຍ) ປະຕິບັດໄດ້ 33% ບັນລຸເກີນຄາດໝາຍທີ່ວາງໄວ້; ການຂາດສານອາຫານປະເພດນໍ້າໜັກຫຼຸດມາດຕະຖານ ປະຕິບັດໄດ້ 21%, ອັດຕາການຂາດສານອາຫານກະທັນຫັນ ຫຼື ແບບຈ່ອຍ ໃນເດັກທີ່ມີອາຍຸລຸ່ມ 5 ປີ ກວມເອົາ 9%. ເຖິງຢ່າງໃດກໍ່ຕາມ ບັນຫາການຂາດສານອາຫານແບບລວງສູງຫຼຸດມາດຕະຖານ ໃນເດັກທີ່ມີອາຍຸລຸ່ມ 5 ປີ ຍັງເປັນບັນຫາສໍາຄັນທີ່ສົ່ງຜົນກະທົບ ໃນການພັດທະນາທາງດ້ານຮ່າງກາຍ ແລະ ມັນສະໝອງຂອງເດັກ ເຊິ່ງເຮັດໃຫ້ເດັກມີຂໍ້ຈໍາກັດໃນການນໍາໃຊ້ມັນສະໝອງ. ເຊິ່ງຜ່ານການສໍາຫຼວດຕົວຈິງ ຍັງເຫັນວ່າ ສປປ ລາວ ໄດ້ສູນເສຍເສດຖະກິດ ຍ້ອນບັນຫາການຂາດໂພຊະນາການ ເຊິ່ງກວມເອົາ 2,4% ຂອງ GDP ປະມານ 197 ລ້ານໂດລາສະຫະລັດ. ພ້ອມດຽວກັນນັ້ນ, ຍັງມີບາງແຂວງ ຕ້ອງພົບກັບບັນຫາທັງຂາດໂພຊະນາການ ແລະ ໂພຊະນາການເກີນ ເປັນຕົ້ນ ແຂວງຜົ້ງສາລີ.


ໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ລວມທັງ ຜົນສໍາເລັດຂອງຄະນະກໍາມະການແຫ່ງຊາດດ້ານໂພຊະນາ ຂັ້ນສູນກາງ ແລະ ທ້ອງຖິ່ນ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມດຽວກັນນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະກໍາມະການດ້ານໂພຊະນາແຫ່ງຊາດ ສືບຕໍ່ເອົາໃຈໃສ່ ເປັນຕົ້ນ ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ຊຸມຊົນ ເປັນເຈົ້າການດ້ານວຽກງານໂພຊະນາ ແລະ ຄໍ້າປະກັນສະບຽງອາຫານ; ສືບຕໍ່ຈັດຕັ້ງປະຕິ ບັດຍຸດທະສາດໂພຊະນາການແຫ່ງຊາດ ແບບໜຶ່ງດຽວໂດຍຫຼາຍຂະແໜງການເຂົ້າຮ່ວມ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ; ເອົາໃຈໃສ່ຈັດສັນບູລິມະສິດບັນດາກິດຈະກຳ, ຈັດສັນງົບປະມານ ແລະ ປຸກລະດົມຂົນຂວາຍການຊ່ວຍເຫຼືອ, ການສະໜັບສະໜູນຈາກສາກົນໃຫ້ຫຼາຍຂຶ້ນ; ເອົາ ໃຈໃສ່ຈັດສັນບັນດາຈຸດສຸມ ໃນເຂດທີ່ມີອັດຕາແມ່ ແລະ ເດັກ ທີ່ຍັງຂາດສານອາຫານສູງ, ເຂດທຸກຍາກ, ຮ່າງໄກສອກຫຼີກ, ເຂດທີ່ຍັງມີພຶດຕິກໍາໃນການກິນຢູ່ ແລະ ດໍາລົງຊີວິດທີ່ບໍ່ຖືກຕາມຫຼັກໂພສະນາການ. ນອກນັ້ນ, ໃຫ້ເອົາໃຈ ໃສ່ຊຸກຍູ້ສົ່ງເສີມໃຫ້ບັນດາທ້ອງຖິ່ນຕ່າງໆ ສ້າງບ້ານຕົວແບບດ້ານໂພສະນາການ; ເອົາໃຈໃສ່ຊຸກຍູ້ບັນດາຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ດ້ານໂພຊະນາການ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ. ສໍາຄັນແມ່ນເພີ່ມທະວີວຽກງານການຄຸ້ມຄອງ, ການປະສານງານ ແລະ ການເຮັດວຽກຮ່ວມກັນ ລະຫວ່າງ ທຸກພາກສ່ວນທີ່ກ່ຽວຂ້ອງ ກັບ ຄູ່ຮ່ວມພັດທະນາ, ຜູ້ໃຫ້ທຶນ, ອົງການຈັດຕັ້ງສັງຄົມ ແລະ ພາກເອກະຊົນ ໃຫ້ມີປະສິດທິພາບ, ປະສິດທິຜົນຫຼາຍຂຶ້ນ ພ້ອມທັງ ມີການເຝົ້າລະວັງ, ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານດ້ານໂພຊະນາ ໃຫ້ທົ່ວເຖິງ ແລະ ທັນການ.


ແຫລ່ງ: ກົມ​ປະ​ຊາ​ສຳ​ພັນ, ພະ​ແນກ​ໂຄ​ສະ​ນາ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.