Header Ads

ໜ່ວຍກູ້ໄພຍັງສືບຕໍ່ຄົ້ນຫາຜູ້ສູນຫາຍ ປັດຈຸບັນສູນຫາຍ 131ຄົນ , ພົບສົບແລ້ວ 26 ຄົນ ແລະ ຂາດທີ່ຢູ່ອາໄສ 587 ຄອບຄົວ




ແຂວງອັດຕະປື: ຕອນບ່າຍວັນທີ 25 ກໍລະກົດ 2018 ລະດັບນຳ້ໄດ້ລຸດລະດັບລົງ ແຕ່ກໍ່ຍັງເປັນອຸປະສັກໃຫ້ແກ່ທີມກູ້ໄພ ແລະ ເຈົ້າໜ້າທີ່ໃນການຄົ້ນຫາຜູ້ສູນຫາຍ ແລະ ອົບພະຍົກປະຊາຊົນທີ່ຍັງຕິດຢູ່ພື້ນທີ່ນໍ້າຖ້ວມ ເຊິ່ງໜຶ່ງໃນອຸປະສັກແມ່ນ ເສັ່ນທາງໄປຫາຈຸດປະສົບໄພ (ພື້ນທີ່ນໍ້າຖ້ວມ) ເປັນລັກສະນະເຄິ່ງບົກ-ເຄິ່ງນຳ້ ເຮັດໃຫ້ທີມງານກູ້ໄພ ແລະ ເຈົ້ານ້ທີ່ຕ້ອງໃຊ້ເຮືອ ແລະ ບາງບ່ອນໃຊ້ລົດ ພ້ອມກັບເສັ້ນທາງມີຕົມເຮັດໃຫ້ເຂົ້າເຖິງປະສົບໄພໄດ້ຍາກ. 






ຂໍ້ມູນເບື້ອງຕົ້ນເຈົ້າໜ້າລະບຸວ່າ ພື້ນທີ່ທີ່ຖືກຜົນກະທົບລວມທີ 6 ບ້ານ (ບ້ານ ຫີນລາດ, ບ້ານ ທ່າແສງຈັນ, ບ້ານ ສະໝອງ, ບ້ານ ທ່າຫີນ, ບ້ານ ໃໝ່ ແລະ ບ້ານ ໃຫຍ່ແທ) ໂດຍມີຜູ້ປະສົບໄພ 6,631 ຄົນ ຈໍານວນ 1,372 ຄອບຄົວ ເຊິ່ງຂໍ້ມູນລ່າສຸດແມ່ນມີຜູ້ສູນຫາຍ 131ຄົນ, ພົບສົບແລ້ວ 26 ຄົນ ແລະ າດທີ່ຢູ່ອາໄສ 587 ຄອບຄົວ. 




© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.