Header Ads

ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມ ມຽນມາ





ໂດຍຕອບສະໜອງຕາມ ຄຳເຊີນຂອງທ່ານ ອູ ຈໍ ຕິນ ລັດຖະມົນຕີກະຊວງຮ່ວມມື ສາກົນ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມ ດ້ວຍຄະນະ ໄດ້ເດີນທາງຢ້ຽມ ຢາມ ສສ ມຽນມາ ຢ່າງເປັນ ທາງການ, ໃນລະຫວ່າງວັນທີ 23-24 ກໍລະກົດນີ້.

ໃນວັນທີ 24 ກໍລະກົດ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ພົບປະສອງຝ່າຍກັບທ່ານ ອູ ຈໍ ຕິນ ທີ່ກະຊວງການຕ່າງ ປະເທດ ມຽນມາ ໃນການພົບ ປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ທີ່ມີມູນເຊື້ອອັນຍາວນານ ຖານ ບ້ານໃກ້ເຮືອນຄຽງທີ່ດີງາມ ລະ ຫວ່າງສອງປະເທດ ທີ່ນັບມື້ໄດ້ ຮັບການເສີມຂະຫຍາຍຢ່າງບໍ່ ຢຸດຢັ້ງ ຊຶ່ງເຫັນໄດ້ຈາກການ ແລກປ່ຽນການຢ້ຽມຢາມຊຶ່ງ ກັນ ແລະ ກັນ ນັບແຕ່ການນຳ ຂັ້ນສູງຈົນເຖິງຂັ້ນວິຊາການ ຂອງສອງປະເທດ ຢ່າງເປັນປົກ ກະຕິ ສອງຝ່າຍໄດ້ສະແດງ ຄວາມຊົມເຊີຍຕໍ່ຄະນະວິຊາ ການຂອງທັງສອງປະເທດ ທີ່ ໄດ້ສຳເລັດການຮ່ວມກັນລົງ ກວດກາ, ບູລະນະ ແລະ ກໍ່ ສ້າງຫຼັກໝາຍຊາຍແດນລາວ -ມຽນມາ ທີ່ເປ່ເພຄືນໃໝ່ ໃນ ລະຫວ່າງທ້າຍເດືອນກຸມພາ ຫາ ຕົ້ນເດືອນເມສາ ຜ່ານມາ ພ້ອມກັນນັ້ນ, ສອງຝ່າຍໄດ້ ປຶກສາຫາລືກັນ ເພື່ອສືບຕໍ່ເສີມຂະຫຍາຍການພົວ ພັນຮ່ວມມືໃນດ້ານຕ່າງໆໃຫ້ ໄດ້ຮັບໝາກຜົນຫຼາຍຍິ່ງຂຶ້ນ ເປັນຕົ້ນແມ່ນການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ ແທນຂັ້ນສູງ ແລະ ຂັ້ນຕ່າງໆ ໃນຕໍ່ໜ້າ ການຮ່ວມມືລະຫວ່າງ ສອງຂະແໜງການຕ່າງປະ ເທດ, ດ້ານວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານຊາຍແດນ, ດ້ານຄົມມະນາຄົມ ແລະ ຂົນ ສົ່ງ, ດ້ານການຄ້າ-ການລົງ ທຶນ ແລະ ຂະແໜງການອື່ນໆ ທັງ ສອງຝ່າຍເຫັນດີທີ່ຈະສືບ ຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາສັນ ຍາ, ບົດບັນທຶກຄວາມເຂົ້າໃຈ ແລະ ຂໍ້ຕົກລົງຕ່າງໆທີ່ສອງ ຝ່າຍໄດ້ລົງນາມຮ່ວມກັນ ໃນ ໄລຍະຜ່ານມາ ໃຫ້ມີໝາກຜົນ ກວ່າເກົ່າ. ນອກນັ້ນ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກ ປ່ຽນຄຳຄິດຄຳເຫັນກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມ ກັນ.

ໃນໂອກາດນີ້, ທ່ານລັດ ຖະມົນຕີ ໄດ້ສະແດງຄວາມ ຂອບໃຈຝ່າຍມຽນມາ ຕໍ່ການ ຕ້ອນຮັບອັນອົບອຸ່ນ, ສະໜິດ ສະໜົມ ແລະ ສົມກຽດ ຊຶ່ງ ເປັນການຢ້ຽມຢາມຢ່າງເປັນ ທາງການຄັ້ງທຳອິດພາຍຫຼັງ ດຳລົງຕຳແໜ່ງເປັນລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມກັນນັ້ນ ທ່ານຍັງ ໄດ້ສະແດງຄວາມຊົມ ເຊີຍຕໍ່ທ່ານ ອູ ຈໍ ຕິນ ທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີ ກະຊວງຮ່ວມ ມືສາກົນ ແຫ່ງ ສສ ມຽນມາ ໃນທ້າຍປີ 2017 ທີ່ຜ່ານມາ ພ້ອມ ນັ້ນ, ທ່ານຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫຼວງ ຂອງລັດຖະບານ ແລະ ປະຊາ ຊົນ ມຽນມາ ໃນການພັດທະນາປະເທດໃຫ້ມີຄວາມຈະເລີນ ຍິ່ງໆຂຶ້ນ ພ້ອມທັງຢືນຢັນວ່າ ສປປ ລາວ ຍາມໃດກໍສະໜັບ ສະໜູນແນວທາງການສ້າງ ຄວາມປອງດອງພາຍໃນແຫ່ງ ຊາດ ແລະ ເນັ້ນເຖິງການປົກ ປັກຮັກສາຄວາມສະຫງົບສຸກ ຂອງປະເທດ ແລະ ການນຳ ເອົາປະເທດມຽນມາກ້າວເຂົ້າ ສູ່ປະຊາທິປະໄຕ ຂອງລັດຖະ ບານ ແລະ ປະຊາຊົນ ມຽນມາ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນຕະຫຼອດມາ ໃນ ຕອນທ້າຍ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເຊື້ອເຊີນທ່ານລັດຖະມົນຕີ ອູ ຈໍ ຕິນ ມາຢ້ຽມຢາມຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງ ປະຊຸມຄະນະກຳມາທິການ ຮ່ວມ ວ່າດ້ວຍການຮ່ວມມື ສອງຝ່າຍຄັ້ງທີ 12 ທີ່ ສປປ ລາວ ໃນເວລາທີ່ສອງຝ່າຍມີຄວາມສະດວກ.


ໃນຂະນະດຽວກັນ ທ່ານ ອູ ຈໍ ຕິນ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມທາງການ ສສ ມຽນມາ ຂອງທ່ານລັດຖະ ມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ຄະນະໃນຄັ້ງນີ້ ຊຶ່ງຈະເປັນການ ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ຖານ ບ້ານໃກ້ເຮືອນຄຽງທີ່ເປັນມູນ ເຊື້ອ ແລະ ການຮ່ວມມືທີ່ດີນຳ ກັນຕະຫຼອດມາ ລະຫວ່າງລາວ ແລະ ມຽນມາ ໂດຍສະເພາະ ສອງຂະແໜງການຕ່າງປະ ເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ໃນວັນດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະ ນະໄດ້ເຂົ້າຢ້ຽມຂຳ່ນັບທ່ານ ນາງ ອອງຊານ ຊູຈີ ທີ່ປຶກສາ ແຫ່ງລັດ ແຫ່ງ ສສ ມຽນມາ ທີ່ກະຊວງການຕ່າງປະເທດ ມຽນມາ ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ນຳເອົາຄວາມຢື້ຢາມຖາມ ຂ່າວ ແລະ ຄຳເຊື້ອເຊີນຈາກ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຮຽນເຊີນທ່ານ ທີ່ປຶກສາແຫ່ງ ລັດ ສສ ມຽນມາ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ມີຄວາມສະດວກ. 

ໃນໂອກາດຢ້ຽມຢາມທາງການ ສສ ມຽນມາ ຄັ້ງນີ້, ທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນ ໄຫວຢ້ຽມຢາມສະຖານທີ່ສຳຄັນທາງວັດທະນະທຳຂອງ ສສ ມຽນມາ ຈຳນວນໜຶ່ງເຊັ່ນ: ຢ້ຽມຊົມຫໍພິພິທະພັນແຫ່ງ ຊາດ ເຂົ້າສັກກາລະບູຊາພະ ທາດອຸປະຕະສັນຕິ (Uppatasanti Pagoda) ແລະ ຢ້ຽມ ຊົມຊ້າງເຜືອກຈຳນວນໜຶ່ງ.

ພາບ-ຂ່າວ: ນສພ ປະຊາຊົນ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.