Header Ads

ປັດຈຸບັນປະເທດລາວມີເຂື່ອນໄຟຟ້າ 54 ແຫ່ງ ແລະ ໃນປີ 2021 ຈະມີເຂື່ອນໄຟຟ້າ 100 ແຫ່ງ



ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ໃນໂອກາດສະເຫລີມສະຫລອງຜົນສຳເລັດການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍທີ່ມີກຳລັງຕິດຕັ້ງ 80 ເມກາວັດເມື່ອບໍ່ດົນມານີ້ ວ່າ: ປັດຈຸບັນ, ສປປ ລາວ ມີແຫລ່ງຜະລິດໄຟຟ້າແລ້ວ 54 ແຫ່ງ ລວມມີກຳລັງການຕິດຕັ້ງ 7,162 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ປະມານ 37,086 ລ້ານກິໂລວັດໂມງຕໍ່ປີ.



ຂະນະດຽວກັນແຫລ່ງຜະລິດພະລັງງານໄຟຟ້າທີ່ກຳລັງກໍ່ສ້າງ ແລະ ກຳລັງຈະລົງມືກໍ່ສ້າງມີປະມານ 46 ແຫ່ງທີ່ຈະສຳເລັດທັງໝົດໃນປີ 2021 ລວມເປັນ 100 ແຫ່ງແລະ ລວມມີກຳລັງຕິດຕັ້ງປະມານ 13,062 ເມກາວັດ ແລະ ມີກຳລັງຜະລິດປະມານ 66,944 ລ້ານກິໂລວັດໂມງຕໍ່ປີ. ໃນນີ້ 85 % ແມ່ນຈະສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ.

ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ຜ່ານມາ, ສປປ ລາວ ໄດ້ຮັບຜົນສຳເລັດໃນການພັດທະນາອຸດສາຫະກຳພະລັງງານໄຟຟ້າທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ພຽງແຕ່ໄລຍະ 10 ປີມານີ້ ສປປ ລາວ ໄດ້ພັດທະນາແຫລ່ງຜະລິດພະລັງງານໄຟຟ້າໃນຈັງຫວະການຂະຫຍາຍຕົວທີ່ກ້າວກະໂດດ, ເຊິ່ງໃນປີ 2005 ລາວມີແຫລ່ງຜະລິດພະລັງງານໄຟຟ້າພຽງ 9 ແຫ່ງ, ມີກຳລັງຕິດຕັ້ງ 679.5 ເມກາວັດ ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ພຽງ 3,236.9 ລ້ານກິໂລວັດໂມງຕໍ່ປີເທົ່ານັ້ນ.


ສໍາລັບໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍເບີ 7-8 ເປັນໂຄງການຂອງລັດຖະບານ, ໂດຍຂະຫຍາຍອອກຈາກໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ເພື່ອເພີ່ມກຳລັງການຜະລິດ, ທັງເປັນການຮັບຮອງການຊົມໃຊ້ໄຟຟ້າ ຢູ່ພາຍໃນປະເທດໃຫ້ພຽງພໍ, ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມສຶກສາ-ສຳຫລວດ ໃນປີ 2012 ແລະ ລົງມືກໍ່ສ້າງໃນປີ 2015 ມີມູນຄ່າລົງທຶນປະມານ 122 ລ້ານກວ່າໂດລາສະຫະລັດ.

ໂຄງການນີ້, ນອກຈາກສ້າງຜົນປະໂຫຍດທາງກົງໃຫ້ລັດຖະບານແລ້ວ ຍັງເປັນໂຄງການທີ່ມີປະສິດທິຜົນສູງ, ສ້າງຜົນກະທົບຕໍ່ສິ່ງແວດລ້ອມບໍ່ຫລາຍ ແລະ ສາມາດຄ້ຳປະກັນດ້ານພະລັງງານພາຍໃນປະເທດໃຫ້ພຽງພໍອີກດ້ວຍ.


ຂໍ້ມູນ : ໜັງສືພິມ ລາວພັດທະນາ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.