Header Ads

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບອຸບັດຕິເຫດການແຕກຫັກ ຂອງເຂື່ອນກັ້ນນໍ້າແຫ່ງທີ 3 ເຊປ່ຽນ-ເຊນໍ້ານ້ອຍ



ໃນວັນທີ 25 ກໍລະກົດ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບອຸບັດຕິເຫດການແຕກຫັກ ຂອງເຂື່ອນກັ້ນນໍ້າແຫ່ງທີ 3 ເຊປ່ຽນ-ເຊນໍ້ານ້ອຍໂດຍເນື້ອໃນຫລັກຂອງຄຳຖະແຫຼງຂອງທ່ານມີດັ່ງນີ້: ສະພາບທີ່ເກີດຂຶ້ນ ແມ່ນເລີ່ມແຕ່ກາງຄືນ ຂອງວັນທີ 23 ກໍລະກົດ 2018 ຢູ່ເມືອງສະໝາມໄຊ ແຂວງອັດຕະປື ເຊິ່ງສັງລວມໄດ້ດັ່ງນີ້:



“ຜົນກະທົບຈາກນໍ້າຖ້ວມໃນຄັ້ງນີ້ ແມ່ນຮ້າຍແຮງ ແລະ ໃຫຍ່ຫຼວງ, ອາດຈະເວົ້າໄດ້ວ່າເປັນຄັ້ງທຳອິດໃນຮອບຫຼາຍສິບປີກໍ່ວ່າໄດ້. ສາເຫດກໍ່ແມ່ນ ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ປະລິມານນໍ້າຂຶ້ນສູງຫຼາຍ, ເຮັດໃຫ້ອ່າງເກັບນໍ້າສຳຮອງຂອງເຂື່ອນກັ້ນນໍ້າແຫ່ງທີ 3 ເຊປ່ຽນ-ເຊນໍ້ານ້ອຍ ຮັບນໍ້າບໍ່ໄດ້ເລີຍແຕກ, ນໍ້າກໍ່ເລີຍສຸລົງມາສູ່ເຂດເບື້ອງລຸ່ມ ຂອງບ້ານເຮືອນປະຊາຊົນຢ່າງກະທັນຫັນ, ປະຊາຊົນຫຼົບໄປຢູ່ທີ່ສູງບໍ່ທັນ ເຮັດໃຫ້ບ້ານເຮືອນຈົມຢູ່ໃຕ້ນໍ້າ, ກະແສນໍ້າໄຫຼແຮງພັດເອົາເຮືອນ ພ້ອມດ້ວຍຄົນໄປຕາມກະແສນໍ້າ.

ປະຊາຊົນຈຳນວນຫຼາຍຫາຍສາບສູນ, ປະຈຸບັນຍັງ ສະຫຼຸບຈຳນວນບໍ່ທັນໄດ້ໝົດ ວ່າມີຈັກຄົນແທ້. ສ່ວນປະຊາຊົນທີ່ຫຼົບໄພຢູ່ເທິງຫຼັງຄາເຮືອນ, ຢູ່ເທິງຕົ້ນໄມ້ໃຫຍ່ ທີ່ລໍຖ້າການຊ່ວຍເຫຼືອນັ້ນ, ມາຮອດຕອນແລງຂອງວັນທີ 24 ກໍລະກົດ 2018 ເຖິງເວລາ 19 ໂມງ ໄດ້ກອບກູ້ເອົາໝົດແລ້ວ ແລະນຳພາເຂົາເຈົ້າມາໄວຢູ່ຫ້ອງການປົກຄອງເມືອງ, ໂຮງຮຽນໃນເທດສະບານເມືອງ ແລະທີ່ສູງ ແລະປອດໄພໝົດແລ້ວ. ໝ່ວຍກູ້ໄພໄດ້ດຳເນີນການກວດກາລົງທະບຽນ ແລະກວດສຸຂະພາບ, ຈັດສັນທີ່ຢູ່ອາໃສຊົ່ວຄາວ, ຊ່ວຍບັນເທົ່າທຸກ ດ້ວຍເຄື່ອງນຸ່ງຫົ່ມອາຫານ, ຢາປົວພະຍາດ ໄດ້ໃນລະດັບຕົ້ນ ລໍຖ້ານໍ້າລົງ ຈິ່ງສຶບຕໍ່ຊ່ວຍປະຊາຊົນຕໍ່ໄປ.



ສຳລັບຈຳນວນຜູ້ທີ່ຂາດທີ່ຢູ່ອາໃສ ມີເຖິງ 587 ຄອບຄົວ ແລະ 3,060 ຄົນ, ຜູ້ສູນຫາຍມີເຖິງ 131 ຄົນນັ້ນ, ທາງຄະນະກຳມະການກູ້ໄພ ຈາກສູນກາງ, ທ້ອງຖິ່ນ ກຳລັງໃຫ້ການຊ່ວຍເຫລືອຜູ້ຖຶກຜົນກະທົບ ຈາກທັງ 13 ບ້ານຢ່າງໃກ້ຊິດ. ສະເພາະຈາກຈຸດທີ່ຖຶກຜົນກະທົບ ທຳອິດນັ້ນ ແມ່ນໄດ້ຫຼຸດລະດັບລົງ ແຕ່ປະລິມານນໍ້າກຳລັງໄຫລເທລົງ 5-6 ບ້ານ ທາງໃຕ້ຕື່ມອີກ ເຊິ່ງມີໜ່ວຍງານປະຈຳພື້ນທີ່ຈະສຶບຕໍ່ໄປກອບກູ້ ແລະຊ່ວຍເຫຼືອຕໍ່ໄປ.

ລັດຖະບານໄດ້ປະຊຸມກັນດ່ວນຕື່ມອີກ ໃນຕອນບ່າຍວັນທີ 25 ກໍລະກົດ 2018 ແລະໄດ້ຕົກລົງກັນສ້າງຕັ້ງຄະນະສະເພາະກິດຂຶ້ນ ໂດຍມອບໝາຍໃຫ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ເປັນຫົວໜ້າຄະນະ ເຊິ່ງປະກອບດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງແຂວງອັດຕະປື, ແລະເມືອງສະໜາມໄຊ ເພື່ອສືບຕໍ່ແກ້ໄຂ ໂດຍມີທັງແກ້ໄຂສະເພາະໜ້າແລະໄລຍະຍາວ.

ຄະນະສະເພາະກິດນີ້ ຈະໄດ້ປະເມີນຜົນເສຍຫາຍ, ທັງຊອກຫາສາເຫດ ທີ່ພາໃຫ້ເກີດອຸບັດຕິເຫດການແຕກຫັກຂອງອ່າງເກັບນໍ້າດັ່ງກ່າວ ຮ່ວມກັບບໍລິສັດ ທີ່ໄດ້ຮັບການສຳປະທານ ກວດກາຄວາມຮັບຜິດຊອບ ແລະພັນທະຂອງແຕ່ລະຝ່າຍໃນການແກ້ໄຂເຫດການໃນຄັ້ງນີ້.



ທ່ານນາຍົກລັດຖະມົນຕີ ໄດ້ກ່າວຕື່ມອີກວ່າ: “ຂ້າພະເຈົ້າ ໄດ້ຕິດຕາມຢ່າງໃກ້ຊິດ ໃນການດຳເນີນແກ້ໄຂ ໃນຄັ້ງນີ້ ແລະໄດ້ລົງກວດກາຊີ້ນຳດ້ວຍຕົນເອງໃນພື້ນທີ່ຕົວຈິງ ແລະສະແດງຄວາມຮູ້ບຸນຄຸນ ແລະຂອບໃຈຕໍ່ການຊ່ວຍເຫລືອ ຂອງທຸກພາກສ່ວນ ດ້ວຍນໍ້າໃສໃຈຈິງ, ດ້ວຍຄວາມເປັນຫ່ວງຂອງປະຊາຊົນລາວ ທີ່ມີຕໍ່ປະຊາຊົນ ຜູ້ຖຶກເຄາະຮ້າຍໃນຄັ້ງນີ້ ແລະຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະປະຊາຊົນຂໍຂອບໃຈຢ່າງຈິງໃຈຕໍ່ການສະແດງ ຄວາມເຫັນໃຈ ແລະສະແດງເຈດຈຳນົງ ໃຫ້ການຊ່ວຍເຫຼືອລັດຖະບານລາວ ແລະປະຊາຊົນປະເທດເພື່ອນມິດ ແລະອົງການຈັດຕັ້ງສາກົນໃນຄັ້ງນີ້. ສິ່ງດັ່ງກ່າວໄດ້ສ້າງກຳລັງແຮງ ແລະກຳລັງໃຈໃຫ້ແກ່ປະຊາຊົນຜູ້ໄດ້ຮັບເຄາະຮ້າຍໃນຄັ້ງນີ້ ເພື່ອສາມາດເຮັດໃຫ້ສະພາບຟື້ນຟູເຂົ້າສູ່ຄວາມເປັນປົກກະຕິໂດຍໄວ.


ຂ້າພະເຈົ້າຂໍຮຽກຮ້ອງໃຫ້ເພື່ອນຮ່ວມຊາດໃນທົ່ວປະເທດ ແລະພີ່ນ້ອງຮ່ວມຊາດໃນຕ່າງປະເທດ ຈົ່ງເອົາໃຈຊ່ວຍເພື່ອແກ້ໄຂເຫດການໃນຄັ້ງນີ້. ຂ້າພະເຈົ້າມີຄວາມເຊື່ອໜັ້ນວ່າ ເຫດການຄັ້ງນີ້ ຈະໄດ້ຮັບການແກ້ໄຂ ແລະ ສະພາບການຈະກ້າວເຂົ້າສູ່ຄວາມເປັນປົກກະຕິໂດຍໄວ.

ຂ້າພະເຈົ້າຂໍໃຫ້ທຸກຄົນ ມີສະຕິຕໍຂ່າວຄາວ ທີ່ອອກມາ ແລະຈະອອກມາໃນຕໍ່ໜ້າ ເພື່ອບໍ່ໃຫ້ເປັນການສ້າງຄວາມເຂົ້າໃຈຜິດເຂວໄປຕ່າງໆ ນາໆ ແລະສຸມກຳລັງແຮງ, ກຳລັງຊັບ, ກຳລັງໃຈຂອງພວກເຮົາທຸກຄົນ ເພື່ອຊ່ວຍກັນ ໃຫ້ສະພາບກັບສູ່ປົກກະຕິໂດຍໄວ.

ຂ້າພະເຈົ້າຂໍໃຫ້ພີ່ນ້ອງປະຊາຊົນ ແຕ່ເໜືອຮອດໃຕ້ ສຶບຕໍ່ຕິດຕາມສະພາບດິນຟ້າອາກາດ ທີ່ມີການປ່ຽນແປງຢູ່ຕະຫລອດເວລານີ້ ແລະມີສະຕິລະວັງຕົວໄວ້ຢູ່ສະເຫມີ ເພື່ອກະກຽມຮັບມື ກັບສະຖານະການທີ່ຈະເກີດຂຶ້ນຂອງໄພທຳມະຊາດ ໃນແຕ່ລະຄັ້ງ ເພື່ອຫລີກລ່ຽງຄວາມເສຍຫາຍ.

ຂ້າພະເຈົ້າມອບໃຫ້ຄະນະພັກ, ອຳນາດການປົກຄອງ ແລະທຸກໜ່ວຍງານນັບທັງລະດັບສູນກາງ ແລະທ້ອງຖິ່ນ ຈົ່ງນຳພາປະຊາຊົນ ດ້ວຍຄວາມຮັບຜິດຊອບສູງໃນການເຕືອນສະຕິ, ນຳພາກະກຽມຮັບມື ຫຼີກລ້ຽງຜົນກະທົບ ແລະເມື່ອມີເຫດການເກີດຂຶ້ນຕ້ອງມີແຜນປະຕິບັດງານຮັບມືຢ່າງມີປະສິດທິຜົນ.

ຂໍ້ມູນວສລ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.