Header Ads

ສຳເລັດການສຳຫຼວດແຫຼ່ງໄຫຫິນ 11 ແຫ່ງ ກະກຽມ​ສະເໜີຂຶ້ນທະບຽນເປັນມໍລະດົກໂລກ



ອີງຕາມການລາຍງານຂອງ ແຫຼ່ງຂ່າວແຂວງຊຽງຂວາງວ່າ:   ການກະ­ກຽມແຫຼ່ງມໍ­ລະ­ດົກໄຫຫິນ ແຂວງຊຽງຂວາງ ເປັນມໍ­ລະ­ດົກໂລກ ໄດ້ສຳ­ເລັດການສຳຫຼວດ ແລະ ຂຶ້ນທະ­ບຽນແຫຼ່ງມໍ­ລະ­ດົກໄຫຫິນ 11 ແຫຼ່ງ ໃນ 4 ເມືອງ ມີເມືອງແປກ ຜາໄຊ ພູກູດ ແລະ ເມືອງຄຳ ເຊິ່ງແຫຼ່ງມໍ­ລະ­ດົກໄຫຫິນ 11 ແຫຼ່ງດັ່ງ­ກ່າວ ເປັນຕົວແທນອັນໂດດເດັ່ນໃຫ້ແກ່ແຫຼ່ງໄຫຫິນທັງໝົດໃນທົ່ວແຂວງ ທີ່ມີຫຼາຍກວ່າ 80 ແຫຼ່ງ ກອງປະ­ຊຸມລາຍງານຜົນຄວາມຄືບໜ້າ ການກະ­ກຽມແຫຼ່ງມໍ­ລະ­ດົກໄຫຫິນ ແຂວງຊຽງຂວາງ ເຂົ້າເປັນມໍ­ລະ­ດົກໂລກ ໄດ້ມີຂຶ້ນໃນວັນທີ 11 ຕຸ­ລາ 2018 ທີ່ເມືອງແປກ ແຂວງຊຽງຂວາງ.

ທ່ານ ບໍ່ແສງຄຳ ວົງດາ­ລາ ກ່າວວ່າ: ກອງປະ­ຊຸມຄັ້ງນີ້ ແມ່ນມີຄວາມໝາຍສຳ­ຄັນຫຼາຍ ເພາະພວກເຮົາຈະໄດ້ພ້ອມກັນກວດ­ກາປະເມີນໃນດ້ານຕ່າງໆ ໂດຍສະ­ເພາະ ພື້ນທີ່ຂອງແຫຼ່ງມໍ­ລະ­ດົກໄຫຫິນ ທັງ 11 ແຫຼ່ງ ທີ່­ຢູ່ໃນ 4 ເມືອງ ທີ່ສະ­ເໜີເປັນມໍ­ລະ­ດົກໂລກ ໃນນັ້ນ ກໍ່ຈະໄດ້ຮ່ວມກັນສັງ­ເກດ ແລະ ຕີລາ­ຄາບັນ­ດາຂະບວນການໃນການກະ­ກຽມຄວາມພ້ອມ ໂດຍສະ­ເພາະ ວຽກງານຄຸ້ມຄອງບໍ­ລິ­ຫານແຫຼ່ງມໍ­ລະ­ດົກດັ່ງ­ກ່າວ ທັງຢູ່ໃນຂັ້ນເມືອງ ແລະ ການມີສ່ວນຮ່ວມຂອງປະ­ຊາ­ຊົນຂັ້ນບ້ານ ມີຂໍ້ສະ­ດວກ ຂໍ້ຫຍຸ້ງ­ຍາກ ແລະ ສິ່ງທ້າທາຍແນວ­ໃດ ພ້ອມຊອກວິ­ທີທາງແກ້ໄຂທີ່ເໝາະສົມ.


ທີ່ມາ: ຂ່າວແຂວງຊຽງຂວາງ
© ໂຕະນໍ້າຊາ |  www.tonamcha.com
_____


Powered by Blogger.